ທາງການນໍາຫາ 2 ຄົນ ກັບໄປກວດ ໂຄວິດ-19
2021.04.29

ຄະນະສະເພາະກິດຄວບຄຸມ ແລະ ປ້ອງກັນໂຄວິດ-19 ສູນກາງ ປະກາດໃນມື້ວັນທີ 28 ເມສາ 2021 ຫາຄົນ ທີ່ໄປກວດຫາເຊື້ອ ໂຄວິດ-19, 2 ຄົນໃນຈໍານວນ 9 ຄົນ ທີ່ໄດ້ກວດແລ້ວ ຊຶ່ງເຈົ້າໜ້າທີ່ ບໍ່ສາມາດຕິດຕໍ່ຫາໄດ້ ພາຍຫລັງຮູ້ຜົລຂອງການກວດ ທີ່ຍັງບໍ່ ຈະແຈ້ງວ່າ ຕິດເຊື້ອ ຫລືບໍ່ນັ້ນແລ້ວ ແລະຢາກໃຫ້ມາກວດອີກຕື່ມ ເພື່ອຄວາມຈະແຈ້ງ ຍ້ອນແບບຟອມ ຂອງພວກກ່ຽວທີ່ໄປກວດນັ້ນ ໃຫ້ຂໍ້ມູນທີ່ບໍ່ເປັນຄວາມຈິງ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຄະນະສະເພາະກິດ ຄວບຄຸມ ແລະປ້ອງກັນໂຄວິດ-19 ສູນກາງ ໃນມື້ ວັນທີ 29 ເມສາ ນີ້:
”ແບບວ່າ ຄັນມັນຫຼາຍນໍ ແລ້ວມັນກໍສັບສົນຫັ້ນນະ ບາດນີ້ແພດເຮົາມື້ນຶ່ງ (ຮັບຄົນໄຂ້) ເປັນພັນຈັ່ງຊີ້ ແພດເຮົາອາຈຂຽນຫຼົງບໍ ຫຼືວ່າ ບາງທີເຂົາເຈົ້າບອກເບີໂທມິຫຍັງ ກໍໃສ່ຜ້າປິດປາກ ສຽງມັນອາຈບໍ່ຊັດ ບາດນີ້ເບີໂທອາສບໍ່ຖືກ ຜົລກວດຍັງບໍ່ຊັດເຈນ ເຮົາບໍ່ສາມາດ ຕອບໄດ້ ເມື່ອເຂົາເອີ້ນມາ ເພື່ອເຮົາສິເກັບຕົວຢ່າງກວດຄືນ.”
ມາເຖິງປັດຈຸບັນ ໃນຈໍານວນ 9 ຄົນ ທີ່ວ່ານັ້ນ 7 ຄົນ ໄດ້ສເນີຕົວຕໍ່ເຈົ້າໜ້າທີ່ ແລະໄດ້ກວດຫາເຊື້ອໂຄວິດ-19 ຕື່ມອີກເປັນຮອບທີ ສອງແລ້ວ, ຍັງເຫຼືອແຕ່ 2 ຄົນທີ່ຍັງບໍ່ມາສເນີຕົວ ອີງຕາມການຣາຍງານຂອງ ຄະນະສະເພາະກິດຄວບຄຸມແລະປ້ອງກັນໂຄວິດ-19 ສູນກາງ.
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ຜູ້ທີ່ມາກວດຫາເຊື້ອແລ້ວ ແຕ່ບໍ່ສາມາດ ຕິດຕໍ່ໄດ້ນັ້ນ ຕົນຄິດວ່າ ເປັນເຣື່ອງທີ່ໜ້າເປັນຫ່ວງ ເພາະຍັງບໍ່ຮູ້ຈັກວ່າ ຜູ້ກ່ຽວຕິດໂຄວິດ-19 ຫລືບໍ່, ຢ້ານວ່າ ຜູ້ກ່ຽວຈະໄປແພ່ເຊື້ອ ໃສ່ຄົນອື່ນໆ, ຖ້າຜູ້ກ່ຽວກັກຕົວຢູ່ເຮືອນ ກໍບໍ່ມີຫຍັງທີ່ໜ້າເປັນຫ່ວງ ດັ່ງທີ່ນາງກ່າວວ:
”ເຖິງແມ່ນວ່າເຂົາເຈົ້າ ບໍ່ໄປຣາຍງານຕົວ ຂ້ອຍຄິດວ່າຖ້າເຂົາເຈົ້າປະຕິບັດ ຕາມຣະບຽບຫັ້ນນະແບບວ່າ ຄືຢູ່ເຮືອນບໍ ຫຼືວ່າຢູ່ສ່ວນຕົວ ບໍ່ປະປົນກັບຄົນອື່ນ ບໍ່ຍອມໄປໃສ ໃຫ້ຄອບຄົວ ເປັນຄົນເບິ່ງຫັ້ນນະ ມັນໜ້າຈະແພ່ (ເຊື້ອ) ແຕ່ວ່າເຂົາເຈົ້າໄປຫລິ້ນ ເລີຍກໍແພ່ແທ້ ເພາະວ່າເຂົາເຈົ້າບໍ່ຮູ້ຕິດ ຫລືບໍ່ຕິດ (ເຊື້ອເດ).”
