ເຊື້ອໄຂ້ປ່າທີ່ດື້ຢາຢູ່ເຂດ 4 ປະເທດ ເອເຊັຍ

ມະນີຈັນ
2014.08.01
F-Malaria ໄຂ້ມະເລເຣັຍ ເອົາຊີວິດ ຂອງເດັກນ້ອຍ 3000 ຄົນ ແຕ່ລະມື້
borgenproject.blogspot.com

 

ເຊື້ອພຍາດ ໄຂ້ປ່າ malaria ທີ່ດື້ຢາ ຈັ້ງຢູ່ເຂດ ຊາຍແດນ 4 ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຊຶ່ງເປັນການ ທ້າທາຍ ຄວາມ ພຍາຍາມ ຣະດັບໂລກ ໃນ ການຄວບຄຸມ ພຍາດ ດັ່ງ ກ່າວ. ຕາມຄໍາເວົ້າ ຂອງ ຜູ້ຊ່ຽວຊານ ໃນວັນທີ 30 ກໍຣະກະດາ 2014.

ຕົວຢ່າງເລືອດ ທີ່ເອົາຈາກ ຄົນເປັນໄຂ້ປ່າ ມາເລເຣັຽ 1241 ຄົນ ພົບເຊື້ອ ໄຂ້ປ່າ ທີ່ດື້ຢາ artemisinin ທີ່ໄດ້ແຜ່ ຣະບາດ ຢູ່ເຂດ ຊາຍແດນ ທາງຕາເວັນຕົກ ແລະເໜືອ ຂອງ ກັມພູຊາ ພະມ້າ ທາງ ຕາເວັນອອກ ໄທ ແລະວຽດນາມ.

ພ້ອມດຽວກັນ ກໍມີສັນຍານ ການດື້ຢາ ຂອງພຍາດນີ້ ປາກົດຂຶ້ນ ຢູ່ພາກກາງ ຂອງ ພະມ້າ ຢູ່ພາກໃຕ້ ຂອງລາວ ແລະ ພາກຕາ ເວັນອອກ ສ່ຽງເໜືອ ຂອງ ກັມພູຊາ ແຕ່ ບໍ່ພົບຢູ່ 3 ປະເທດ ອາຟຣິກກາ ຄື Kenya, Nigeria ແລະ ສາທາຣະນະຣັດ ປະຊາ ທິປະຕັຍ Congo ໃນຕົວຢ່າງ ເລືອດ ທີ່ກວດ.

ການສຶກສາ ທີ່ມີການ ພິມເຜີຍແຜ່ ຜ່ານ ນິຕິຍະສານ ການແພດ New England ເວົ້າວ່າ ການປີ່ນປົວ ດ້ວຍຢາຕ້ານ ພຍາດໄຂ້ປ່າ ມາເລເຣັຽ ໃຫ້ເພີ່ມເປັນ 2 ເທົ່າ ຈາກ 3 ມື້ມາເປັນ 6 ມື້ນັ້ນ ອາຈ ຕ້ານ ການດື້ຢາ ໄດ້. ສາສດາຈານ ວິຊາ ການແພດ ເຂດຮ້ອນ Nicholas White ປະຈໍາ ມະຫານວິທຍາລັຍ Oxford ປະເທດ ອັງກິດ ເວົ້າວ່າ ຍັງອາຈ ສາມາດ ສະກັດກັ້ນ ການແພ່ ຣະບາດ ຂອງເຊື້ອ ໄຂ້ປ່າ ມາເລເຣັຽ ໄດ້ຢູ່ ໃນ ທົ່ວເອເຊັຽ ຫລັງຈາກນັ້ນ ກໍແມ່ນ ອາຟຣິກກາ ທີ່ ຈະຕ້ອງ ກໍາຈັດ ໃຫ້ໝົດໄປ ໃນຣະຍະ ເວລາອັນສັ້ນ. ອົງການ ອະນາມັຍ ໂລກ ເວົ້າວ່າ ມາເລເຣັຍ ໄດ້ ເອົາຊີວິດ ຄົນ ປະມານ 627 ພັນຄົນ ໃນປີ 2012 ສ່ວນໃຫຍ່ ໃນໝູ່ ເດັກນ້ອຍ ອາຟຣິກກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.