ໄຂ້ມາເລເຣັຽ ຢູ່ ອັດຕະປື ແຜ່ຂຍາຍ
2019.03.01

ເຣີ້ມຕົ້ນປີນີ້, ແຂວງອັດຕະປື ພົບພຍາດໄຂ້ຍຸງ ມາເລເຣັຽ ຫລືໄຂ້ປ່າ ຣະບາດ ໂດຍມີຜູ້ຕິດເຊື້ອເຖິງ 280 ປາຍຄົນ. ໃນນັ້ນ, ພົບເຫັນ ຫຼາຍກ່ວາໝູ່ແມ່ນ ເມືອງພູວົງ ແລະ ເມືອງໄຊເສດຖາ ທີ່ມີ ຊາຍແດນຕິດກັບ ກັມພູຊາ, ເຊິ່ງເຂດດັ່ງກ່າວ ເປັນປ່າຕຶບໜາ ທີ່ປະຊາຊົນ ສ່ວນຫຼາຍ ມັກເຂົ້າໄປຊອກເຄື່ອງປ່າຂອງດົງ. ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງອັດຕະປື ເມື່ອວັນທີ 28 ກຸມພາ ທີ່ຜ່ານມາວ່າ:
“ໃນ 2019 ນີ້ ກະພົບເຊື້ອທັງໝົດມີ 286, ໃນ 5 ຕົວເມືອງ. ຕິດເຊື້ອຫຼາຍກວ່າໝູ່ກະຄື ຢູ່ເມືອງພູວົງ ກັບ ເມືອງໄຊເສດຖາ. ບັນຫາທີ່ ເຮັດການຄວບຄຸມຍາກ ເວລາເຂົາເຂົ້າປ່າ ບາງເທື່ອເຂົາກະພົກ ມຸ້ງໄປຢູ່, ແຕ່ເຂົາບໍ່ກາງ ຈັ່ງວ່າເຮັດໃຫ້ການຕິດເຊື້ອນີ້ ມັນເພີ້ມຂຶ້ນ. ເຂົາກັບແຕ່ປ່າແລ້ວ ເຂົາມີອາການໄຂ້ແລ້ວມາກວດກະພົບເຊື້ອ.”
ທ່ານເວົ້າຕື່ມວ່າ ປະຊາຊົນສ່ວນຫຼາຍ ມັກໄປຫາກິນຢູ່ໃນປ່າ ແລະ ໄປນອນເປັນເດືອນໆ, ພໍກັບອອກມາຈາກປ່າແລ້ວ ມີໄຂ້ນັ້ນ, ສ່ວນນຶ່ງ ມາປີ່ນປົວ ຢູ່ໂຮງໝໍ ຫຼື ສຸຂສາລາໃກ້ບ້ານ, ແຕ່ເມື່ອພວກເຂົາ ເຊົາໄຂ້ແລ້ວ ກໍກັບເຂົ້າໄປຫາກິນໃນປ່າ ກໍເຮັດໃຫ້ກັບມາຕິດເຊື້ອຄືເກົ່າ.
“ສ່ວນຫຼາຍການທຳມາຫາກິນ ຂອງເຂົາແມ່ນຢູ່ໃນປ່າ ເຂົ້າໄປນອນໃນປ່າເປັນເດືອນ ເປັນ 7 ວັນ ເປັນ 15 ວັນ ກັບມາແຕ່ປ່າແລ້ວ ເຂົາກະມີອາການໄຂ້ ແລ້ວມາກວດກະພົບເຊື້ອ. ຮັກສາແລ້ວ ກໍ່ຫາຍໄປເລີຍ, ແຕ່ວ່າບາງກໍຣະນີ ບາງເທື່ອ ເພິ່ນກະເຂົ້າໄປປ່າຄືນອີກ ບາດກັບເພິ່ນມາເພິ່ນຕິດເຊື້່ອມາໃໝ່ອີກ.”
ແນວໃດກໍຕາມ, ການປ້ອງກັນນັ້ນ ເຈົ້າໜ້າທີ່ບອກວ່າ ໄດ້ແຈກມຸ້ງຍ້ອມນໍ້າຢາ ໃຫ້ທຸກຄອບຄົວ ແລະ ໃນພື້ນທີ່ກວດກາ ຖ້າພົບຜູ້ຕິດເຊື້ອ ໄຂ້ມາເລເຣັຽ ກໍໃຫ້ຢາປີ່ນປົວ, ແຕ່ກໍມີປະຊາຊົນສ່ວນນຶ່ງ ເຂົ້າໄປຢູ່ໃນປ່າ ບໍ່ຮູ້ຂໍ້ມູນ ແລະ ບໍ່ໄດ້ຮັບຄຳແນະນຳ ຈາກເຈົ້າໜ້າທີ່. ເມື່ອເປັນໄຂ້ ກໍປິ່ນປົວເອງ ເມື່ອມີອາການຮຸນແຮງ ເຖິງຈະມາໂຮງໝໍ ກໍຊ່ອຍບໍ່ທັນແລ້ວ. ປີກາຍນີ້, ແຂວງອັຕະປື ມີຜູ້ເສັຽຊິວິຕ ຈາກໄຂ້ປ່າ 2 ຣາຍ ແລະ ມີຜູ້ຕິດເຊື້ອເຖິງ 168 ຣາຍ.