ອະຫິວາໝູແອຟຣິກາ ຣະບາດ ຢູ່ຫຼວງນ້ຳທາ
2020.08.06

ທາງການ ແຂວງຫຼວງນ້ຳທາ ກວດພົບ ພຍາດອະຫິວາ ໝູແອຟຣິກາ ຢູ່ຟາມໝູຄົນຈີນ ໃນເມືອງ ແລະ ແຂວງຫຼວງນ້ຳທາ ແລະ ໄດ້ສັ່ງ ທຳລາຍໝູໄປແລ້ວ 1,000 ໂຕ ເພື່ອບໍ່ໃຫ້ ຣະບາດ ໄປສູ່ຟາມອື່ນໆ. ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງຫຼວງນ້ຳ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ສິງຫາ ວ່າ:
"ຢູ່ແຂວງເຮົາ ມັນຍັງມີຄວາມສ່ຽງເດ້. ດຽວນີ້, ເຂົາບໍ່ໃຫ້ ນຳເຂົ້າມາເດ້ ຂອງຄົນຈີນ. ແມ່ນແຫຼະ ກຳລັງກວດ, ແຕ່ວ່າ ເຮົາກະຂ້າທຳລາຍ ໝົດແລ້ວເນາະ. ມີຟາມດຽວ ຫັ້ນແຫຼະ, ເຮົາກໍທຳລາຍ ອາທິດແລ້ວນີ້ເນາະ ວັນທີ 1. ຄືຊິຍາກ ຍັງດົນ ພວກປະເພດໝູນີ້ນະ ເຂົາບໍ່ໃຫ້ເຂົ້າແທ້ໆເດ້. ມື້ນັ້ນ ເຂົາກະລັກລອບມາ ເຈົ້າໜ້າທີ່ ເຮົາຈັບໄດ້."
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ພຍາດອະຫິວາ ໝູແອຟຣິກາ ກັບມາຣະບາດອີກຄັ້ງ ແຕ່ຕົ້ນເດືອນກໍຣະກະດາ ຜ່ານມາ ຈາກຟາມລ້ຽງໝູ ຂອງຄົນຈີນ. ສ່ວນສາເຫດ ຂອງການຣະບາດ ຄາດວ່າ ມາຈາກປະເທດຈີນ ຍ້ອນວ່າ ໝູທັງໝົດທີ່ນຳເຂົ້າ ມາຈາກປະເທດຈີນ, ເຊິ່ງປັດຈຸບັນ ທາງການ ແຂວງຫຼວງນ້ຳທາ ໄດ້ຫ້າມຄົນຈີນ ນຳເຂົ້າໝູ, ຊີ້ນໝູ ແລະ ຜລິຕພັນໝູ ທຸກປະເພດ ເຂົ້າມາລາວ ຈົນກວ່າຈະມີ ການຍົກເລີກ ຄຳສັ່ງຫ້າມ.
ເຈົ້າໜ້າທີ່ທາງການ ແຂວງຫຼວງນ້ຳທາ ໄດ້ລົງກວດກາ ຟາມສັດລ້ຽງ ທຸກປະເພດ ພາຍໃນແຂວງ ເປັນປົກກະຕິ. ສ່ວນວ່າ ເຈົ້າຂອງຮ້ານອາຫານ ໄດ້ສັ່ງຊື້ຊີ້ນໝູ ຈາກນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ສິງຫາ ວ່າ:
"ຂແນງການຄ້າ ພາຍໃນ ຂະເຈົ້າກະລົງໄປ ກວດກາຟາມໝູ ພົບໝູຕາຍ ຫຼາຍຢູ່ດຽວນີ້. ຊ່ວງນີ້ ກະຣະບາດຢູ່ ເປັນຟາມ ຢູ່ຫຼວງນ້ຳທາ ກໍຕິດເຊື້ອ ຢູ່ແລ້ວເນາະ, ແຕ່ວ່າ ຖ້າຊີ້ນໝູຖືກຕ້ອງ ກະບໍ່ເປັນຫຍັງ ເພາະວ່າ ອັນບັນດາ ຮ້ານອາຫານຢູ່ນີ້ ຂະເຈົ້າກະສັ່ງ ທາງວຽງຈັນ ປະເພດຊີ້ນໝູ."
ທ່ານກ່າວວ່າ ຕລາດສົດ ແຂວງຫຼວງນ້ຳທາ ດຽວນີ້ ສັ່ງຊີ້ນໝູ ຈາກນະຄອນຫຼວງວຽງຈັນ ແລະ ແຂວງພາກໃຕ້ ຂອງລາວ ເພື່ອບໍ່ໃຫ້ຊີ້ນໝູ ຂາດຕລາດ ຢ່າງແນ່ນອນ ຍ້ອນວ່າຟາມໝູ ຂອງຄົນລາວ ກໍມີຈຳນວນ ຫຼາຍສົມຄວນ.
