ການເຕີບໃຫຍ່ຂອງເດັກນ້ອຍ ຢູ່ລາວ

ມະນີຈັນ
2019.05.07
f-malnutrition ເດັກນ້ອຍໃນວັຍທີ່ ຮ່າງກາຍກໍາລັງເຕີບໃຫຍ່ ແລະມັນສມອງ ຕ້ອງການສານອາຫານ ລໍ່ລ້ຽງ
RFA/OK

ມາດາມ Deborah Leaver ຜູ້ອໍານວຍການອົງການຊ່ວຍເຫຼືອເດັກນ້ອຍສາກົລ Save the Children ປະຈໍາລາວ ໃຫ້ສັມພາດ RFA ຜ່ານທາງໂທຣະສັບ ຈາກນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້ວ່າ ອົງການຂອງພວກທ່ານ ເຮັດວຽກຢູ່ລາວຕັ້ງແຕ່ປີ 1984 ເປັນຕົ້ນມາ ໂດຍໄດ້ພຍາຍາມປັບປຸງ ໂພຊນາການ ຂອງເດັກນ້ອຍໃນລາວ ໃຫ້ດີຂຶ້ນ ຍ້ອນວ່າ ການຂາດສານອາຫານ ໃນລາວນີ້ ຍັງເປັນບັນຫາ ຊໍາເຮື້ອ ຢູ່ມາຈົນຮອດປັດຈຸບັນ ໂດຍສະເພາະໃນກຸ່ມຊົນເຜົ່າ ທີ່ອາສັຍຢູ່ເຂດຊົນນະບົດ ຫ່າງໄກ.

ມາດາມເວົ້າວວ່າ ສິ່ງນຶ່ງທີ່ພວກທ່ານເຫັນ ຄືເດັກນ້ອຍຕົນໂຕຕໍ່າເຕັ້ຽ ເຕີບໂຕບໍ່ສົມອາຍຸ ອັນບົ່ງບອກເຖິງການຂາດສານອາຫານ ຂອງ ພວກເຂົາ. ຢູ່ບາງເຂດ ທີ່ພວກທ່ານໄປເຮັດວຽກນັ້ນ ອັດຕຣາເດັກນ້ອຍຕໍ່າເຕັ້ຽ ມີຫລາຍເຖິງປະມານ 44 ເປີເຊັນ. ແຕ່ໃນຫລາຍປີຫລັງ ມານີ້ປາກົດວ່າ ມີສະພາບດີຂຶ້ນ ຄືອັດຕຣາສະເລັ່ຽໃນທົ່ວປະເທດ ຫລຸດລົງມາຢູ່ທີ່ປະມານ 33 ເປີເຊັນ -ມາດາມກ່າວ:

"ແຕ່ຫາກວ່າ ມັນແຕກຕ່າງກັນຫລາຍ ຢູ່ໃນແຂວງ ແລະເມືອງຕ່າງໆ ໃນທົ່ວປະເທດລາວ ແຕ່ແນ່ນອນມັນກະທົບ ຕໍ່ປະຊາຊົນໃນເຂດ ຊົນນະບົດ ຫລາຍກວ່າຢູ່ຕົວເມືອງ."

ສິ່ງນຶ່ງທີ່ຂ້ອນຂ້າງໜ້າເປັນຫ່ວງ ກ່ຽວກັບເຣື່ອງຄວາມຕ່ຳເຕັ້ຽ ຂອງຕົນໂຕເດັກ ນ້ອຍນີ້ ຄືເດັກນ້ອຍບໍ່ໄດ້ກິນອາຫານ ທີ່ມີທາດບໍາຣຸງ ອັນເຮັດໃຫ້ມີຜົລກະທົບທີ່ບໍ່ດີ ໃສ່ການພັທນາ ທັງທາງດ້ານຮ່າງກາຍ ແລະມັນສມອງຂອງພວກເຂົາ.

ສ່ວນສາເຫດສໍາຄັນ ທີ່ເຮັດໃຫ້ເດັກນ້ອຍຕົນໂຕຕ່ຳເຕັ້ຽນັ້ນ ມາດາມ Leaver ບອກວ່າ ສ່ວນນຶ່ງຄືເດັກນ້ອຍ ບໍ່ໄດ້ກິນອາຫານທີ່ຖືກຕ້ອງ ບໍ່ໄດ້ກິນຜັກຊນິດ ທີ່ມີໄວຕາມິນຕ່າງໆ ບໍ່ໄດ້ຮັບທາດໂປຣຕີນ ຫລື ອາຫານທີ່ມີທາດບໍາຣຸງ ຊຶ່ງບັນຫານີ້ມີຢູ່ຫລາຍແຂວງ ທີ່ອົງການຂອງ ພວກທ່ານ ໄດ້ໄປເຮັດວຽກ:

"ອົງການ Save the Children ເຮັດວຽກຢູ່ຫລາຍແຂວງຂອງລາວ ຄື  ຫລວງພຣະບາງ, ຄໍາມ່ວນ ແລະ ສະຫວັນນະເຂດ ແລະກໍເຮັດ ວຽກຮ່ວມກັບ ເພື່ອນຮ່ວມງານອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບຣັຖບານອື່ນໆໃນແຂວງ ຫລວງນໍ້າທາ ຜົ້ງສາລີ ແລະ ຫົວພັນ."

