ເດັກນ້ອຍແມ່ຍິງຖືພາມີຄວາມ ສ່ຽງ ສູງ
2013.12.03

ເຈົ້າໜ້າທີ່ແຂວງອຸດົມໄຊ ເວົ້າວ່າ ປັດຈຸບັນ ມີແມ່ຍິງວັຍ 14-15 ປີ ຖືພາຈໍານວນຫລາຍ ຕາມເຂດຊົນນະບົດ ແລະໃນຊົນເຜົ່າໂດຍບໍ່ໄດ້ ໄປຝາກທ້ອງ ແລະ ຮັບການດູແລ-ເບິ່ງແຍງ ຈາກແພດໝໍ ເຮັດໃຫ້ ຊີວິດຂອງເຂົາເຈົ້າ ແລະລູກນ້ອຍ ຕົກຢູ່ໃນຄວາມ ສ່ຽງສູງໃນເວລາ ອອກລູກ. ທ່ານເວົ້າວ່າ:
"ຄັນວ່າແມ່ນເຂດນ້ອງນີ້ກໍມີ 14-15 ປະມານນີ້ແຫລະ ໃນລະຍະເວ ລາລາວຖືພານະ ລາວບໍ່ໄດ້ຮັບການດູແລ ທີ່ວ່າດີຫັ້ນນະຍັງໄປອອກ ແຮງງານ ບໍ່ຮູ້ວ່າລູກເຂົາເຈົ້າ ມີຫຍັງ ບໍ່ມີຫຍັງ".
ນາງວ່າໄດ້ພົບເຫັນເດັກນ້ອຍແມ່ຍິງຊົນເຜົ່າ ທີ່ຫ່າງໄກເມືອງແດ່ນັ້ນ ເລີ້ມມີຄອບຄົວ ຕອນອາຍຸ 12-13 ປີກໍມີ. ເມື່ອຖືພາລູກແລ້ວ ກໍບໍ່ ຫາທາງເຂົ້າໄປຫາແພດ-ໝໍ ຍ້ອນເຊື່ອຖືຕາມຮີດຄອງປະເພນີ ທ້ອງ ຖິ່ນ ຫລາຍໂພດ.
ນັບແຕ່ຕົ້ນປີ 2013 ມາຮອດປັດຈຸບັນນີ້ ລາຍງານວ່າ ແມ່ຍິງອາຍຸບໍ່ເຖິງ 18 ປີ ຖືພາ ແລະເກີດລູກດ້ວຍຕົນເອງຢູ່ເຮືອນ ເສັຽຊີວິດໄປແລ້ວ 11 ຄົນ ຍ້ອນສູນເສັຽເລືອດໃນເວລາເກີດລູກ ແລະເກີດພຍາດແຊກຊ້ອນ ຕາມມາ. ບາງກໍຣະນີທັງແມ່ແລະລູກເສັຽຊີວິດ ແຕ່ເຈົ້າໜ້າທີ່ຄາດ ວ່າ ຄົງມີຫລາຍກວ່າລາຍງານ ທີ່ເກັບກໍາມາໄດ້.
ເຈົ້າໜ້າທີ່ວ່າ ຢູ່ແຂວງອຸດົມໄຊ ມີໂຮງໝໍແລະສຸຂສາລາຫລາຍແຫ່ງໄວ້ ບໍຣິການແມ່ຍິງຖືພາແລະອອກລູກໂດຍທີ່ບໍ່ຄິດຄ່າ ແຕ່ວ່າສ່ວນຫຼາຍ ແລ້ວ ບໍ່ມາຝາກທ້ອງນໍາ ແພດ-ໝໍ.