ໂຮງໝໍເມືອງລອງຂາດອຸປກອນ

ສິດນີ
2016.02.12
F-long ຫ້ອງການ ຜແນກສາທາຣະນະສຸຂ ເມືອງລອງ ແຂວງຫຼວງນໍ້າທາ
RFA/VD

ໂຮງໝໍ ເມືອງລອງ ແຂວງ ຫຼວງນ້ຳທາ ຍັງຂາດ ເຄື່ອງມື ການແພດ ຫຼາຍຢູ່ ຮ່ວມທັງ ຈຳນວນ ນາຍແພດ ແລະ ນາງ ພຍາບານ ກໍຈຳກັດ. ນາຍແພດ ທ່ານນື່ງ ກ່າວຕໍ່ ເອເຊັຽເສຣີ ວ່າປັດຈຸບັນ ມີ ພະນັກງານ ແພດ ພຽງແຕ່ 23 ຄົນ ເທົ່ານັ້ນ ແຕ່ ສີ່ງສຳຄັນ ກໍແມ່ນ ຂາດເຄື່ອງມື ການແພດ ດັ່ງປະເພດ ຜ່າຕັດ ແລະ ເຄື່ອງ X-RAY ຍ້ອນ ຂາດ ງົປມານ. ດັ່ງ ທ່ານ ກ່າວວ່າ:

"ທາງໂຮງ ພຍາບານ ຫມໍ ກະຍັງຂາດ ເຄື່ອງມື ການແພດ ຫຼາຍຢູ່ ເປັນຕົ້ນກະແມນ ເຄື່ອງມື ຜ່າຕັດອື່ນໆ ສາເຫດ ກໍແມ່ນບໍມີ ງົປມານ ໃນການຈັດຊື້ ເພາະ ສ່ວນຫຼາຍ ເຄືື່ອງມື ຈຳພວກນີ້ ກະແມ່ນ ຕ່າງປະເທດ ເປັນຜູ້ ໃຫ້ທຶນ ຊ່ອຍເຫລືອ ບໍ່ວ່າຈະຢູ່ ໂຮງຫມໍແຂວງ ໂຮງຫມໍໃຫຽ່ ຫຼາຍບ່ອນ".

ທ່ານກ່າວ ຕື່ມວ່າ ໃນ ກໍຣະນີ ມີຄົນເຈັບ ເກີນ ທີ່ໂຮງຫມໍ ຈະປິ່ນປົວ ກໍຈະສົ່ງໄປ ໂຮງພຍາບານ ແຂວງ ແຕ່ກໍຫຍຸຸ້ງຍາກ ໃນການ ຂົນສົ່ງ ຍ້ອນວ່າ ເສັ້ນທາງ ບໍ່ດີ ເຮັດໃຫ້ຜູ້ ປ່ວຍບາງຄົນ ເສັຽຊີວິດ ກາງທາງ ຍ້ອນການ ເດີນທາງ ຊັກຊ້າ.

ໂຮງຫມໍ ແຫ່ງນີ້ ແມ່ນຕັ້ງຢູ່ ຕົວເມືອງ ຊຶ່ງເປັນ ສະຖານທີ່ ຄັບແຄບ ແອອັດ ບໍ່ໄດ້ ມາດຕະຖານ ຊ້ຳຍັງຂາດ ອຸປກອນ ການແພດ ນຳອີກ ທາງໂຮງຫມໍ ຍັງລໍຖ້າ ການຊ່ອຍ ເຫລືອຈາກຕ່າງ ປະເທດ ຢູ່.

ຫຼາຍແຂວງ ໃນລາວ ໃນ ປັດຈຸບັນ ໂດຍສະເພາະ ໃນເຂດ ຊົນນະບົດ ຍັງບໍ່ມີ ສຸຂສາລາ, ບາງຄົນ ກໍອາສັຍ ຢາພື້ນເມືອງ. ການ ຊ່ອຍເຫລືອ ຈາກ ຕ່າງປະເທດ ກໍບໍ່ທົ່ວເຖິງ ແລະ ບາງເຂດ ຍັງມີການ ຮົ່ວໄຫລ ນຳອີກ. ປະຊາຊົນ ລາວ ຜູ້ທີ່ທຸກຍາກ ແຮງ ລຳບາກ ກວ່າເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.