ອະຫິວາ ໝູອາຟຣິກາ ໃນລາວ ຄວບຄຸມຍາກ
2019.07.29
ພຍາດໝູ ອາຟຣິກາ ຢູ່ແຂວງບໍຣິຄໍາໄຊ ຣະບາດ ເພີ້ມເປັນ 10 ບ້ານ, ເຈົ້າໜ້າທີ່ ໄດ້ທໍາລາຍ ໝູຕິດເຊື້ອແລ້ວ 1,000 ປາຍໂຕ ໂດຍ ຣະບາດ ຢູ່ເມືອງບໍຣິຄັນ, ເມືອງ ວຽງທອງ ແລະ ເມືອງຄໍາເກີດ, ແລະ ເຈົ້າໜ້າທີ່ ຄາດວ່າ ມີແນວໂນ້ມເພີ້ມຂຶ້ນອີກ ຍ້ອນຈາກ ການນໍາຊິ້ນສ່ວນໝູ ໃນແຕ່ລະບ້ານ ໄປກວດ ກໍພົບວ່າ ຕິດເຊື້ອພຍາດດັ່ງກ່່າວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 29 ກໍຣະກະດາ ນີ້:
“ຖ້າເຂົາເຈົ້າ ຣາຍງານ ກ່ຽວກັບເຣື້ອງໝູຕາຍ ສ່ວນຫລາຍໄປກວດ ມັນຈະພົບໝູຕາຍແທ້ ແລະ ກໍໝູເຫງົາ ໃກ້ຈະຕາຍ ແລ້ວກໍບ້ານ ທີ່ວ່າ ມັນຕາຍແລ້ວ ກໍເອົາເລືອດໂຕນີ້ ໄປສົ່ງ ກໍກວດພົບ ດຽວນີ້ ກໍຕັ້ງຈຸດກວດກາ ແຫລະ ທາງເຂົ້າທາງອອກ ສິດຢາ ຂ້າເຊື້ອ ກໍແນະນໍາ ເຂົາເຈົ້າ ຫວ່ານປູນ ແລະ ກໍທໍາລາຍໝູ ໂຕທີ່ວ່າ ຍັງຫັ້ນເນາະ.”
ທ່ານກ່າວຕື່ມວ່າ ຍັງມີໝູ ຈໍານວນນຶ່ງ ຢູ່ເມືອງບໍຣິຄັນ ທີ່ປະຊາຊົນ ລ້ຽງໝູ ແບບປ່ອຍ ຍັງບໍ່ສາມາດ ຈັບໂຕໄດ້ເທື່ອ ຊຶ່ງມີແນວໂນ້ມວ່າ ຈະຕິດເຊື້ອ ພຍາດໝູອາຟຣິກາ ແລະ ໝູຈໍານວນນີ້ ອາດໄປຕາຍ ຢູ່ຕາມສວນ ຫຼື ໃນປ່າຕາມລ່ອງນໍ້າ:
“ຢູ່ເຂດເມືອງບໍຣິຄັນ ກໍຍັງມີໝູ ຈໍານວນນຶ່ງ ທີ່ວ່າ ແບບໝູ ເຂົາເຈົ້າປ່ອຍ ຫັ້ນນະ ໝູໃຫຍ່ນີ້ກໍ 29ໂຕ ແລະ ໝູນ້ອຍ ກໍ 47 ໂຕ ທີ່ວ່ານັ້ນ ເຮົາຊອກທໍາລາຍ ບໍ່ໄດ້ເນາະ ບາງເທື່ຶອ ມັນຈະໄປຕາຍຢູ່ປ່າ ຢູ່ຫຍັງ ເຮົາກໍບໍ່ຮູ້ໂຕນີ້ເນາະ ວ່າຊັ້ນຊະ ຍັງຢູ່ບ່ອນເກົ່າ.”
ເຖິງຢ່າງໃດກໍຕາມ, ທ່ານກ່າວຕື່ມວ່າ ເມື່ອອາທິດ ທີ່ຜ່ານມາ ເຈົ້າໜ້ທີ່ໄດ້ ກວດພົບ ໝູຕິດເຊື້ອແລ້ວຕາຍ ຢູ່ເມືອງ ບໍຣິຄັນ ຢູ່ບ້ານ ປາກເຫືອງ ບ້ານດົງ ບ້ານຜາເມືອງ ເກືອບ 500 ໂຕ ແລະ ໄດ້ຂ້າຖີ້ມ ອີກ ຈໍານວນ 142 ໂຕ, ນອກນັ້ນ ຍັງຣະວັງຢ່າງໃກ້ຊິດ.
ທ່ານ ທອງລຸນ ສີສຸລິດ, ນາຍຍົກຣັຖມົນຕຣີ, ໄດ້ເນັ້ນເຖິງບັນຫາ ການແຜ່ຣະບາດ ຂອງພຍາດ ໝູອາຟຣິກາ ໃນທົ່ວປະເທດ ໃນກອງປະຊຸມ ຣັຖບານ ສມັຍສາມັນ ປະຈໍາເດືອນ ກໍຣະກະດາ 2019 ໂດຍໃຫ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຊ່ອຍກັນ ສະກັດກັ້ນ ແກ້ໄຂ ແລະ ຍັບຍັ້ງ ການແຜ່ຣະບາດ ຂອງພຍາດອະຫິວາ ໝູອາຟຣິກາໃຫ້ໄດ້.
ອີງຕາມຂໍ້ມູນ ຈາການຣາຍງານຂ່າວ ຂອງທາງການລາວ, ມີໝູຕິດເຊື້ອພຍາດ ອາຟຣິກາແລ້ວ 8 ແຂວງ 12 ເມືອງ 23 ບ້ານ ໃນທົ່ວປະເທດ ໃນນັ້ນ ຢູ່ນະຄອນຫລວງວຽງຈັນ, ແຂວງສວັນນະເຂດ, ແຂວງຜົ້ງສາລີ, ແຂວງໄຊສົມບູນ, ແຂວງຫົວພັນ, ແຂວງບໍຣິຄໍາໄຊ, ແຂວງສາຣະວັນ ແລະ ອຸດົມໄຊ, ໂດຍມີໝູຕິດເຊື້ອ ທັງໝົດ 9,281ໂຕ ຕາຍແລ້ວ 2.025 ໂຕ ຂ້າທໍາລາຍ 1,832 ໂຕ ສ່ວນທີ່ເຫຼືອແມ່ນ ເຝົ້າຣະວັງ ຢ່າງເຄັ່ງຄັດ.