ອະຫິວາໝູ ອາຟຣິກກາ ລາມຮອດ ຂ.ຜົ້ງສາລີ

ມະນີຈັນ
2019.07.25
F-Pig ໝູ ຕາຍ ທີ່ຕິດພຍາດ ອະຫິວາໝູ ອາຟຣິກກາ ຊາວບ້ານເອົາໄປຝັງ ແລະການຂ້າເຊື້ອ
ຮູບພາບຈາກ : ນັກຂ່າວພົລເມືອງ

ພຍາດອະຫິວາໝູອາຟຣິກກາ ຣະບາດໄປເຖິງເມືອງຂວາ ແຂວງຜົ້ງສາລີ ແລ້ວຍ້ອນປະຊາຊົນຈໍານວນນຶ່ງ ໃນເມືອງດ່ັງກ່າວ ບໍ່ປະຕິບັດ ຕາມຄໍາສັ່ງ ຂອງເຈົ້າໜ້າທີ່ ໂດຍນໍາໝູທີ່ຕິດເຊື້ອພຍາດນັ້ນ ມາຈາກແຂວງອຸດົມໄຊ ເຂົ້າມາໂດຍບໍ່ຜ່ານ ການກວດກາ ຂອງເຈົ້າໜ້າທີ່ ເຮັດໃຫ້ໝູຕາຍແລ້ວ 507 ໂຕ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ກໍຣະດາ ນີ້ວ່າ:

"ສົງໃສນິ່ ມາທາງອຸດົມໄຊນະ ໄປສືບສວນນໍາຊາວບ້ານນິ່ວ່າ ມີເຈົ້ານຶ່ງນະ ເຂົາໄປຊື້ໝູຢູ່ອຸດົມໄຊ ວ່າໝູໂຕໃຫຍ່ແນວພັນລ້ຽງນະ ໝູໂຕ ໃຫຍ່ຫັ້ນຣາຄາຖືກ ກະແນະນໍາໄປຊື້ສອງເຈົ້ານະ ແລ້ວຫຼັງຈາກນັ້ນ ໂຕນັ້ນແຫຼະຕາຍກ່ອນ ແລ້ວກະຕິດໃສ່ໝູ ຂະເຈົ້າ ລ້ຽງຫັ້ນນະ.”

ທ່ານກ່າວຕື່ມວ່າ ໝູທີ່ຕາຍຢູ່ເມືອງຂວານັ້ນ ໄດ້ນໍາໄປຝັງດິນ. ພ້້ອມກັນນັ້ນ ເຈົ້າໜ້າທີ່ກໍໄດ້ສັ່ງຫ້າມ ບໍ່ໃຫ້ປະຊາຊົນ ເຄື່ອນຍ້າຍໝູ ເຂົ້າ- ອອກເມືອງຢ່າງເດັດຂາດ ແລະໃນມື້ອື່ນ ເຈົ້າໜ້າທີ່ຂແນງລ້ຽງສັດ ຈະລົງພື້ນໄປພົ່ນຢາຂ້າເຊື້ອ ພ້ອມກັບກວດກາ ເພີ້ມຕື່ມຢູ່ບໍຣິເວນ ບ່ອນທີ່ເກີດມີ ພຍາດອະຫິວາ ໝູອາຟຣິກກາ ເພື່ອບໍ່ໃຫ້ມີການແຜ່ຣະບາດ ໄປຫາບ້ານອື່ນໆ.

ໃນຂນະດຽວກັນ ກໍມີຣາຍງານວ່າ ພຍາດອະຫິວາ ໝູອາຟຣິກກາ ໄດ້ຣະບາດຕື່ມ ຢູ່ບ້ານ ໂຮມສຸກ ເມືອງໄຊ ແຂວງອຸດົມໄຊ ເຮັດໃຫ້ມີ ໝູຕາຍ ຈໍານວນ 451 ໂຕ, ຊຶ່ງປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍາລັງຊອກວິທີສະກັດກັ້ນ ການແຜ່ຣະບາດຂອງ ພຍາດ ນີ້ຢູ່.

ໃນມື້ວັນທີ 23 ກໍຣະກະດານີ້ ຂ່າວຈາກແຂວງ ບໍລິຄໍາໄຊຣາຍງານວ່າ ພົບເຊື້ອພຍາດອະຫິວາ ໝູອາຟຣິກກາ ຣະບາດຢູ່ບ້ານປາກເຫືອງ ເມືອງບໍລິຄັນ ມີໝູຕິດເຊື້ອພຍາດນີ້ 154 ໂຕ.

ມາຮອດປັດຈຸບັນ ພຍາດອະຫິວາ ໝູອາຟຣິກກາ ຍັງຣະບາດໃນລາວຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍແຂວງ ຕ້ອງໄດ້ເຝົ້າຣະວັງເຂັ້ມງວດຂຶ້ນ ເພາະນັບຕັ້ງແຕ່ພຍາດນີ້ຊນິດນີ້ ເກີດຂຶ້ນຢູ່ລາວ ໄດ້ເຮັດໃຫ້ໝູຕາຍແລ້ວ ເກືອບຮອດ 4 ພັນໂຕ ຢູ່ແຂວງສາລະວັນ, ນະຄອນຫຼວງວຽງຈັນ, ແຂວງສວັນນະເຂດ, ຫົວພັນ, ຜົ້ງສາລີ, ອຸດົມໄຊ ແລະ ແຂວງບໍລິຄໍາໄຊ. ພຍາດດັ່ງກ່າວ ຍັງບໍ່ມີຢາປິ່ນປົວ ໃຫ້ຫາຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.