ຄົນປ່ວຍພາຍຫຼັງກິນໝາກໂມ ໄດ້ເຂົ້າ ໂຮງໝໍ

ຄົນລາວ ທີ່ບໍ່ສະບາຍ ພາຍຫຼັງ ກິນໝາກໂມ ຕ້ອງໄປໂຮງໝໍ ແລະ ປັດຈຸບັນຄົນເຈັບໄດ້ ອອກໂຮງໝໍແລ້ວ
ຄົນລາວ ທີ່ບໍ່ສະບາຍ ພາຍຫຼັງ ກິນໝາກໂມ ຕ້ອງໄປໂຮງໝໍ ແລະ ປັດຈຸບັນຄົນເຈັບໄດ້ ອອກໂຮງໝໍແລ້ວ (ນັກຂ່າວພົລເມືອງ)

0:00 / 0:00

ຊາວລາວເຈັດຄົນ ຂີ່ຣົດເດີນທາງ ຈາກ ພາກເໜືອ ເມື່ອວັນທີ່ 16 ເດືອນ ເມສາ ປີ 2021 ນີ້ ມຸ້ງໜ້າໄປຫາແຂວງວຽງຈັນ, ເມື່ອມາ ຮອດເຂດເມືອງຄູນ ແຂວງຊຽງຂວາງ ພາກັນຈອດ ຣົດຊື້ໝາກໂມ ທີ່ແມ່ຄ້າວາງຂາຍຢູ່ແຄມທາງ, ແມ່ຄ້າປາດໝາກໂມ ໃຫ້ຢ່າງດີ, ຜູ້ເດີນທາງພາກັນກິນ ຢູ່ໃນຣົົດໃນເວລາເດີນທາງ, ແຕ່ມື້ນຶ່ງຕໍ່ມາ ຄົນລາວທັງເຈັດ ເລີ້ມມີອາການ ບໍ່ສະບາຍ ວິນຫົວ ໜາວສັ່ນ ເຈັບທ້ອງ ແລະຖອກທ້ອງ ຈຳເປັນຕ້ອງໄປໂຮງໝໍ ໄດ້ຮັບການຮັກສາປິ່ນປົວ ແລ້ວອາການກໍດີຂຶ້ນ ປັດຈຸບັນຄົນເຈັບໄດ້ອອກໂຮງໝໍ ແລ້ວ, ຕາມຄຳເວົ້າຂອງ ຄົນເຈັບຄົນນຶ່ງ ທີ່ໄດ້ກ່າວກັບວິທຍຸເອເຊັຍເສຣີໃນ ວັນທີ່ 20 ເມສາ 2021 ນີ້ວ່າ:

“ຊື້ໝາກໂມຂຶ້ນຣົດມາສອງໜ່ວຍ ແລ້ວໃຫ້ຂະເຈົ້າຜ່າໃຫ້ພ້ອມ ແລ້ວກໍກິນ. ແຕ່ວ່າ ຍັງເຈັບຫົວເລັກນ້ອຍ ວັນທີ 16 ກັບມານອນ ແລ້ວປະມານ 1 ໂມງ 2 ໂມງຂອງວັນທີ 17 ແລ້ວເປັນ. ມີຖອກທ້ອງ ທຽວເຂົ້າຫ້ອງນ້ຳ ລະກະໜາວສັ່ນ ບໍ່ມີແຮງເຈັບຫົວ. ຊື້ໝາກໂມ ຢູ່ຊຽງຂວາງ ຢູ່ເມືອງຄູນ.”

