ໄຂ້ມາລາເຣັຍ ຂ.ອັດຕະປື


2013.03.11
F-attapeu ແຂວງອັດຕະປື ຍິນດີ ຕ້ອນຮັບ
RFA/Viengsay

ຄົນງານ ເຄື່ອນຍ້າຍ ຢູ່ແຂວງ ອັດຕະປື ເປັນໄຂ້ ມາລາເຣັຍ ຫລາຍ ຍ້ອນເຂົ້າປ່າ ຕັດໄມ້.

ປັດຈຸບັນ ຄົນງານ ເຄື່ອນຍ້າຍ ໃນແຂວງ ອັດຕະປື ທີ່ຕັດໄມ້ ແລະ ອາໄສຢູ່ ຕາມປ່າ ເປັນໄຂ້ປ່າ ມາລາເຣັຍ ຫລາຍ ຍ້ອນວ່າ ປ່າຫລາຍແຫ່ງ ເປັນແຫລ່ງ ເພາະພັນ ຍຸງລາຍ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ປ້ອງກັນ ໄຂ້ຍຸງ ແຂວງ ອັດຕະປື ນາງນຶ່ງ ເວົ້າວ່າ:

"ພວກຕັດໄມ້ ໜ້າເຄື່ອນບໍ່ ພວກຫາໄມ້ ຢູ່ ປ່າພຸ້ນນະ ສ່ວນໃຫຍ່ ຢາກເປັນ ໂລດແຫລະ ຄັນໄປຕິດເຊື້ອ ຢູ່ປ່າຫັ້ນນະ ເພາະວ່າ ປະຊາກອນ ເຄື່ອນຍ້າຍ ທີ່ມາ ອັດຕະປື ມີເປີເຊັນສູງ ສ່ວນຫລາຍ ເຂົາເຄີຍ ຢູ່ເຂດ ທີ່ ບໍ່ມີ ເຊື້ອໄຂ້ຍູງ ແລະ ມາສາມາດ ຕິດຕໍ່ ຫັ້ນນະ".

ນາງເວົ້າ ຕໍ່ໄປວ່າ ຄົນງານ ເຄື່ອນຍ້າຍ ທີ່ອາໄສ ຢູ່ຕາມປ່າ ສ່ວນໃຫຍ່ ບໍ່ມີແນວ ປ້ອງກັນຍຸງ, ເມື່ອເຈັບປ່ວຍ ກ່ອນຈະມາຮອດ ໂຮງໝໍ ກໍຕ້ອງໃຊ້ ເວລາຫຼາຽ ມານອນປົວ ຢູ່ໂຮງໝໍ 2-3 ວັນ ກໍກັບໄປ ເຮັດວຽກຕໍ່, ຄົນປ່ວຍ ບາງຄົນ ກໍກັບໄປ ປິ່ນປົວ ຢູ່ແຂວງ ຂອງຕົນ ຍ້ອນ ສະດວກກວ່າ.

ປີ 2012 ຜ່ານມາ ຄົນງານ ເຄື່ອນຍ້າຍ ຢູ່ແຂວງ ອັດຕະປື ເສັຍຊີວິດ ຍ້ອນພຍາດນີ້ 10 ກວ່າຄົນ ຂະນະທີ່ ທາງແຂວງ ບໍ່ສາມາດ ຮິບໂຮມ ຈໍານວນ ຜູ້ເຈັບປ່ວຍ ທັງໝົດໄດ້. ເວົ້າເຖິງແຫລ່ງ ເພາະພັນ ຍຸງລາຍ ຢູ່ແຂວງນີ້ ມີຫລາຍແຫ່ງ ທີ່ ເຈົ້າໜ້າທີ່ ສາທາຣະນະສຸກ ບໍ່ສາມາດ ໄປສີດພົ່ນ ຢາຂ້າຍຸງໄດ້ ເຮັດໃຫ້ ຄົນງານ ເຄື່ອນຍ້າຍ ຍັງຕົກຢູ່ໃນ ຄວາມສ່ຽງ ຕໍ່ການ ທີ່ຈະເປັນ ໄຂ້ຍຸງ ນັ້ນຫລາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.