ມ.ປາກຊ່ອງມີຜູ້ໃຫຽ່-ເດັກນ້ອຍ ເຈັບປ່ວຍ
2014.08.15

ໃນຊ່ວງ ຣະດູຝົນ ປີນີ້ ມີເດັກນ້ອຍ ຫລາຍຄົນ ຢູ່ເມືອງ ປາກຊ່ອງ ແຂວງ ຈຳປາສັກ ພາກັນ ຖອກທ້ອງ ແລະ ປອດບວມ ຊຶ່ງ ອາຈ ມາຈາກ ນໍ້າ ບໍ່ສະອາດ ແລະ ຕາກຝົນ ເພາະ ຫຼາຍຄົນ ກໍເປັນ ໄຂ້ຫວັດ. ສ່ວນ ຜູ້ໃຫຍ່ ກໍເປັນ ໂຣຄ ກະເພາະ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ສາທາຣະນະສຸຂ ໃນວັນທີ 14 ສິງຫາ 2014:
"ກະຫລາຍ ຢູ່ ໂຕນີ້ມັນ ຈະເປັນເຣື່ອງ ລຳໃສ້ ເດັກນ້ອຍ ມັນຖ່າຍ ທ້ອງ ເຣື່ອງອາຫານ ການກິນ ນີ້ແຫລະ ແລ້ວ ກໍ ປອດອັກເສບ ມັນ ຝົນຕົກຫລາຍ, ຜູ້ໃຫຍ່ ສ່ວນຫລາຍ ມັກເປັນ ເຣື່ອງ ຣະບົບ ລະລາຍ ກະເພາະ ເຈັບກະເພາະ ກ່ຽວກັບ ລຳໃສ້".
ທ່ານວ່າ ເດັກນ້ອຍ ເປັນ ປອດອັກເສບ ໃນ ຫລາຍເດືອນ ຜ່ານ ມານີ້ ສະເລັ່ຽແລ້ວ ເດືອນລະ 30 ຄົນ ຊຶ່ງ ຫລາຍຄົນ ກໍຕ້ອງ ໄດ້ນອນ ປີ່ນປົວ ຢູ່ໂຮງໝໍ. ສຳລັບ ເດັກນ້ອຍ ທີ່ ຖອກທ້ອງ ນັ້ນ ບາງຄົນ ກໍບໍ່ໄດ້ມາ ປິ່ນປົວ ຢູ່ໂຮງໝໍ ແຕ່ ກໍບໍ່ມີ ຣາຍງານວ່າ ມີຜູ້ເກີດ ອາການ ຮຸນແຮງ ເຖິງຂັ້ນ ເປັນ ອັນຕະຣາຍ ຕໍ່ຊີວິດ ເທື່ອ.
ໜັງສືພິມ ເສຖກິດ-ສັງຄົມ ຂອງລາວ ຣາຍງານວ່າ ປັຈຈຸບັນ ຜແນກ ສາທາຣະນະສຸກ ແຂວງ ຈຳປາສັກ ໄດ້ຕຣຽມແຜນ ປ້ອງກັນ ພຍາດ ທີ່ມາຈາກ ພັຍ ນ້ຳຖ້ວມ ແລະ ຝົນຕົກ ໜັກ ເປັນຕົ້ນ ພຍາດ ຖອກທ້ອງ ຕຸ່ມເປື່ອຍ ຈາກ ນ້ຳຄັນ.
ໃນເບື້ອງຕົ້ນ ທາງ ສາທາຣະນະສຸກ ໄດ້ຕຣຽມໃຊ້ ສານ Chlorine ເພື່ອ ຂ້າເຊື້ອໂຣຄ ໃນນ້ຳ ແລະ ແຈກຈ່າຍຢາ ໃຫ້ ແຕ່ລະ ເມືອງ ແລະ ເຕືອນໃຫ້ ປະຊາຊົນ ເພີ່ມຄວາມ ຣະມັດ ຣະວັງ ຂຶ້ນຕື່ມ ໃນ ຣະດູຝົນ.