ເຈົ້າໜ້າທີຜແນກອຸດສາຫະກັມ ແລະການຄ້າ ແຂວງຊຽງຂວາງ ທ່ານນຶ່ງທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງກ່າວວ່າ ຈົນເຖິງປັດຈຸບັນ ເຈົ້າໜ້າທີ່ ຫລື ປະຊາຊົນ ທ້ອງຖິ່ນຍັງບໍ່ທັນ ຣາຍງານ ບັນຫາ ໝາກໂມເປັນພິດ ມາຫາຜແນກຂອງທ່ານເທື່ອ. ທາງຜແນກ ຈະຕິດຕໍ່ໄປຫາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃຫ້ໄປກວດກາເບິ່ງ. ເຈົ້າໜ້າທີ່ທ່ານນີ້ ກ່າວອີກຕອນນຶ່ງວ່າ:

“ຄືວ່າທາງເຮົາ ຍັງບໍ່ທັນໄດ້ຍິນຂ່າວຫຍັງ. ຖ້າວ່າອັນນັ້ນມາ ພວກເຮົາກໍໄປກວດຄືກັນ ຖ້າວ່າມີ. ອັນນີ້ ທາງເຮົາຍັງບໍ່ທັນໄດ້ຍິນເຂົາ ເຈົ້າແຈ້ງເທື່ອ. ຖ້າວ່າມັນມີ ພວກເຮົາກະລົງໄປ ລົງໄປຫລາຍຂແນງການເນາະ.”

ສ່ວນເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຊຽງຂວາງທ່ານນຶ່ງ ກ່າວເຕືອນປະຊາຊົນວ່າ ໃນຍາມອາກາດຮ້ອນ ເວລາຊື້ຜັກ ຫລື ຊື້ໝາກໄມ້ ໃຫ້ປະຊາຊົນລ້າງຜັກ ແລະ ໝາກໄມ້ ໃຫ້ສະອາດ ກ່ອນກິນ ເພາະຜົນຜລິດ ອາດມີສານເຄມີເປີ້ເປື້ອນ ທີ່ອາດຈະ ເປັນອັນຕະຣາຍ ຕໍ່ສຸຂພາບ ດັ່ງເຈົ້າໜ້າທີ່ທ່ານນັ້ນ ກ່າວຕື່ມວ່າ:

“ຊິມີຢູ່ ເຣື່ອງຜົນຮ້າຍຕໍ່ສຸຂພາບນ່າ. ເຮົາກໍແນະນຳ ພືດຜັກໝາກໄມ້ ອີ່ຫຍັງເຮົາເອົາມາ ເຮົາກໍຕ້ອງນຳມາລ້າງນ້ຳ ໃຫ້ສະອາດ ກ່ອນກິນ. ຖ້າຫາກວ່າມີສານຕົກຄ້າງບໍ່ ຫລືສານອີ່ຫຍັງ ຫັ່ນນ່າ ຖ້າມັນຢູ່ສ່ວນນອກ ຄັນເຮົາລ້າງນ້ຳສະອາດໄປ ມັນກໍບໍ່ຕົກ ຄ້າງຫລາຍ ວ່າຊັ່ນຊະເນາະ.”

ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ທ່ານນີ້ອະທິບາຍວ່າ ໃນກໍຣະນີ ຄົນກິນໝາກໂມແລ້ວ ເບື່ອຈົນເຂົ້າໂຮງໝໍນັ້ນ ກໍອາດຈະເປັນ ໄປໄດ້ວ່າ ໝາກໂມອາດຈະມີສານເຄມີຕິດຢູ່ນຳ ແຕ່ເພື່ອຄວາມແນ່ນອນ ໝາກໂມ ຕ້ອງໄດ້ຮັບການກວດວິຈັຍ ໂດຍເຈົ້າໜ້າທີ່ ການແພດຢ່າງຄັກແນ່. ອີກຢ່າງນຶ່ງ ແພດກໍຕ້ອງກວດ ແລະສອບຖາມຜູ້ເບື່ອເມົາວ່າ ພວກເຂົາໄດ້ກິນຫຍັງແດ່ນອກຈາກໝາກໂມ.