ແລະຫາກປຽບທຽບໃສ່ປະເທດອື່ນໆ ໃນກຸ່ມປະເທດອາຊຽນ ເຫັນວ່າ ຢູ່ ສປປລາວ ເດັກ ນ້ອຍອາຍຸຫລຸດ 5 ປີີ ມີຕົນໂຕເຕັ້ຽຢູ່ໃນອັດຕຣາ ສູງກວ່າໝູ່ ເຖິງແມ່ນວ່າຈະໄດ້ຫລຸດລົງມາຢູ່ທີ່ 33 ເປີເຊັນໃນ 3 ປີຫລັງມານີ້ກໍຕາມ ຊຶ່ງກໍຍັງມີຫລາຍວຽກ ທີ່ຈະຕ້ອງໄດ້ເຮັດ. ແລະວ່າ ອົງການ Save the Children ຂອງພວກທ່ານ ເຮັດວຽກໂດຍກົງກັບຣັຖບານລາວ ໃນການປະຕິບັດຍຸທສາດແຫ່ງຊາດ. ແລະມາດາມ ກໍຄິດວ່າ ຣັຖບານລາວໃຫ້ຄວາມສໍາຄັນຍິ່ງ ໃນເຣື່ອງໂພສະນາການ ຮວມເຖິງເຣື່ອງການສຶກສາ ແລະສຸຂພາບ ຊຶ່ງພວກທ່ານກໍກໍາລັງ ສນັບສນູນ ແລະ ປະຕິບັດແຜນງານແຫ່ງຊາດ ຂອງລາວ ຮວມທັງຍຸທສາດດ້ານສຸຂພາບ ນໍາດ້ວຍ.

ໃນການໃຫ້ສັມພາດ RFA ຈາກນະຄອນຫລວງວຽງຈັນນັ້ນ ມາດາມ Deborah Leaver ຍັງໄດ້ກ່າວເຖິງໂຄງການ SCALING ຊຶ່ງ ເປັນໂຄງການການ ປ່ຽນແປງແບບຍືນຍາວ ທີ່ຈະບັນລຸໄດ້ໂດຍຜ່ານໂພຊນາການ ແລະ ການບໍຣິຫານ ແລະກໍໄດ້ຮັບທຶນຊ່ອຍເຫລືອ ຈາກສະຫະພາບ ຢູໂຣບ ໃນກຳນົດ 4 ປີຄືເຖິງປີ 2021 ຈຳນວນ 5 ລ້ານ 4 ແສນໂດລາສະຫະຣັຖ. ອົງການ Save the Children ເປັນຜູ້ນຳໃນການປະຕິບັດໂຄງການນີ້ ຢູ່ 7 ເມືອງຂອງແຂວງຫລວງພຣະບາງ ດ້ວຍການເຮັດວຽກຢ່າງໃກ້ຊິດກັບຣັຖບານລາວ ແລະ ເຮັດວຽກກັບອີກ 3 ອົງການຈັດຕັ້ງ ສາກົນ ທີ່ບໍ່ຂຶ້ນກັບຣັຖບານ ອັນມີຮວມທັງກອງທຶນເດັກນ້ອຍ Child Fund ຢູ່ແຂວງຫົວພັນ, ອົງການ ແຄຣ໌ CARE ຢູ່ 3 ເມືອງຂອງແຂວງຫລວງນໍ້າທາ ແລະ ອົງການຮ່ວມມືກັບລາວ CCL ຢູ່ແຂວງຜົງສາລີ.

ມາດາມກ່າວວ່າ ເປົ້າໝາຍຂອງ SCALING ແມ່ນການປັບປຸງສະພາບໂພຊນາການ ຂອງແມ່ຍິງວັຍຈະເຣີນພັນ, ວັຍຊອນສາວ ແລະ ເດັກນ້ອຍອາຍຸລຸດ 5 ປີ ຊຶ່ງພວກທ່ານກໍເຮັດວຽກ ໃນທຸກຣະດັບ ເຮັດວຽກກັບຣັຖບານ, ກັບຊຸມຊົນດ້ານສຸຂພາບ ເພື່ອໃຫ້ແນ່ໃຈວ່າ ໂຄງການຂອງ ພວກທ່ານ ມີປະສິດທິພາບຫລາຍທີ່ສຸດ. ພ້ອມດຽວກັນ ກໍໄດ້ຂຍາຍໂຄງ ການໄປເຖິງ ເຣື່ອງການຖືພາມານ ແລະ ເດັກນ້ອຍໃນລະຍະ 2 ປີ ທໍາອິດຫລັງເກີດ ໂດຍເລັ່ງໃສ່ໃຫ້ຄວາມຮູ້ກ່ຽວກັບ ເຣື່ອງຕ່າງໆ ນັບຕັ້ງແຕ່ການລ້ຽງລູກ ດ້ວຍນົມແມ່, ການອະນາມັຍ ສຸຂພິບານ, ການຮັກສາສຸຂພາບໄປ.

