ແມ່ຍິງລາວຫລັງອອກລູກຍັງມີ ຄວາມສ່ຽງ
2014.07.07
ມາເຖິງ ປັດຈຸບັນ ການ ເສັຍຊີວິດ ຂອງ ແມ່ຍິງ ລາວ ຫລັງເກີດລູກ ຍັງເປັນ ບັນຫາ ທ້າທາຍ ທີ່ ຮ້າຍແຮງ ຢູ່ໃນ ຫລາຍແຂວງ ພາກເໜືອ ຂອງ ປະເທສ ເຖິງວ່າ ຈະຫລຸດ ລົງແດ່ແລ້ວ ແຕ່ ທາງການ ລາວ ກໍຍັງຕ້ອງ ໄດ້ ເອົາໃຈໃສ່ ແກ້ໄຂ.
ຣາຍງານ ຈາກ ແຂວງ ຊຽງຂວາງ ວ່າ ນັບຕັ້ງແຕ່ ຕົ້ນປີ 2014 ມານີ້ ບັນຫາ ທີ່ວ່ານັ້ນ ຍັງ ໜັກໜ່ວງຢູ່ ຍ້ອນການ ເດີນທາງມາ ໂຮງໝໍ ຫຍຸ້ງຍາກ ແລະ ຄົນ ສ່ວນຫລາຍ ກໍ ບໍ່ມີເງິນ ຄ່າເດີມທາງ ມາໂຮງໝໍ. ດັ່ງ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ຊຽງຂວາງ ເວົ້າວ່າ:
"ເກີດຫລາຍຢູ່ ແຕ່ວ່າ ການຕາຍ ທຽບໃສ່ ປີ ຜ່ານມາ ກໍຫລຸດລົງ ແຫລະ ຕາຍ ກະສ່ວນຫລາຍ ກະທາງມັນ ຫຍຸ້ງຍາກນໍ ມັນມາ ບໍ່ທັນ ຫັ້ນນະ ບໍ່ມີເງິນ ແລ້ວລົດ ກະບໍ່ມີ".
ທ່ານກ່າວ ຕໍ່ໄປວ່າ ສາເຫດນຶ່ງ ທີ່ສໍາຄັັນ ຍັງເປັນ ບັນຫາ ຢູ່ນີ້ ຄື ຜູ້ຍິງ ຊົນເຜົ່າ ມີຄວາມເຊື່ອ ດັ້ງເດີມ, ມີຄອບຄົວ ແຕ່ອາຍຸ ຍັງນ້ອຍ ແລະ ຕອນຖືພາ ກໍບໍ່ໄປ ຝາກທ້ອງ ແລະ ກວດສຸຂພາບ ນໍາແພດໝໍ, ເມື່ອເວລາ ອອກລູກ ກໍອອກຢູ່ ເຮືອນ ຕາມທີ່ເຄີຍ ປະຕິບັດ ກັນມາ.
ນອກຈາກ ແຂວງ ຊຽງຂວາງ ແລ້ວ ກໍມີ ແຂວງ ອຸດົມໄຊ ທີ່ ອັດຕຣາ ການ ເສັຍຊີວິດ ຂອງ ແມ່ຍິງ ຫລັງເກີດລູກ ຍັງສູງຢູ່. ນັບຕັ້ງແຕ່ ຕົ້ນປີ 2014 ມານີ້ ມີຜູ້ ເສັຍຊີວິດ ບໍ່ ຕໍ່າກວ່າ 3 ຄົນ ຊຶ່ງ ໃນຕົວຈິງ ອາຈມີຫຼາຍ ກວ່ານັ້ນ.
ຕາມການ ເປີດເຜີຍ ຂອງ ກະຊວງ ສາທາຣະນະສຸຂ ຂອງລາວ ເມື່ອ ເດືອນ ກຸມພາ ຜ່ານມາວ່າ ໃນສົກປີ 2012 2013 ຢູ່ ສປປ ລາວ ມີແມ່ຍິງ ຖືພາ ທີ່ ບໍ່ໄປ ຝາກ ທ້ອງ ກັບໝໍ ປະມານ 50,000 ຄົນ ແລະ ມີຜູ້ໄປ ຝາກທ້ອງ ບໍ່ຄົບຕາມ ກໍານົດ 4 ຄັ້ງ ກໍມີຫລາຍ, ເຮັດໃຫ້ປີ 2013 ມີແມ່ຍິງ ເສັຍຊີວິດ ຫລັງເກີດລູກ ຢູ່ປະມານ 122 ຄົນ.