ໃນທ້າຍ ເດືອນກໍຣະກະດາ ຜ່ານມາ ເຈົ້າໜ້າທີ່ ດ່ານສາກົລບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ທຳລາຍຊີ້ນໝູ ນ້ຳໜັກ 5,000 ກິໂລກກຣາມ ທີ່ນຳເຂົ້າມາ ຈາກປະເທດຈີນ ແບບຜິດກົດໝາຍ. ແຂວງບໍ່ແກ້ວ ໄດ້ສັ່ງຫ້າມ ນ້ຳເຂົ້າຊີ້ນໝູ, ໝູນ້ອຍ ແລະ ຜລິຕພັນ ຈາກໝູທຸກປະເພດ ຈາກແຂວງຫຼວງນ້ຳທາ, ຈີນ, ວຽດນາມ, ພະມ້າ ແລະ ໄທຍ. ດັ່ງເຈົ້າໜ້າທີ່ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
"ແມ່ນເຈົ້າ ຫ້ອງວ່າການ ເພິ່ນແຈ້ງຢູ່ເຈົ້າ ເພາະວ່າ ຊ່ວງນີ້ ໝູຣະບາດ ມັນເປັນພຍາດຣະບາດ ມາແຕ່ຫຼວງນ້ຳທາ, ປະເທດເພື່ອນບ້ານເຮົາ ມັນມີພຍາດ ຕິດເຊື້ອ ເພິ່ນເລີຍຫ້າມ."
ເຖິງຢ່າງໃດກໍຕາມ, ກະຊວງອຸດສາຫະກັມ ແລະ ການຄ້າ ຍັງອະນຸຍາດ ໃຫ້ນຳເຂົ້າ ຊີ້ນໝູໄດ້, ແຕ່ຕ້ອງຜ່ານ ການກວດກາ ແລະ ມີໃບຢັ້ງຢືນ ສຸຂອະນາມັຍ ຈາກດ່ານສາກົລ ກ່ອນຈະນຳເຂົ້າ. ດັ່ງເຈົ້າໜ້າທີ່ ກະຊວງອຸດຫະກັມ ແລະ ການຄ້າ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ແຕ່ວ່າ ຕ້ອງມີເອກະສານ ຄົບຖ້ວນຫັ້ນນ່າ ບໍ່ໄດ້ວ່າຫ້າມ, ແຕ່ວ່າຕ້ອງມີໃບ HCF [ໃບຢັ້ງຢືນສຸຂອະນາມັຍ] ຈຶ່ງສາມາດ ນຳເຂົ້າໄດ້. ເຮົາໄລຍະນີ້, ຊ່ວງເດືອນ 7 ເດືອນ 8 ນີ້ ບໍ່ທັນມີ ຫາກໍ່ໄດ້ຍິນນີ້ໄດ໋."
ທ່ານກ່າວອີກວ່າ ມີສະເພາະ ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ອຸດົມໄຊ ເທົ່ານັ້ນ ທີ່ຫ້າມນໍາ ຜລິຕພັນໝູ ຈາກຕ່າງປະເທດ. ສ່ວນແຂວງອື່ນ ຍັງນໍາເຂົ້າ ໄດ້ປົກກະຕິ. ດັ່ງແມ່ຄ້າຂາຍເຄື່ອງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ຊີ້ນໝູຈະໜ້ອຍລົງ ແລະ ຂາຍໃນລາຄາ 40,000 ກີບ ຕໍ່ 1 ກິໂລກຣາມ.
"ກະໝູຍັງສ່ຳເກົ່າຢູ່, ແຕ່ເຂົາກະເຮັດໜ້ອຍລົງ ຫັ້ນນ່າ ມີບໍ່ມີ ຄົນພວກຂາຍ ເຂົາກະຂາຍໜ້ອຍລົງ ມັນບໍ່ມີ ຄົນເຂົ້າຕລາດ. ຂ້າຢູ່ຫັ້ນແຫຼວ, ຫາກຂ້າໜ້ອຍ ເຮັດພໍຂາຍ ແຕ່ລະມື້ໆ, ຫັ້ນນ່າ."
ອີງຕາມ ຜູ້ຊ່ຽວຊານ ດ້ານພຍາດສັດ, ພຍາດອະຫິວາໝູ ສາມາດຕິດໄດ້ ກັບໝູໂດຍຕຣົງ ຫຼື ທາງອ້ອມ, ໂດຍຜ່ານຄົນ, ອຸປະກອນຂ້າສັດ, ອາຫານສັດ ແລະ ຜ່ານພະຫະນຳເຊື້ອ ຈາກໂຕເຫັບ ແລະ ເຫົາ.
ໃນປີ 2019 ທີ່ຜ່ານມາ ພະຍາດອະຫິວາ ໝູແອຟຣິກາ ຣະບາດຢູ່ 16 ແຂວງ ໃນລາວ, ເຮັດໃຫ້ໝູຕາຍ 12 ພັນໂຕ ແລະ ຕິດເຊື້ອ 3 ພັນໂຕ.