ພຍາດປາກເປື່ອຍລົງເລັບ ກໍາລັງ ຣະ​ບາດ

ໄມຊູລີ
2018.01.10
F-Cow ພຍາດສັດປາກເປື່ອຍລົງເລັບ ເລີ້ມ ອີກແລ້ວຢູ່ໃນ 9 ບ້ານ ເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ສັດລ້ຽງ ງົວຄວາຍ ຂອງປະຊາຊົນ ລົ້ມຕາຍ
RFA

ປັຈຈຸບັນ ພຍາດປາກເປື່ອຍລົງເລັບ ກໍາລັງຣະ​ບາດ ຢູ່ໃນ 9 ບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ເຮັດໃຫ້ ສັດລ້ຽງງົວຄວາຍ ຂອງ ປະຊາຊົນ ຕາຍແລ້ວ 112 ໂຕ ແລະອີກຈໍານວນ 3,600 ໂຕ ກໍກໍາລັງຕິດ ເຊື້ອພຍາດດັ່ງກ່າວ ຊຶ່ງດຽວນີ້ທາງເຈົ້າໜ້າທີ່ ພາກສ່ວນ ກ່ຽວຂ້ອງ ກໍາລັງເຝົ້າຕິດຕາມຢ່າງເຂັ້ມງວດ ພ້ອມທັງແຈ້ງເຕືອນ ບໍ່ໃຫ້ປະຊາຊົນເຄື່ອນຍ້າຍສັດ ເພື່ອສະກັດກັ້ນ ການແຜ່ລາມຂອງເຊື້ອ ພຍາດດັ່ງກ່າວ, ດັ່ງເຈົ້າໜ້າທີ່ ຂແນງລ້ຽງສັດ ເມືອງວຽງໄຊ ກ່າວໃນວັນທີ 10 ມົກຣາ ນີ້ວ່າ:

"ມີບ້ານທີ່ວ່າມັນກໍາລັງຂຍາຍ ໄປຫັ້ນເນາະ ກໍມີຈໍານວນນຶ່ງ ໂຕຕາຍແທ້ໆສ່ວນຫຼາຍ ກໍຈະເປັນໂຕເກີດໃໝ່ຫັ້ນເນາະ ທີ່ວ່າແມ່ມັນບໍ່ໃຫ້ ກິນນົມ ແລ້ວລູກມັນ ຕິດເຊື້ອຫັ້ນນະ ຍາມນີ້ກໍແມ່ນມີແຕ່ຫ້າມ ຊື້ຫ້າມຂາຍສັດ ສະກັດກັ້ນພຍາດຫັ້ນເນາະ ສີດພົ່ນຢາ.”

ເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ໄປວ່າ ການແຜ່ຣະບາດ ຂອງພຍາດນີ້ເກິດຂື້ນ ນັບແຕ່ເດືອນ ພຶສຈິກາປີກາຍ ສໍາລັບຕົ້ນຕໍ ເກີດຈາກພຍາດ ຕາມຣະດູການ ແລະອາດມີ ປະຊາຊົນນໍາສັດ ທີ່ມີເຊື້ອ ປາກເປື່ອຍລົງເລັບ ຈາກເມືອງອື່ນ ເຂົ້າມາພາຍໃນເມືອງ, ສໍາລັບງົວຄວາຍ ທີ່ຕາຍຍ້ອນ ພຍາດດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ແຈ້ງ ໃຫ້ນໍາໄປຝັງດິນ ເພື່ອບໍ່ໃຫ້ເຊື້ອພຍາດແຜ່ຂຍາຍ ພ້ອມທັງ ສັ່ງບໍ່ໃຫ້ກິນຊີ້ນສັດ ທີ່ຕາຍຢ່າງເດັດຂາດ.

ທ່ານກ່າວວ່າ ປັຈຈຸບັນ ທາງຂແນງລ້ຽງສັດ ກໍາລັງຕ້ອງການ ຢາວັກຊິນ ປ້ອງກັນພຍາດ ປາກເປື່ອຍລົງເລັບ ຈໍານວນຫລາຍ ຈຶ່ງຢາກ ຮຽກຮ້ອງ ໃຫ້ທາງກະຊວງກະສິກັມແລະປ່າໄມ້ ເລັ່ງສນອງຢາແບບໄວ ເພື່ອເປັນຜົນດີຕໍ່ການຄວບຄຸມ ການແຜ່ຣະ​ບາດ ຂອງເຊື້ອພຍາດ ຊື່ງຫລ້າສຸດ ໄດ້ສ້າງມູລຄ່າ ຄວາມເສັຽຫາຍ ໃຫ້ແກ່ຜູ້ລ້ຽງສັດ ເຖິງ 290 ລ້ານກິບ.

ຣາຍງານວ່າ ການແຜ່ຣະບາດຂອງພຍາດປາກເປື່ອຍ ລົງເລັບ ຢູ່ເມືອງວຽງໄຊ ໃນເທື່ອນີ້ ນັບເປັນເທື່ອທີ 2 ແລ້ວ ຄັ້ງທໍາອິດເກິດຂຶ້ນ ໃນປີ 2010 ຊຶ່ງມີງົວຕາຍ 15 ໂຕ, ຄວາຍຕາຍ 2 ໂຕ ແລະມີງົວຄວາຍ ຕິດເຊື້ອພຍາດດັ່ງກ່າວ 310 ໂຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.