ເດັກນ້ອຍເປັນໂຣຄປອດ
2013.08.05

ພຍາດປອດ ອັຄເສບ ຍັງຄຸກຄາມ ເດັກນ້ອຍ ໃນແຂວງ ອຸດົມໄຊ ຢູ່ຕໍ່ໄປ.
ປັຈຈຸບັນ ເດັກນ້ອຍເກີດໃໝ່ ຫາ ອາຍຸ 1 ປີ ຫລາຍຄົນ ຢູ່ໃນເຂດ ຊົນນະບົດ ຫ່າງໄກ ເປັນໂຣຄ ປອດອັກເສບ ຊຶ່ງສ່ວນໃຫຍ່ ກໍຍ້ອນ ຜູ້ເປັນແມ່ບໍ່ໄດ້ ໄປກວດສຸຂພາບ ແລະ ຮັບຟັງຄໍາແນະນໍາຈາກໝໍ ຕອນຖືພາ ຈົນເຮັດໃຫ້ ເດັກນ້ອຍ ເກີດໃໝ່ ບໍ່ມີ ພູມຕ້ານພຍາດ ເທົ່າທີ່ຄວນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງອຸດົມໄຊ. ນາງກ່າວ ຕອນນຶ່ງວ່າ:
"ພຍາດ ອັກເສບປອດ ຍັງມີຢູ່ເນາະ ສ່ວນຫລາຍມັນເກີດຈາກການ ເບິ່ງແຍງໃນເວລາແມ່ຖືພາບາງເທື່ອຫັ້ນແມ່ນັ້ນຖືພາ ແລ້ວບໍ່ໄດ້ຮັບ ການເບິ່ງແຍງແລ້ວກໍໄປຕາມລໍາພັງໃຈ ເວົ້າເຣື່ອງອາຫານການກິນ ບໍ່ດູແລ ໂຕເອງ ການຮັກສາ ສຸຂພາບ".
ນາງວ່າ ເມື່ອເດັກເກີດມາ ແບບບໍ່ມີພູມ ຄຸ້ມກັນນັ້ນ ກໍເປັນພຍາດ ປອດອັກເສບ ໄດ້ງ່າຍ ເພາະຕາມເຂດ ຊົນນະບົດ ຫ່າງໄກ ແລະ ຕາມເຂດພູດອຍມີປະຊາຊົນຈູດໄຮ່ເຜົາປ່າເພື່ອການປູກຝັງຈຶ່ງເກີດມີຄວັນ ຊຶ່ງເດັກນ້ອຍ ເກີດໃໝ່ກໍ ຫາຍໃຈເອົາຄວັນ ນັ້ນ.
ກ່ຽວກັບເດັກນ້ອຍ ທີ່ເປັນໂຣຄປອດອັກເສບນັ້ນ ເຈົ້າໜ້າທີ່ວ່າຍັງບໍ່ຮູ້ຈໍານວນທີ່ແນ່ນອນແຕ່ກໍເຊື່ອວ່າຈະມີຫລາຍ ພໍສົມຄວນ ຊຶ່ງຈະຕ້ອງໃຫ້ ສຸຂສາລາ ໃນເຂດ ເມືອງຕ່າງໆ ຮວບຮວມຕົວເລກ ຂອງເດັກນ້ອຍ ທີ່ມາຮັບການ ປີ່ນປົວນັ້ນ ສົ່ງໃຫ້ທາງ ຜແນກ ສາທາຣະນະສຸຂ.
ນາງກ່າວ ໃນຕອນທ້າຍວ່າ ດຽວນີ້ ທາງເຈົ້າໜ້າທີ່ ກໍພຍາຍາມ ໂຄສະນາ ໃຫ້ ແມ່ຍິງ ໃນທຸກເຂດ ໄປກວດສຸຂພາບ ຕັ້ງແຕ່ເລີ່ມ ຖືພາ ພ້ອມດຽວກັນ ກໍຈະສເນີ ໃຫ້ພາກສ່ວນ ກ່ຽວຂ້ອງ ຕັກເຕືອນຊາວບ້ານ ໃຫ້ເຊົາຈູດໄຮ່ ເຜົາປ່າ ເພື່ອບໍ່ໃຫ້ ເກີດຄວັນຫລາຍ ອີກຕໍ່ໄປ.