ແລະຊາວບ້ານ ຢູ່ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍຮູ້ສຶກເປັນຫ່ວງເຊັ່ນດຽວກັນ ຫາກຜູ້ກ່ຽວຕິດເຊື້ອ ແລະ ໄປເລາະຫລິ້ນຕາມສະຖານທີ່ຕ່າງໆ ອັນອາຈເຮັດໃຫ້ມີຄົນຕິດ ໂຄວິດ-19 ເພິ່ມຂຶ້ນອີກ ແລະວ່າ ທຸກຄົນຄວນກັກຕົວຢູ່ຮືອນ ແລະ ບໍ່ອອກໄປໃສຖ້າບໍ່ຈໍາເປັນ ເພື່ອລົດຄວາມສ່ຽງຕິດ ໂຄວິດ-19:
”ຖ້າເຂົາເຈົ້າເລາະຫລິ້ນ ມັນກໍຈະຣະບາດຂຶ້ນນໍ ແບບເພິ່ມຈໍານວນຄົນຕິດຫລາຍຂຶ້ນ ກໍໜ້າເປັນຫ່ວງຢູ່ ຖ້າເຂົາເຈົ້າຕິດເຊື້ອມັນກໍ ອາຈຣະບາດໄປແພ່ເຊື້ອໃຫ້ຄົນອື່ນອີກ ທຸກຄົນກໍຕ້ອງມີສະຕິ ປ້ອງກັນຕົວເອງ ບໍ່ໄດ້ອອກໄປໃສ ກັກຕົວເອງຢູ່ຫ້ອງ.”
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມ ແລະປ້ອງກັນໂຄວິດ-19 ສູນກາງ ທ່ານດຽວກັນນີ້ເວົ້າວ່າ ຫາກຄົນ ທີ່ມີລາຍຊື່ ຊຶ່ງທາງການໄດ້ ປະກາດຫາຢູ່ນີ້ ບໍ່ມາຣາຍງານຕົວ ຕໍ່ເຈົ້າໜ້າທີ່ນັ້ນ ຍັງບໍ່ຮູ້ວ່າຈະຖືກ ດໍາເນີນຄະດີແນວໃດ ຫລືບໍ່ ແຕ່ກໍຖືວ່າ ພຶດຕິກໍັມ ຄືແນວນັ້ນ ສ້າງຄວາມແຕກຕື່ນໃຫ້ສັງຄົມ:
”ມັນຍາກນໍ ພວກເຮົາກໍບໍ່ຮູ້ສິເຮັດແນວໃດ ມີແຕ່ວ່າ ຈັກສິໄປນໍາໄດ້ແນວໃດ ເຂົາບໍ່ມາເດ້ ແລ້ວເຮົາກໍຊອກເຂົາບໍ່ເຫັນດຽວນີ້ ສັງຄົມ ມັນແຕກຕື່ນ ແລ້ວເຮົາຢ້ານແຫຼະນໍ ຄັນເຮົາເວົ້າໄປ ກໍເປັນຜິດສັງຄົມ ມັນສິບາດເຮົາແດ່ ບາດເພິ່ນແດ່.”
ຢູ່ແຂວງສວັນນະເຂດ ຄະນະສະເພາະກິດຄວບຄຸມ ແລະປ້ອງກັນໂຄວິດ-19 ເມືອງວິລະບູລີ ກ່າວວ່າ ປັດຈຸບັນ ພາຍໃນເມືອງນີ້ ຍັງບໍ່ມີຄົນມາຣາຍງານ ຕົວກັບເຈົ້າໜ້າທີ່ ເພື່ອກວດຫາເຊື້ອ ໂຄວິດ-19 ເທື່ອ, ຫາກຜູ້ກ່ຽວຈົງໃຈແພ່ເຊື້ອນີ້ ກໍຈະຖືກດໍາເນີນຄະດີ ຕາມຣະບຽບກົດໝາຍ:
“ໃນເບື້ອງຕົ້ນ ພວກເຮົາກໍໄດ້ຕັກເຕືອນກັນ ໂອ໋ ຄັນຈົ່ງໃຈແຜ່ເຊື້ອ ພວກເຮົາກະຕ້ອງປະຕິບັດ ຕາມຣະບຽບຫັ້ນແຫຼະ ຢູ່ໃນກົດໝາຍ ພຍາດຣະບາດ ຢູ່ມາຕຣາ ທີ 199 ມັນກໍໄດ້ ຣະບຸແລ້ວເດ໋ ຖ້າຈົງໃຈໄປແຜ່ເຊື້ອ ອັນທີນຶ່ງ ໄດ້ປັບໃໝ 50-70 ລ້ານກີບ ອັນທີສອງ ຕ້ອງໄດ້ດໍາເນີນຄະດີ ຫລືກັກໂຕ ເຂົ້າຄຸກຢ່າງໜ້ອຍ 7-10 ປີ ບໍ໋ ປະມານນີ້ແຫຼະ.”
ແລະ ຢູ່ແຂວງຈໍາປາສັກ ເຈົ້າໜ້າທີ່ ຄະນະສະເພາະກິດ ຄວບຄຸມ ແລະປ້ອງກັນໂຄວິດ-19 ແຂວງ ກໍກ່າວວ່າ ຫາກພາຍໃນແຂວງ ນີ້ມີຄົນທີ່ມີຣາຍຊື່ ຊຶ່ງທາງ ສູນກາງກໍາລັງ ຕາມຫາຢູ່ນີ້ ມາອາສັຍຢູ່ ກໍຈະຕິດຕາມຫາຕົວ ແລະປະຕິບັດຕາມຣະບຽບການ ຂອງ ຄະນະສະເພາະກິດນັ້ນ.