ຣະວັງເຊື້ອໂຣຄອະຫິວາ

ຈໍາປາທອງ
2016.04.10
F-hospital ການປິ່ນປົວ ປະຊາຊົນໃນເຂດຊົນນະບົດ ແຂວງຜົ້ງສາລີ ອຸປຖັມໂດຍ LRF ຈາກຣັດ ຄາລິຟໍເນັຽ ສະຫະຣັດ ອະເມຣິກາ
Screen captured from Lao Rehabilitation Foundation, Inc. video

ໂຮງໝໍ ແຂວງ ຜົ້ງສາລີ ເຕືອນ ພໍ່ແມ່ ແລະ ຜູ້ປົກຄອງ ໃຫ້ຣະວັງ ພຍາດ ຖອກທ້ອງ ຊຶ່ງ ມັກເກີດຂຶ້ນ ກັບ ເດັກນ້ອຍ ໃນຊ້ວງ ຣະດູຮ້ອນ ເປັນຕົ້ນ ເດັກນ້ອຍ ທີ່ ມີອາຍຸຕໍ່າ ກວ່າ 5 ປີ, ໃຫ້ ຣະມັດ ຣະວັງ ເຣຶ່ອງ ອາຫານ ການກິນ ແລະ ນໍ້າດື່ມ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ໂຮງໝໍ ແຂວງ ຕໍ່ ວິທຍຸ ເອເຊັຍເສຣີ ເມື່ອວັນທີ 8 ເມສາ:

"ຣະດູນີ້ນະ ສ່ວນຫຼາຍ ເຂົາມັກເກີດ ພຍາດຖອກທ້ອງ ນີ້ຫຼາຍກວ່າ ສ່ວນຫຼາຍ ກໍເດັກນ້ອຍ ມັກກິນແບບ ເປັນສົ້ມ ເປັນແຈ່ວ ອີ່ຫຍັງບໍ ສໍາລັບ 5 ຂວບ ນີ້ຄື ສ່ວນຫຼາຍ ຂະເຈົ້າ ແມ່ນຂະເຈົ້າ ບໍ່ຢາກເອົານົມ ຕົວເອງ ໃຫ້ກິນ ແລ້ວ ກໍບາງເທື່ອ ເອົານົມເສີມ ອີ່ຫຍັງ ໃຫ້ກິນ ແລ້ວ ກໍບາງເທື່ອ ກໍຖອກທ້ອງ ທ່ານໝໍ ແນະນໍາ ບໍ່ໃຫ້ກິນ ອາຫານ ເສີມ ເທື່ອ ບໍ່ຮອດອາຍຸ ເທື່ອ ອີ່ຫຍັງ ຫັ້ນນະ".

ນາງກ່າວ ອີກວ່າ ພໍ່ແມ່ ສ່ວນຫຼາຍ ຕ້ອງ ໄປເຮັດວຽກ ນອກບ້ານ ແລະຝາກ ລູກໃຫ້ປູ່ຍ່າ ເບິ່ງແຍງ ໂດຍໃຫ້ລູກ ກິນ ອາຫານເສີມ ແລະ ນົມສົດ ແທນ. ທ່ານໝໍ ແນະນໍາ ພໍ່ແມ່ ໃນເຣຶ່ອງ ໃຫ້ລູກກິນ ອາຫານເສີມ ທີ່ບໍ່ເໝາະ ກັບ ອາຍຸ ຂອງລູກ ເພາະ ມັນເຮັດໃຫ້ ເກີດ ຖອກທ້ອງ ໄດ້.

ເລີ້ມປີ 2016 ມາເຖິງ ປັຈຈຸບັນ ແຂວງ ຜົ້ງສາລີ ມີເດັກນ້ອຍ ອາຍຸຕໍ່າ ກວ່າ 5 ປີ ປະມານ ສິບ ຄົນ ເປັນພຍາດ ຖອກທ້ອງ, ສ່ວນຫຼາຍ ແມ່ນ ເດັກນ້ອຍ ຢູ່ ຊົນນະບົດ. ນາຍແພດ ໄດ້ໄປ ໂຄສະນາ ເຜີຍແພ່ ແນະນໍາໃຫ້ ປະຊາຊົນ ກິນ ອາຫານສຸກ ດື່ມນໍ້າຕົ້ມ ແລະ ໃຫ້ລ້າງມື ສະອາດ ກ່ອນ ກິນອາຫານ.

ການແພ່ຣະບາດ ຂອງພຍາດ ຖອກທ້ອງ ຂຶ້ນກັບເຣຶ່ອງ ສຸຂອະນາມັຍ, ຫາກ ບໍ່ມີການ ອະນາມັຍ, ບໍ່ມີ ວິດຖ່າຍ ພຍາດນີ້ ຈະເກີດຂຶ້ນ ແລະ ແພ່ຣະບາດ ໄດ້ງ່າຍ. ພຍາດ ຖອກທ້ອງ ສາມາດ ປິ່ນປົວໄດ້ ໂດຍການດື່ມ ນໍ້າ ໂປລາລິສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.