ໂຄງການນໍ້າສະອາດ
2013.10.14

ທະນາຄານພັທນາເອເຊັຍ ຫລື ADB ໃຫ້ຣັຖບາລລາວກູ້ຢືມເງິນ ເພື່ອໃຊ້ເຂົ້າໃນການເຮັດໃຫ້ນໍ້າສະອາດ ແລະການອະນາມັຍດີຂຶ້ນ ສໍາລັບ ປະຊາຊົນ 11 ເມືອງນ້ອຍຢູ່ປະເທສລາວ. ທ່ານ Anupma Jain ນັກຊ່ຽວຊານອາວຸໂສຂແນງສັງຄົມຂອງທະນາຄານພັທນາເອເຊັຍ ປະຈໍາ ເອເຊັຍຕາເວັນອອກສ່ຽງໃຕ້ເວົ້າວ່າ: “ປະຊາຊົນຢູ່ ສປປ ລາວ ໃນ 10 ຄົນໃດມີ 3 ຄົນບໍ່ໄດ້ໃຊ້ນໍ້າສະອາດ ແລະພຍາດຖອກທ້ອງໄດ້ເຮັດ ໃຫ້ເດັກນ້ອຍ ເສັຍຊີວິດນຶ່ງໃນສາມຄົນແລະວ່າໂຄງການນີ້ຈະຊ່ວຍໃຫ້ປະຊາຊົນຈໍານວນ 160,000 ຄົນຫລາຍກວ່າ 2% ຂອງປະຊາຊົນຢູ່ ພາຍໃນປະເທສ ມີນໍ້າສະອາດໃຊ້ ການອະນາມັຍຈະໄດ້ຮັບການແກ້ໄຂ ແລະສຸຂພາບຂອງປະຊາຊົນຈະດີຂຶ້ນ“.
ໂຄງການ 46 ລ້ານ 5 ແສນໂດລາ ສະຫະຣັຖ ຈະໃຊ້ເຂົ້າໃນການພັທນາແລະປັບປຸງຣະບົບບໍຣິິການນໍ້າແລະປະຕິບັດການຂຍາຍຊຸມຊົນໃນ ການປົກປ້ອງສິ່ງແວດລ້ອມ ການອະນາມັຍ ແລະຮັກສາທໍ່ນໍ້າເສັຍ. ພ້ອມກັນນັ້ນ ໂຄງການດັ່ງກ່າວ ຍັງຈະເຮັດໃຫ້ຄວາມສາມາດໃນການໃຊ້ ເຄື່ອງມືກ່ຽວກັບນໍ້າຢູ່ແຂວງຕ່າງໆດີຂຶ້ນໃນການວາງແຜນ ແລະປະຕິບັດຮ່ວມກັນໃນການຄຸ້ມຄອງບໍຣິຫານນໍ້າທີ່ບໍ່ມີຣາຍຮັບແລະໃນແຜນການ ນໍ້າທີ່ປອດພັຍ. ທີ່ຜ່ານມາ 3 ໂຄງການ ທີ່ທະນາຄານ ພັທນາເອເຊັຍສນັບສນູນ ໄດ້ປະສົບຄວາມສໍາເຣັດ ໃນການເຮັດໃຫ້ຣະບົບນໍ້າ ແລະ ອະນາມັຍດີຂຶ້ນ ຢູ່ 31 ເມືອງນ້ອຍ ໃນທົ່ວປະເທສລາວ ແລະຕື່ມອີກ 12 ຣະບົບ ຈະສໍາເຣັດໃນປີ 2015.