ສຸຂອະນາມັຍຢູ່ສູນ ຮັບຮອງ ຜູ້ເຄາະຮ້າຍ
2018.08.16
ນາຍແພດແລະໝໍ ທີ່ປະຈຳຢູ່ສູນບັນເທົາທຸກ ຢູ່ໂຮງຮຽນມັທຍົມສົມບູນຈັນທາ ແຂວງອັດຕະປື ຍັງເປັນຫ່ວງເຣື່ອງສຸຂພາບ ແລະ ສຸຂອະນາມັຍ ຂອງຜູ້ປະສົບພັຍນໍ້າຖ້ວມ 300 ປາຍຄົນນັ້ນຢູ່ ເນື່ອງຈາກສະພາບຄວາມເປັນຢູ່ໃນສູນ ຄັບແຄບແອອັດ ໂດຍສະເພາະ ຫ້ອງນໍ້າ ທີ່ມີບໍ່ພຽງພໍ. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 16 ສິງຫາ ນີ້ວ່າ:
“ກະຍັງເປັນຫ່ວງ ແມ່ນເປັນຫ່ວງ ເຮົາກະໄດ້ມາປະຈຳຢູ່ເລື້ອຍໆ ເຮົາຮັບໃຊ້ຫັ້ນນະ ກິນຢາກຫຍັງຄືວ່າ ຍາມເຊົ້າກໍ່ບອກເພີ່ນອະນາມັຍ ຕື່ນມາກໍ່ອະນາມັຍຄືກັນ ບໍ່ໃຫ້ຖ່າຍຊະຊາຍຫຍັງຫັ້ນນ່າ ແບບເປັນຫ່ວງ ແມ່ນເບື້ອງຫ້ອງນໍ້າ ມີເທົ່ານັ້ນແຫຼະ ກໍ່ໄດ້ໃຊ້ປ່ຽນອອກປ່ຽນເຂົ້າ ຍ່າງເຂົ້າຍ່າງອອກ ປະມານ 2 ຄົນ ກໍ່ເປື້ອນແຫຼະ.”
ນາງກ່າວຕື່ມວ່າ ໃນຣະຍະເກືອບ 3 ສັປດາຜ່ານມາ ທີ່ຜູ້ປະສົບພັຍໄດ້ອາສັຍຢູ່ສູນບັນເທົາທຸກແຫ່ງນີ້ ມີທັງເດັກນ້ອຍ ແລະ ຜູ້ສູງອາຍຸ ຊື່ງມີຄວາມສ່ຽງ ທີ່ອາຈເຮັດໃຫ້ຕິດເຊື້ອ ພຍາດໄຂ້ຫວັດ ແລະ ຖອກທ້ອງໄດ້.
ທຸກມື້ນີ້ ເດັກນ້ອຍອາຍຸຕ່ຳກວ່າ 10 ປີ ເປັນພຍາດໄຂ້ຫວັດ ແລະໄອແຮງ ບາງຄົນກໍ່ມີຂີ້ມູກ. ນາຍແພດແລະໝໍ ກໍໃຫ້ຢາໄປກິນກ່ອນ ແຕ່ຖ້າຫາກວ່າອາການ ຍັງບໍ່ດີຂຶ້ນ ກໍຈະສົ່ງໄປປິ່ນປົວ ຢູ່ໂຮງໝໍແຂວງອັດຕະປື ຕໍ່.
ຢ່າງໃດກໍຕາມ ນາຍແພດແລະໝໍ ທີ່ປະຈຳຢູ່ສູນດັ່ງກ່າວ ກໍໄດ້ແຈ້ງເຕືອນ ຜູ້ປະສົບພັຍທຸກມື້ ບໍ່ໃຫ້ຖ່າຍໜັກ, ຖ່າຍເບົາຊະຊາຍ ເນື່ອງຈາກຈະສົ່ງກິ່ນເໝັນ ແລະສ່ຽງທີ່ຈະຕິດເຊື້ອພຍາດຣະບາດ ພາຍໃນສູນໄດ້.
ປັດຈຸບັນ ໂຮງໝໍແຂວງອັດຕະປື ມີຜູ້ປະສົບພັຍນໍ້າຖ້ວມທັງໝົດ 13 ບ້ານ ເຂົ້າມາປິ່ນປົວພຍາດໄຂ້ຫວັດ, ເປັນໄອແລະຖອກທ້ອງ ບໍ່ຕໍ່າກວ່າ 300 ຄົນ ທີ່ມາປິ່ນປົວໃນແຕ່ລະມື້.