ນອກຈາກນັ້ນແລ້ວ ພວກທ່ານຍັງເຮັດວຽກ ກັບເດັກນ້ອຍແລະນັກຮຽນ ທັງຍິງແລະຊາຍ ຢູ່ໂຮງຮຽນມັທຍົມນໍາດ້ວຍ ເພື່ອໃຫ້ ພວກເຂົາ ຮູ້ຈັກເຣື່ອງໂພຊນາການ ສໍາລັບພວກເຂົາ ແລະອີກສິ່ງນຶ່ງທີ່ພວກທ່ານເຮັດ ສໍາລັບພວກເຂົາ ນັ້ນຄືເສີມຂຍາຍຣະບົບ ການບໍຣິການດ້ານ ສຸຂພາບ ເພື່ອຊ່ອຍໃຫ້ພວກເຂົາ ໄດ້ຮັບການສຶກສາທີ່ດີຫລາຍຂຶ້ນຕື່ມ ເພື່ອຊ່ອຍໃຫ້ສາມາດແກ້ໄຂບັນຫາຕ່າງໆ ທັງເຣື່ອງໂພຊນາການ ໃນຊຸມຊົນ ຂອງພວກເຂົາ. ມາດາມ ກ່າວຕໍ່ໄປວ່າ:

"ພວກເຮົາເຮັດວຽກ ຢ່າງໃກ້ຊິດກັບຊຸມຊົນ ກັບຄູ່ຮ່ວມຣັຖບານ ເພື່ອໃຫ້ແນ່ໃຈວ່າພວກເຮົາ ເຂົ້າໃຈດີກ່ຽວກັບສະພາບການແລະວິທີທີ່ດີ ທີ່ສຸດໃນການແກ້ໄຂ ບັນຫາທ້າທາຍຕ່າງໆ."

ແລະວ່າພວກທ່ານໂຊກດີຫລາຍ ທີ່ໄດ້ມີປະສົບການໃນໂຄງການໂພຊນາການ ອື່ນໆເປັນຕົ້ນໂຄງການ ຢູເສດ ເນຕຣາ ທີ່ດໍາເນີນໃນ ພາກໃຕ້ ຊຶ່ງເຮັດໃຫ້ພວກທ່ານເຂົ້າໃຈດີຂຶ້ນ ໃນບັນຫາທ້າທາຍທີ່ໄດ້ປະເຊີນມາ ແລະປັດຈຸບັນ ພວກທ່ານກໍກໍາລັງດໍາເນີນກິຈກັມ ຝຶກອົບຮົມເພື່ອ ໃຫ້ມີການປ່ຽນແປງ ການປະຕິບັດຕົນ ແລະຫລັງຈາກນັ້ນກໍຈະເບິ່ງເຖິງໂພຊນາການ ແລະພັທນາການຂອງເດັກນ້ອຍ ຊຶ່ງການປ່ຽນແປງ ໃນເຣື່ອງຕົນໂຕຕໍ່າເຕັ້ຽຂອງເດັກນ້ອຍ ແລະໂພຊນາການນີ້ ແມ່ນຕ້ອງໄດ້ ໃຊ້ເວລາກວ່າຈະເຫັນຜົລ. ດັ່ງນັ້ນ ພວກທ່ານຈຶ່ງດີໃຈຫລາຍ ທີ່ ສະຫະພາບ ຢູໂຣບ ຊ່ອຍທາງດ້ານການເງິນ ໃຫ້ແກ່ໂຄງການ 4 ປີ ທີ່ວ່ານັ້ນ ເພື່ອໃຫ້ພວກທ່ານ ສາມາດເຫັນການປ່ຽນແປງ ຂອງພວກເຂົາ ແລະພວກທ່ານກໍມີຄວາມຫວັງ ທີ່ຈະສືບຕໍ່ວຽກງານສນັບສນູນ ຣັຖບານລາວ ແລະຊຸມຊົນ ລາວນັ້ນຕໍ່ໄປ.

