ເດັກນ້ອຍຂາດສານອາຫານ ຢູ່ພາກໃຕ້
2013.10.03

ເດັກນ້ອຍຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຂາດອາຫານ ກິນແຕ່ເຂົ້າ ບໍ່ໄດ້ກິນອາຫານຄົບ 5 ໝູ່. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຈໍາປາສັກ ທ່ານນຶ່ງເວົ້າວ່າ:
“ກະຖືວ່າບໍ່ເຖິງອັນຕຣາຍປານໃດ ແຕ່ວ່າເບິ່ງຫັ່ນຫລາຍຢູ່ ຂາດອາຫານ ເຮົາກວດທາງ ດ້ານວິຊາການແພດນ໋າ ບໍ່ໄດ້ນໍ້າໜັກ ຕາມເກນອາຍຸ ສາເຫດຂາດອາຫານແດ່ ຍ້ອນແມ່ນບໍ່ມີອາຫານ ແບບຄົບ 5 ໝູ່ ມີແຕ່ກິນເຂົ້າ ເທົ່ານັ້ນ ສ່ວນຫຼາຍ ກໍຂາດແບບຫັ້ນ.”
ສ່ວນສາເຫດໃຫຍ່ທີ່ພາໃຫ້ເດັກນ້ອຍບໍ່ໄດ້ກິນອາຫານຄົບນັ້ນ ກໍແມ່ນຍ້ອນຄວາມທຸກຍາກ ແລະອາສັຍຢູ່ໃນເຂດ ສອກຫລີກຫ່າງໄກ ພໍ່ແມ່ຫາ ເຊົ້າກິນຄໍ່າຕາມປ່າຕາມດົງ. ປັດຈຸບັນ ເມືອງປາກຊ່ອງ ມີເດັກນ້ອຍປະມານ 300 ຄົນ ທີ່ຂາດອາຫານຢ່າງໜັກ ຕ້ອງການ ການຊ່ວຍເຫລືອ ເດັກນ້ອຍເຫລົ່ານີ້ ມັກເຈັບທ້ອງແລະເປັນໂຣຄ ອື່ນໆຫລາຍຢ່າງ ເມື່ອເປັນແລ້ວກໍບໍ່ໄດ້ຮັບການຮັກສາປິ່ນປົວ. ພໍ່ແມ່ບໍ່ສາມາດ ພາໄປໂຮງໝໍ ຫລື ສຸຂສາລາ ເພາະຢູ່ ຫ່າງໄກ ລໍຖ້າແຕ່ເຈົ້າໜ້າທີ່ ການແພດ ມາຊ່ວຍເຫລືອ ຊຶ່ງດົນໆ ຈຶ່ງໄປເທື່ອນຶ່ງ.
ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງຈໍາປາສັກກ່າວອີກວ່າໃນຣະຍະນີ້ ແຮງຮ້າຍ ເພາະສ່ວນນຶ່ງຂອງເມືອງປາກຊ່ອງ ຖືກນໍ້າຖ້ວມ 250 ຄອບຄົວໄດ້ຮັບ ຜົນກະທົບ ພື້ນທີ່ທົ່ງນາເສັຍຫາຍກວ່າ 200 ເຮັກຕາຣ໌. ປັດຈຸບັນເຈົ້າໜ້າທີ່ ແຂວງຈຳປາສັກກຳລັງຟ້າວຊ່ວຍເຫລືອ ຜູ້ໄດ້ ຮັບເຄາະຮ້າຍ ຈາກໄພນໍ້າຖ້ວມ ຕໍ່ໄປຈຶ່ງຈະ ຄ່ອຍຊ່ວຍເຫລືອ ເດັກນ້ອຍທີ່ຂາດເຂີນອາຫານ.