ໂຄງການ SOS ຂໍເພີ້ມ ງົບປະມານ

ສຸພັດຕາ
2018.05.24
F-SOS ໂຄງການ SOS ທີ່ ນະຄອນຫຼວງວຽງຈັນ
Screen captured:https://www.sos-childrensvillages.org/where-we-help/asia/laos

ໂຄງການ SOS ໃນສປປລາວ ຕຽມສເນີຂໍງົບປະມານຈາກຣັຖບານ ຕື່ມອີກຜູ້ລະ 70 ພັນກີບຕໍ່ເດືອນ ຊຶ່ງຜ່ານມາ ທາງໂຄງການໄດ້ ງົບປະມານຄ່າອາຫານ ອັດຕຣາການກິນ ຂອງເດັກນ້ອຍອາຍຸ 14 ປີຂຶ້ນໄປໄດ້ຄົນລະ 3 ແສນ 55 ພັນກີບຕໍ່ເດືອນ ແລະ ເດັກນ້ອຍ ອາຍຸຕໍ່າກ່ວາ 14 ປີ ໄດ້ຄົນລະ 2 ແສນ 75 ພັນກີບຕໍ່ເດືອນ, ດັ່ງເຈົ້າໜ້າທີ່ໂຄງການສູນ SOS ແຂວງຊຽງຂວາງ ກ່າວວ່າ:

“ຢ້ານວ່າ ກໍລະນີສາກົນບໍ່ຊ່ວຍ ລັດຖະບານເຮົາ ກໍຊິພິຈາລະນາ ເປັນໃນແງ່ນຶ່ງເນາະ ດຽວນີ້ ມີແຕ່ວ່າ ກະຕຽມສເນີທາງລັດຖະບານ ຫຼື ບັນດາແຂວງ ປະກອບສ່ວນເງິນ ອັດຕາກິນຊ່ວຍເດັກນ້ອຍຕື່ມຜູ້ລະ 70 ພັນກີບຕໍ່ເດືອນ ກໍາລັງກອງປະຊຸມ ກະຕຽມຢູ່ນີ້ ແຕ່ກໍຍັງສິສເນີ ຄນະ SOS ຂັ້ນແຂວງ ແລະຂັ້ນສູນກາງ ເພີ່ນສິຕົກລົງເຫັນດີຫຼືບໍ.”

ທ່ານກ່າວຕື່ມວ່າ ຕົວແທນບັນດາເຈົ້າໜ້າທີ່ໂຄງການ SOS ທົ່ວປະເທດ ໄດ້ມີກອງປະຊຸມເມື່ອເດືອນ ກຸມພາ ທີ່ຜ່ານມາ ແລະຕົກລົງສເນີ ຂໍຂຶ້ນເງິນອັດຕຣາກິນ ດັ່ງກ່າວ ກັບຂັ້ນແຂວງແລະຣັຖບານ ແຕ່ຍັງລໍຖ້າຄນະກັມມະການ SOS ຂັ້ນສູນກາງ ວ່າຈະເຫັນດີນໍາຫຼືບໍ. ເພາະ ຜ່ານມາ ອົງການສາກົລຊ່ວຍເຫລືອ ກໍບໍ່ພຽງພໍແລ້ວ ດັ່ງນັ້ນ ຈຶ່ງຢາກໃຫ້ຣັຖບານ ປະກອບສ່ວນ ດ້ານງົບປະມານເພີ້ມຕື່ມອີກ:

“ສໍາລັບງົບປະມານຜ່ານມາ ມີແຕ່ເບື້ອງສາກົນ ໂຄງການ SOS ສນອງເປັນສ່ວນໃຫຍ່ ຄືຕົວຢ່າງ ຊຽງຂວາງ ເຮົາກໍຣະດັບ 30 ພັນ ຫາ 40 ພັນ ດອນລ່າ ຢູ່ຣະຫວ່າງນີ້ ຕໍ່ເດືອນ ຈະມີຄ່າຮຽນ ຄ່ານໍ້າ ຄ່າໄຟ ຄ່າອາຫານ ການກິນ ເຄື່ອງນຸ່ງຮວມຢູ່ຫັ້ນໝົດ ແຕ່ລະບ້ານ ອິງໃສ່ ບ້ານທີ່ມີເດັກຫລາຍ ມີເດັກນ້ອຍ.”

ທ່ານກ່າວເພີ້ມວ່າ ສະເພາະແຂວງຊຽງຂວາງ ມີຈໍານວນເດັກນັກຮຽນ ທີ່ຢູ່ໃນໂຄງການ SOS 165 ຄົນ ໃຊ້ງົບປະມານແຕ່ລະເດືອນ ປະມານ 280 ລ້ານກີບ ຫາ 400 ລ້ານກີບ. ປັດຈຸບັນ ໃນທົ່ວປະເທດລາວມີສູນ SOS ຢູ  6 ແຫ່ງ ຄື: ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ, ແຂວງຫລວງພຣະບາງ, ແຂວງສວັນນະເຂດ, ເມືອງປາກເຊ ແລະເມືອງຊໍາເໜືອ ມີເດັກນ້ອຍທັງໝົດປະມານ 1 ພັນ ປາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.