ເມື່ອຖາມເຖິງສະພາບຄວາມຕໍ່າເຕັ້ຽຂອງເດັກນ້ອຍລາວ ອາຍຸລຸດ 5 ປີໃນອີກຫລາຍປີຂ້າງໜ້າ ຈະເປັນແນວໃດນັ້ນ -ມາດາມກໍຕອບວ່າ:

"ຂ້າພະເຈົ້າຄິດວ່າ ກໍຣະນີຂອງລາວ ເປັນເຣື່ອງຂອງຄວາມສໍາເຣັດ. ອົງການສາກົລຄື Save the Children, ຄູ່ຮ່ວມພັທນາຄື ສະຫະພາບຢູໂຣບ ແລະຣັຖບານສະຫະຣັຖອາເມຣິກາ, ກະຊວງການຕ່າງປະເທດອອສເຕຣເລັຽ ແລະຣັຖບານປະເທດຕ່າງໆໃນໂລກ ກໍຮັບຮູ້ກັນ."

ແລະວ່າພວກທ່ານ ກໍໄດ້ເຫັນການພັທນາທາງດ້ານເສຖກິດ ຢ່າງຫລວງຫລາຍ ໃນລາວ. ແຕ່ທ່ານກໍຄິດວ່າ ມັນມີຄວາມສໍາຄັນຢ່າງຍິ່ງ ທີ່ສັງເກດເຫັນວ່າ ການພັທນາຂອງລາວ ບໍ່ຄ່ອຍສົມສ່ວນກັນ. ພວກທ່ານເຫັນການປ່ຽນແປງຫລາຍຢ່າງໃນເຂດຕ່າງໆຂອງປະເທດລາວ ຊຶ່ງຢູ່ເຂດ ຊົນນະບົດ ຫ່າງໄກ ຍັງຕ້ອງການຄວາມເອົາໃຈໃສ່ ແລະການສືບຕໍ່ວຽກງານ ສໍາລັບພວກທ່ານ ໃນການສນັບສນູນຣັຖບານລາວ ເພື່ອບັນລຸໄດ້ເຖິງການປ່ຽນແປງ ທີ່ດີຂຶ້ນຕື່ມສໍາລັບເດັກນ້ອຍ ແລະຊຸມຊົນ. ດັ່ງນັ້ນຈຶ່ງວ່າ ວຽກງານນີ້ ຍັງບໍ່ທັນສຳເຣັດເທື່ອ, ຍັງຕ້ອງໄດ້ ຮ່ວມກັນ ເຮັດວຽກຕໍ່ໄປ.

ມາດາມ Deborah Leaver ກ່າວຕອບຄໍາຖາມຂອງ RFA ກ່ຽວກັບຄຳຄິດເຫັນຂອງມາດາມ ເຣື່ອງຈໍານວນເດັກນ້ອຍລາວ ທີ່ຈະຂາດ ສານອາຫານ ເຮັດໃຫ້ຕົນໂຕເຕັ້ຽ ເຕີບໂຕບໍ່ສົມອາຍຸໃນຊຸມປີຕໍ່ໜ້າ ວ່າຈະເປັນໄປຄືແນວໃດນັ້ນ ມາດາມຄິດວ່າ ເປັນການຍາກຫລາຍ ທີ່ຈະເວົ້າ ເປັນຕົວເລກອອກມາໄດ້:

"ຂ້າພະເຈົ້າຄິດວ່າພວກຂ້າພະເຈົ້າ ຈະສືບຕໍ່ເຫັນການປັບປຸງທີ່ສໍາຄັນ ພາຍໃນປີ 2021 ແນ່ນອນ ຂ້າພະເຈົ້າຄາດຫວັງວ່າ ຈະເຫັນ ຈຳນວນເດັກນ້ອຍ ຕົນໂຕຕໍ່າເຕັ້ຽໃນປະເທດລຸດລົງຫລາຍ."

ແລະວ່າເຖິງທ່ານຈະເວົ້າແນວນັ້ນ ແຕ່ກໍມີຄວາມຈໍາເປັນສໍາລັບພວກທ່ານ ທີ່ຈະສືບຕໍ່ແກ້ໄຂບັນຫາ ເດັກນ້ອຍຕົນໂຕຕໍ່າເຕັ້ຽ ຢູ່ເຂດຫ່າງໄກ ໃນລາວ ຫລາຍຂຶ້ນຕື່ມ. ແລະທ່ານກໍຫວັງແທ້ໆວ່າ ໃນປີ 2024 ຈະມີເດັກນ້ອຍໃນຫລາຍເຂດຊົນນະບົດ ຂອງລາວໄດ້ກິນອາຫານ ທີ່ມີທາດ ບໍາຣຸງ ແລະເຂົ້າເຖິງການບໍຣິການ ດ້ານສຸຂພາບ ຫລາຍເພີ່ມຂຶ້ນຕື່ມ ຂະນະທີ່ພວກທ່ານມີນະໂຍບາຍ ແລະຄວາມສາມາດສນັບສນູນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.