ໄຂ້ຍຸງລາຍ ຣະບາດ ເສັຽຊີວິດ 33 ຄົນ
2019.07.19
ການຣະບາດຂອງໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ທົ່ວປະເທສລາວ ຍັງສືບຕໍ່ເພີ່ມຂື້ນ, ໃນເດືອນມີຖຸນາ ຜ່ານມາ ອີງຕາມການຣາຍງານ ຢ່າງເປັນທາງການ ມີຜູ້ເສັຽຊີວິດ 22 ຄົນ ແຕ່ໃນເດືອນກໍຣະກະດາ ມີຜູ້ເສັຽ ຊີວິດເພີ່ມຂື້ນເປັນ 33 ຄົນ ແລະຕິດເຊື້ອ ໃນເດືອນມິຖຸນາ ຈາກ 12 ພັນ ປາຍຄົນເພີ່ມຂື້ນມາເປັນ 15 ພັນ ປາຍຄົນ. ດັ່ງເຈົ້າໜ້າທີ່ສູນວິເຄາະ ຣະບາດວິທຍາ ກະຊວງ ສາທາຣະນະສຸກ ໄດ້ກ່າວຕໍ່ ນັກຂ່າວ RFA ເມື່ອວັນທີ 19 ກໍຣະກະດາວ່າ:
"ໂຕເລກຮອດມື້ວານນີ້ມັນໝື່ນຫ້າເສັຽຊີວິດ 33 ຄົນ. ໃຊ້ມາຕການໃນການທໍາລາຍແຫຼ່ງ ເພາະພັນຍຸງ ເອົາໃຈໃສ່ແຕ່ໃນໄລຍະນີ້ ປະຊາຊົນເຂົາໄປ ນອນຢູ່ນາ ແລ້ວກາປະບ້ານໄວ້ແລ້ວ ກາເຮັດໃຫ້ນໍ້າຂັງ ນໍ້າອັ່ງ ເກີດມີຍຸງກວດເບິ່ງແລ້ວ ກາຍັງມີໜອນນໍ້າຍຸງລາຍ ຫຼາຍຢູ່."
ທ່ານກ່າວໄດ້ຕື່ມວ່າ ປັດຈຸບັນມິຄົນເຈັບ ເຂົ້າມາປີ່ນປົວ ຫຼາຍຈົນເຖີງຂັ້ນຕຽງ ນອນບໍ່ພໍ່ ມີບາງໂຮງໝໍຕ້ອງໄດ້ໃຊ້ ສະໂມສອນຂອງໂຮງໝໍ ເປັນບ່ອນປີ່ນປົວ ຂອງຄົນເຈັບຊົ່ວຄາວ. ແຕ່ລະແຂວງເຂົາເຈົ້າວ່າມີ ຄົນປ່ວຍຄົນເຈັບຫຼາຍ ເຂົາເຂົ້າກາຕຽງນອນບໍ່ພໍ ບາງໂຮງໝໍກໍ່ໄປ ນອນຢູ່ຫ້ອງປະຊຸມ ໃສ່ຕຽງເສີມຕື່ມເພາະວ່າ ພວກເຮົານີ້ບໍ່ໃຫ້ຄົນເຈັບປົວ ຢູ່ບ້ານເດ້ບໍ່ໃຫ້ໄປຊື້ຢາ ກິນເອງແນ່ນອນລະຄົນເຈັບ ກໍ່ຕ້ອງມາ ສະຖານທີ່ ບໍຣິການ.
ຕໍ່ສະພາບການດັ່ງໂຮງໝໍແ ຂວງຈຳປາສັກ ກໍ່ເປັນນຶ່ງໃນໂຮງໝໍທີ່ມີຄົນເຈັບປ່ວຍໄຂ້ເລືອດອອກລົ້ນໂຮງໝໍ ຕຽງພຽງພໍຕ້ອງໄດ້ໃຊ້ຫ້ອງ ປະຊຸມເປັນບ່ອນປີ່ນປົວເສີມ. ດຽວນີ້ບໍ່ມີບ່ອນ ຢູ່ໂຮງໝໍຫັ້ນນ່າ ບໍ່ມີບ່ອນຊິນອນ ແລ້ວມັນກາແອອັດກັນ ໄປຈັ້ງຊັ້ນແລ້ວ ອົດເອົາກັນໄປດຽວນີ້ ກໍພຍາຍາມ ກັ້ນກອງໃຫ້ວ່າຜູ້ໃດຜູ້ນຶ່ງ ກໍບໍ່ຢາກໃຫ້ ໂຮງໝໍແຂວງ ຢູ່ເມືອງຫັ້ນນ່າບໍ່ຢາກ ໃຫ້ສົ່ງມາຜູ້ທີ່ວ່າມີ ອາການໜັກໆ ຈັ່ງສົ່ງມາສະເວົ້າ ກັບເມືອງແລ້ວເດ.
ອີງຕາມການຣາຍງານ ຂອງ ສູນວິເຄາະ ຣະບາດວິທຍາ ໄຂ້ເລືອດອອກເຣີ້ມ ຣະບາດແຕ່ທ້າຍປີກາຍ ຈົນມາເຖີງປັດຈຸບັນ ນະຄອນຫຼວງ ວຽງຈັນ ມີຜູ້ຕິດເຊື້ອ ໄຂ້ເລືອດອອກ ຫຼາຍກວ່າໝູ່ 3,095 ຄົນ ເສັຍຊີວິດ 7 ຄົນ, ສ່ວນແຂວງ ທີ່ມີຄົນເສັຍຊີວິດ ຫຼາຍກ່ວາໝູ່ ແມ່ນ ແຂວງສວັນນະເຂດ 10 ຄົນ ແລະ ຕິດເຊື້ອ 2,518 ຄົນ.
ສ່ວນແຂວງ ຫົວພັນ ເປັນແຂວງດຽວ ທີ່ຍັງບໍ່ທັນມີຣາຍງານການ ຣະບາດຂອງ ໄຂ້ເລືອດອອກ.