ອີກເຫດການນຶ່ງ ທີ່ອາດຈະພົວພັນ ກັບການເບື່ອໝາກໂມ ຂອງຄົນລາວທັງເຈັດ ກໍຄື ໃນມື້ດຽວກັນ ຄືວັນທີ່ 16 ເມສາ 2021 ຊາວບ້ານເຫັນໝາກໂມ ຈຳນວນຫຼວງຫຼາຍ ຖືກປະຖິ້ມ ໄວ້ໃນບໍຣິເວນ ບ້ານອ່າງນ້ຳຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຊາວບ້ານໃຜໆກໍບໍ່ຮູ້ວ່າ ຄົນທີ່ຂົນໝາກໂມມາຖິ້ນນັ້ນ ແມ່ນໃຜ ດັ່ງຊາວບ້ານອ່າງນ້ຳຫຸມ ຜູ້ນຶ່ງໄດ້ຊີ້ແຈງ ຕໍ່ວິທຍຸເອເຊັຍເສຣີວ່າ:

“ມີຄົນເອົາໝາກໂມ ມາຖິ້ມໃກ້ບ່ອນ ທີ່ຂະເຈົ້າມັກໄປແລ່ນຫລິ້ນ ມັນຢູ່ແຄມນ້ຳ ຫັ່ນໜ໋າ. ຜູ້ເອົາມາຖິ້ມ ກະບໍ່ຮູ້ວ່າແມ່ນໃຜ. ໝາກໂມ ຫັ່ນມັນຊິມີລັງ ມັນຊິເປັນພາສາຈິນ ທັງໝົດ ຄັນຊິວ່າແມ່ນ ຂອງຄົນລາວ ຄືຊິບໍ່ແມ່ນເນາະ. ຕອນເຫັນ ເຂົາຂົນໄປໄດ້ເຄິ່ງແລ້ວ ອັນນັ້ນແມ່ນເຄິ່ງນຶ່ງ.”

ຊາວບ້ານຜູ້ນີ້ກ່າວອີກວ່າ ຊາວບ້ານບາງຄົນ ກໍເກັບເອົາໝາກໂມເຫລົ່ານັ້ນໄປກິນຫລືໄປຂາຍ. ນາງເອງກໍມີໝູ່ ທີ່ຊື້ໝາກໂມກິນ ຢູ່ທາງເຂດເມືອງຄູນ ແຂວງຊຽງຂວາງ ແລ້ວກໍພາກັນ ເບື່ອເມົາ ຈົນໄດ້ເຂົ້າໂຮງໝໍ.

ເຖິງຢ່າງໃດກໍຕາມ ທັງນາງແລະໝູ່ ກໍບໍ່ຮູ້ແນ່ນອນວ່າ ໝາກໂມທີ່ວາງຂາຍ ຢູ່ແຄມທາງໃນເຂດ ເມືອງຄູນ ແລະໝາກໂມທີ່ຖືກ ປະຖິ້ມໄວ້ຢູ່ໃກ້ນ້ຳຫຸມ ຈະເປັນໝາກໂມ ຈາກບ່ອນດຽວກັນບໍ່ ຫລືວ່າ ມີສ່ວນພົວພັນກັນແນວໃດ.

ສ່ວນຊາວບ້ານບ້ານອ່າງນ້ຳຫຸມ ອີກຄົນນຶ່ງ ສັນນິຖານວ່າ ຄົນທີ່ຂົນໝາກໂມ ມາຖິ້ມຢູ່ແຄມນ້ຳຫຸມນັ້ນ ຕ້ອງຂົນມາໃນຍາມກາງຄືນ. ອີກບັນຫານຶ່ງ ຊາວບ້ານຫຼາຍຄົນ ກໍບໍ່ດີໃຈ ທີ່ເຫັນບໍຣິເວນນັ້ນ ໄດ້ກາຍເປັນບ່ອນຖິ້ມຂີ້ເຫຍື້ອ ເພາະບໍຣິເວນນັ້ນ ເປັນເຂດທ່ອງທ່ຽວ ມີທັງຮ້ານອາຫານ ແລະ ບ່ອນຫລິ້ນພັກຜ່ອນ ດັ່ງຊາວບ້ານຄົນນີ້ເວົ້າວ່າ:

