ເດັກນ້ອຍຂາດສານອາຫານຢູ່ ອັດຕະປື
2016.05.05
ປັດຈຸບັນ ແຂວງ ອັດຕະປື ມີເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ ຂາດອາຫານ ທີ່ ມີທາດບຳລຸງ, ເຮັດໃຫ້ ຕົນຕົວ ນ້ອຍກວ່າ ປົກກະຕິ ເຖິງ 11% ໃນຂນະທີ່ ກະຊວງ ສາທາຣະນະສຸຂ ສປປລາວ ກຳນົດ ເອົາໄວ້ 6% ຍ້ອນ ພໍ່ແມ່ ທຸກຍາກ ລຳບາກ ບໍ່ມີອາຫານ ໃຫ້ລູກກິນ ພຽງພໍ ຕາມຄວາມຕ້ອງການ ຂອງ ຮ່າງກາຍ. ເຈົ້າໜ້າທີ່ ຜແນກ ແມ່ແລະເດັກ ແຂວງ ອັດຕະປື ເປີດເຜີບ ຕໍ່ RFA ໃນວັນທີ 4 ພຶສພາ 2016 ນີ້ວ່າ:
"ຢູ່ແຂວງອັດຕະປື ນີ້ກໍຍັງມີ ເນາະ ເດັກນ້ອຍທີ່ວ່າ ຂາດ ສານອາຫານ ຮ້າຍແຮງ ຈຳນວນຫລາຍຢູ່ ຖ້າທຽບໃສ່ ກັບ ແຂວງອື່ນໆ ກໍຍັງມີ ທ່າອ່ຽງ ທີ່ວ່າສູງຢູ່ ເດັກຂາດ ສານອາຫານ ປະເພດ ຈ່ອຍ ມີຢູ່ 2513 ຄົນ ເທົ່າກັບ 11.3 ເປີເຊັນ ຖ້າທຽບໃສ່ ຄາດໝາຍ ທີ່ ກະຊວງ ເພິ່ນວາງໄວ້ ເພິ່ນບໍ່ໃຫ້ເກີນ 6 ເປີເຊັນ ເດ໊".
ທ່ານເວົ້າຕື່ມອີກວ່າ ຕົວເລກ ທີ່ວ່ານີ້ ອາຈເປັນຕົວເລກ ທີ່ຕໍ່າກວ່າ ຈໍານວນຕົວຈິງ ຍ້ອນວ່າ ເປັນພຽງ ການປະເມີນ ຢູ່ ໃນສະຖານທີ່ ບໍຣິການ ເທົ່ານັ້ນ:
"ກໍວ່າຕົວເລກ ເຮົາມັນຍັງຕໍ່າ ນີ້ນະ ຄວາມຈິງແລ້ວ ອາດມີ ຫລາຍກວ່ານີ້ ບັນຫາ ຂອງພວກເຮົານີ້ ກໍຄືວ່າ ການປະເມີນ ຂອງ ພະນັກງານ ເຮົາຢູ່ແຕ່ ສະຖານທີ່ ບໍຣິການ ຂະເຈົ້າ ຍັງເຮັດ ບໍ່ທັນໄດ້ດີ ປານໃດ ຕົວນີ້ ບາງເທື່ອ ກໍອາດຈະຍ້ອນ ຄວາມເຂົ້າໃຈ ຂອງ ພະນັກງານ ເຮົາເອງ ແລ້ວ ກໍບາງເທື່ອ ມັນຢູ່ເຂດ ຫ່າງໄກ ສອກຫລີກ ແລ້ວເວລາ ພະນັກງານ ເຮົາ ລົງໄປເຮັດ ເຄື່ອນທີ່ ຂະເຈົ້າ ກໍຍັງເຮັດ ບໍ່ໄດ້ດີ ປານໃດ ມັນເຮັດໃຫ້ ການກວດ ການປະເມີນ ຍັງເປັນ ບັນຫາ ຫລາຍ".
ທ່ານເວົ້າວ່າ ປັດຈຸບັນ ມີໂຄງການ ຊ່ວຍເຫລືອ ຈາກ ຕ່າງປະເທສ ເພື່ອຊ່ວຍເຫລືອ ເດັກນ້ອຍ ທີ່ ຂາດອາຫານ ທີ່ມີທາດບໍາລຸງ ຫລື ຂາດສານ ອາຫານ ຢູ່ ແຂວງ ອັດຕະປື ນີ້, ມີການເຜີຍແພ່ ຄວາມຮູ້ ທາງດ້ານ ໂພຊນາການ ແກ່ ປະຊາຊົນ, ໃຫ້ອາຫານ ເສີມ ປະເພດ ໄວຕາມິນ, ທາດເກືອ ແລະ ສັກຢາ ກັນພຍາດ ໃຫ້ ເດັກນ້ອຍ ແລະວ່າ ການແກ້ໄຂ ບັນຫາ ເດັກນ້ອຍ ຂາດສານ ອາຫານ ແບບຍືນຍົງ ຈໍາເປັນຕ້ອງ ໄດ້ຮັບການ ຮ່ວມມື ຈາກ ຫຼາຍພາກສ່ວນ ໂດຍສະເພາະ ຂແນງ ກະສິກັມ ແລະ ຂແນງສຶກສາ.