ສາທາຣະນະສຸຂເຕືອນຣະວັງ ໄຂ້ຍຸງ

ມະນີຈັນ
2015.04.12
f-mosquito ຕົວຢ່າງ ຂອງຍຸງລາຍ ໂຕແມ່ (Aedes aegypti mosquito) ທີ່ນໍາເຊື້ອພຍາດ ໄຂ້ເລືອດອອກ ແພ່ຣະບາດ ໃສ່ຜູ້ຄົນ.
Wikipedia/Muhammad Mahdi Karim

ກະຊວງ ສາທາຣະນະສຸຂ ຂອງ ລາວ ເຕືອນ ປະຊາຊົນ ໃຫ້ ເອົາໃຈໃສ່ ປ້ອງກັນ ເຊື້ອ ພຍາດ ໄຂ້ ຍຸງ ພາຍຫລັງ ທີ່ ມີຜູ້ ຕິດເຊື້ອ ພຍາດ ນີ້ ແລະ ເສັຽ ຊີວິດ ໃນຫລາຍ ປີ ຜ່ານມາ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ສາທາຣະນະສຸກ ໃນວັນ ທີ 9 ເມສາ 2015:

"ປົກກະຕິ ມັນກໍ ເລີ່ມແລ້ວ ຕ້ອງເລີ່ມ ແຕ່ ເດືອນ 4 ເດືອນ 4 5 6 7 8 ໄຂ້ ຍຸງລາຍ ມັກເກີດ ຕອນນີ້ ເດືອນ 6 ສູງສຸດ ປົກກະຕິ ແມ່ນ ເດືອນ 6 ປັຈຈຸບັນ ນີ້ ກໍ ສໍາເຣັດ ໝົດແລ້ວ ກອງ ປະຊຸມ ອີ່ຫຍັງ ມີແຕ່ ເຄື່ອນໄຫວ ກວດກາ ໃນແຕ່ລະ ຄອບຄົວ ແບ່ງ ຄວາມຮັບ ຜິດຊອບ ກັນ ແຕ່ລະ ອາທິດ ກໍຣາຍງານ ສະພາບການ ຄວບຄຸມ ກໍຣະນີ ເຈັບເປັນ ຫຍັງ ຕ່າງໆ ເຮົາ ກໍຣາຍງານ ດ່ວນ".

ທ່ານວ່າ ຣະຍະ ນີ້ ທາງ ກະຊວງ ໄດ້ໃຫ້ ແຕ່ລະ ແຂວງ ຣາຍງານ ສລຸບ ແຕ່ລະ ອາທິດ ແຕ່ລະ ເດືອນ ເພື່ອ ຮູ້ວ່າ ແຂວງໃດ ມີຜູ້ຕິດ ເຊື້ອ ເພີ່ມຂຶ້ນ ຫລືມີ ໄຂ້ຍຸງ ຣະບາດ ຊຶ່ງ ປັຈຈຸບັນ ຍັງບໍ່ພົບ ແຂວງໃດ ມີສະພາບ ທີ່ໜ້າ ເປັນຫ່ວງ. ການ ປ້ອງກັນ ໄຂ້ຍຸງ ແມ່ນການ ກໍາຈັດ ແຫລ່ງ ໜອນນໍ້າ ໃນ ຊຸມຊົນ ຢ່າງ ໜ້ອຍ ປີລະ 2-3 ເທື່ອ ກໍາຈັດ ບ່ອນ ນໍ້າຂັງ ເພື່ອ ບໍ່ໃຫ້ ຍຸງລາຍ ໄຂ່ ໃສ່.

ບັນຫາ ສໍາຄັນ ທີ່ ເຮັດໃຫ້ ມີຜູ້ ເສັຽຊີວິດ ຄື ຜູ້ເຈັບເປັນ ບໍ່ຍອມ ໄປຫາ ໝໍ ລໍຖ້າ ໃຫ້ ອາການ ຮຸນແຮງ ແລ້ວ ຈຶ່ງໄປ ໂຮງໝໍ ເຮັດໃຫ້ ບໍ່ສາມາດ ປິ່ນປົວ ໄດ້. ປີນີ້  ໄດ້ ເຕືອນ ປະຊາຊົນ ວ່າ ຫາກຮູ້ສຶກ ມີ ອາການ ຄື ຈະເປັນ ໄຂ້ ເລືອດ ອອກ ໃຫ້ ຟ້າວ ໄປຫາ ໝໍ. ອາການ ຂອງຄົນ ເປັນ ໄຂ້ເລືອດ ອອກ ຄືມີ ໄຂ້ສູງ 2 ຫາ 7 ມື້ ເບື່ອ ອາຫານ ອາຈຽນ ເຈັບຫົວ ຄິງຮ້ອນ ເຈັບທ້ອງ  ປວດຕາມ ກ້າມເນື້ອ ມື້ທີ 2 ທີ 3 ໜ້າແດງ ຕົນຕົວ ແດງ ອາຈເປັນຝື່ນ ຕາມ ຕົນໂຕ ຫລື ເລືອດ ອອກ ເປັນຈຸດ ຕາມ ຜິວໜັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.