“ຕອນທີ່ໄປເຫັນນີ້ ຖືວ່າຫຼາຍ ບ້ານອ່າງນ້ຳຫຸມ ເປັນແຫລ່ງທ່ອງທ່ຽວ ມັນຊິມີຮ້ານອາຫານຫຼາຍຫັ່ນນ່າ. ນັກທ່ອງທ່ຽວເຂົາມາທ່ຽວ ຫລາຍມັນບໍ່ແມ່ນ ບໍ່ແມ່ນບ່ອນຖິ້ມ. ກະບໍ່ຮູ້ວ່າ ເປັນຫຍັງ ຈຶ່ງເອົາມາຖິ້ມ ຖາມຄົນແຖວນັ້ນວ່າ ເຫັນບໍ່ວ່າ ຣົດຄັນໃດເອົາມາຖິ້ມ ເຂົາກໍບໍ່ຮູ້. ໜ້າຈະເອົາມາຖິ້ມ ຕອນກາງຄືນບໍ່ ຂ້າເຈົ້າບໍ່ຮູ້ຄືກັນ.”

ເມື່ອໄດ້ຍິນຂ່າວວ່າ ມີຄົນຖິ້ມໝາກໂມ ຢູ່ແຄມນ້ຳຫຸມ ແລະກໍມີຄົນເບື່ອໝາກໂມ ຢູ່ແຂວງຊຽງຂວາງ, ຊາວລາວຢູ່ເຂດນະຄອນຫຼວງ ວຽງຈັນຫລາຍຄົນ ກໍຄິດຢ້ານ ຢ້ານຈົນບໍ່ກ້າຊື້ ໝາກໂມກິນ ດັ່ງຊາວນະຄອນຫຼວງວຽງຈັນ ຜູ້ນ່ຶງເວົ້າວ່າ:

“ຢ້ານແຫລະເນາະ ເພາະສ່ວນໃຫຍ່ ຄືຈະບໍ່ຊື້ໝາກໂມ ແບບຊຸລຸຍຊຸລ້າຍຕາມຕລາດ ແບບບໍ່ຮູ້ທີ່ມາທີ່ໄປ ຈະບໍ່ຊື້ກິນໂດຍທົ່ວໄປ. ເຫັນຢູ່ແຕ່ຫາກບໍ່ໍໍໍໍຊື້ ເຮົາບໍ່ຮູ້ວ່າ ແຫລ່ງທີ່ມາ ມັນມາຈາກໃສ. ໃນມຸມສ່ວນໂຕນີ້ ແບບບໍ່ກິນເລີຍແຫຼະ ບໍ່ກ້າຊື້ເລີຍແຫຼະ ແບບວ່າ ເຮົາໄປເຫັນສວນ ຢູ່ນຳໄຮ່ນຳສວນເຂົາ ແລ້ວກະເຮົາຖາມວ່າ ເອີ້ ສີດຢາບໍ່ ໄດ້ຈັກມື້ ຈັກທິດ ຈັກເດືອນແລ້ວ ປະມານນີ້ຫັ່ນໜ໋າ.”

ເພື່ອຢາກຮູ້ວ່າ ແມ່ນໃຜຖິ້ມໝາກໂມໄວ້ ທີ່ເຂດບ້ານອ່າງນ້ຳຫຸມ ແລະເພື່ອຢາກຮູ້ວ່າ ໝາກໂມນັ້ນມາຈາກໃສ, ນັກຂ່າວວິທຍຸເອເຊັຍ ເສຣີ ໄດ້ຕິດຕໍ່ຫາຫ້ອງການ ອຸດສາຫະກັມ ແລະ ການຄ້າ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນຕອນບ່າຍ ຂອງວັນທີ່ 20 ເມສາ 2021 ນີ້ ແລະ ໄດ້ຮັບຄຳຊີ້ແຈງວ່າ ປັດຈຸບັນ ເຈົ້າໜ້າທີ່ຫ້ອງການ ຂອງທ່ານກຳລັງ ກວດກາສືບສວນຢູ່ ຍັງບໍ່ສາມາດໃຫ້ ຄວາມກະຈ່າງແຈ້ງ ໄດ້ເທື່ອໃນຂນະນີ້.