ອະຫິວາໝູອາຟຣິກກາ ຣະບາດ ຂ.ຜົ້ງສາລີ
2019.07.30
ພພຍາດ ອະຫິວາໝູອາຟຣິກກາ ຍັງແຜ່ຣະບາດ ຢູ່ແຂວງຜົ້ງສາລີ ຫລ້າສຸດ ມີໝູຕາຍຍ້ອນເຊື້ອພຍາດ ດັ່ງກ່າວ ປະມານ 3 ພັນໂຕແລ້ວ ໃນທົ່ວແຂວງ ໂດຍການແຜ່ຣະບາດ ໄດ້ເພີ້ມຕື່ມ ເປັນ 4 ເມືອງ ອັນໄດ້ແກ່ ເມືອງບຸນເໜືອ, ເມືອງບຸນໃຕ້ ເມືອງຍອດອູ, ແລະ ເມືອງຂວາ ຊຶ່ງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ກໍາລັງຊອກຫາຊ່ອງທາງສະກັດກັ້ນ ຢ່າງເຂັ້ມງວດຢູ່ໃນຂນະນີ້ ໂດຍສເພາະ ຢູ່ຕາມ ດ່ານຊາຍແດນຈີນ, ວຽດນາມ ແລະ ຊາຍແດນ ຣະຫວ່າງແຂວງ, ດັ່ງເຈົ້າໜ້າທີ່ ຂະແໜງລ້ຽງສັດ ແຂວງຜົ້ງສາລີ ທ່ານນື່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 30 ກໍຣະກະດາ ນີ້ວ່າ:
“ຕາຍຮອດ 3 ພັນໂຕແລ້ວ ເມືອງບຸນເໜືອ ເມືອງຍອດອູ ເມືອງບຸນໃຕ້ ເມືອງຂວາ ສຶບຕໍ່ເຝົ້າຣະວັງຢ່າງເຄັ່ງຄັດ ແຫລະ ຄວບຄຸມເຂດ ທີ່ມັນເກີດ ຄວບຄຸມທັງຊາຍແດນຈີນ ຊາຍແດນເມືອງ ຊາຍແດນແຂວງ ຄວບຄຸມໝົດ.”
ທ່ານກ່າວຕື່ມວ່າ ພ້ອມດຽວກັນນີ້ ທາງເຈົ້າໜ້າທີ່ ກໍໄດ້ແຈ້ງໃຫ້ປະຊາຊົນ ຜູ້ລ້ຽງໝູ ໃຫ້ປະຕິບັດຕາມຄໍາສັ່ງ ຂອງທາງການ ຢ່າງເຂັ້ມງວດ ໂດຍສະເພາະ ຫ້າມເຄື່ອນຍ້າຍສັດ ຊຶ່ງເປັນພາຫະນະ ການແຜ່ເຊື້ອພຍາດ ແລະຫາກພົບເຫັນ ຜູ້ຝ່າຝຶນກໍຈະລົງໂທດ ທັນທີ, ສໍາລັບໝູ ທີ່ຕາຍແລ້ວນັ້ນ ໄດ້ ນໍາໄປທໍາລາຍ ດ້ວຍວິທີຝັງດິນ ສ່ວນໝູທີ່ຕິດເຊື້ອ ຢູ່ນັ້ນ ກໍຈະຄ່ອຍໆ ຂ້າທໍາລາຍໄປເລືອ່ຍໆ ເພື່ອເປັນການ ສະກັດກັ້ນ ການແຜ່ຣະບາດ ຍ້ອນບໍ່ມີວິທີປົວ ໃຫ້ເຊົາໄດ້ເທື່ອ.
ເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວວ່າ ສາເຫດທີ່ ພຍາດອະຫິວາ ໝູອາຟຣິກກາ ເຂົ້າມາຣະບາດ ຢູ່ແຂວງຜົ້ງສາລີ ກໍຍ້ອນມີປະຊາຊົນ ຈໍານວນນື່ງ ໄປຊື້ໝູ ຢູ່ແຂວງອຸດົມໄຊ ແລ້ວນໍາມາລ້ຽງ ໂດຍບໍ່ຮູ້ວ່າ ໝູດັ່ງກ່າວມີເຊື້ອພຍາດຢູ່ ຈິ່ງເຮັດໃຫ້ເກິດການ ແຜ່ຣະບາດ ໃນຫລາຍພື້ນທີ່ ອັນສ້າງຄວາມເສັຍຫາຍ ໃຫ້ແກ່ຜູ້ລ້ຽງສັດເປັນມູນຄ່າສູງ.
ຢ່າງໃດກໍຕາມ ນັບຕັ້ງແຕ່ມີການແຜ່ຣະບາດ ຂອງພຍາດ ດັ່ງກ່າວຢູ່ລາວ ພົບໝູຕາຍຍ້ອນຕິດເຊື້ອພຍາດ ອະຫິວາໝູອາຟຣິກກາ ຫລາຍກ່ວາ 5 ພັນໂຕ ໃນທົ່ວປະເທດ ແລະ ມີໝູຕິດເຊື້ອ ອີກຈໍານວນ ບໍ່ຕໍ່າກ່ວາ 10 ພັນໂຕ ໃນນັັ້ນເກິດຂຶ້ນຢູ່ ແຂວງສາຣະວັນ, ແຂວງສວັນນະເຂດ, ແຂວງບໍຣິຄໍາໄຊ, ນະຄອນຫລວງວຽງຈັນ, ແຂວງອຸດົມໄຊ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ ໃນຂນະທີ່ ທາງການລາວ ຍັງບໍ່ສາມາດ ຄວບຄຸມໄດ້ເທື່ອ ຕາມຣາຍງານ.