ສັດລ້ຽງ ຈຸດສຸມຄັງວຽງ ລົ້ມຕາຍ
2019.02.01
ໂຄງການລ້ຽງສັດ ເຂດພັທນາຈຸດສຸມຄັງວຽງ ຢູ່ເມືອງໝອກ ແຂວງຊຽງຂວາງ, ກຳລັງປະສົບບັນຫາພຍາດປາກເປື່ອຍ ລົງເລັບ ແລະພຍາດ ເຕົ້າໂຮມເລືອດ ຣະບາດຕັ້ງແຕ່ເດືອນພຶສຈິກາ ປີກາຍ. ປັດຈຸບັນ ມີສັດລ້ຽງດັ່ງ, ງົວ, ຄວາຍ, ໝູ, ແບ້ ແລະ ມ້າ ລົ້ມຕາຍແລ້ວ 100 ໂຕ, ເນື່ອງຈາກອາກາດໜາວແຮງ. ສ່ວນສັດລ້ຽງອີກຈຳນວນນຶ່ງ ກຳລັງຕິດເຊື້ອ. ດັ່ງເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງໝອກ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 1 ກຸມພາ ນີ້ວ່າ:
"ປາກເປື່ອຍລົງເລັບເຕົ້າໂຮມເລືອດ ປີນີ້ຕາຍຫຼາຍທີ່ສຸດນະ, ຮ້ອຍປາຍໂຕ, ແຕ່ເດືອນສິບເອັດ ອາກາດໜາວແດ່, ປະຊາຊົນຖືເບົາ ໃນການດູແລຮັກສາສຸຂພາບສັດແດ່."
ຕໍ່ສະພາບດັ່ງກ່າວ, ທາງເຈົ້າໜ້າທີ່ປະຈຳເມືອງໝອກ, ໄດ້ສເນີຂໍຢາປີ່ນປົວ ຈາກກະຊວງກະສີກັມແລະປ່າໄມ້, ເພື່ອມາ ປີ່ນປົວສັດລ້ຽງ ໃນໂຄງການ. ສ່ວນສັດທີ່ລົ້ມຕາຍ ທາງເຈົ້າໜ້າທີ່ແນະນຳ ໃຫ້ປະຊາຊົນຝັງດິນ ບໍ່ໃຫ້ນຳໄປກິນຢ່າງ ເດັດຂາດ ເພາະຈະເປັນອັນຕະຣາຍ ຕໍ່ສຸຂພາບ.
ເມື່ອປີກາຍ ສັດລ້ຽງໃນເຂດນີ້ຕາຍ ຍ້ອນພຍາດປາກເປື່ອຍລົງເລັບ, ແລະເຕົ້າໂຮມເລືອດ 40 ໂຕ. ໃນຂນະທີ່ ທ່ານ ສີທອງ ພິພັກຄະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ແຈ້ງ ເມື່ອຕົ້ນເດືອນມົກຣາ ຜ່ານມາ, ສະເພາະ ການປ້ອງກັນ ພຍາດປາກເປື່ອຍລົງເລັບ ແລະ ພຍາດເຕົ້າໂຮມເລືອດ ນັ້ນ, ປັດຈຸບັນ ລາວ ສາມາດຜລິດວັກຊີນ ປ້ອງກັນພຍາດສັດ ໄດ້ຫຼາຍຊນິດ ໂດຍສາມາດຜລິດໄດ້ 6 ລ້ານ ຫາ 7 ລ້ານ ເຂັມ ຕໍ່ປີ. ຜູ້ລ້ຽງສັດແຕ່ລະທ້ອງຖີ່ນ, ສາມາດສອບຖາມໄປຍັງ ກະສິກັມເມືອງໄດ້.
ພ້ອມນີ້ທ່ານຍັງແນະນຳຕື່ມວ່າ, ໄລຍະອາກາດໜາວແຮງ ຜູ້ລ້ຽງສັດຄວນຂັງສັດໄວ້ໃນຄອກ ຫຼື ບ່ອນທີ່ມີຄວາມອົບອຸ່ນ ຕະຫຼອດ. ໄລຍະຜ່ານມາ ປະເທດລາວ ເຄີຍປະສົບບັນຫາ ສະພາບອາກາດໜາວ ຮ້າຍແຮງຫຼາຍຄັ້ງ. ຫຼ້າສຸດເກີດຂື້ນ ໄລຍະ ທ້າຍເດືອນມົກຣາ ຫາຕົ້ນເດືອນກຸມພາ, ເຮັດໃຫ້ບັນດາແຂວງພາກເໜືອ ປະສົບ ກັບບັນຫາສັດລ້ຽງລົ້ມຕາຍ ເປັນຈຳນວນຫຼາຍ.
ໂຄງການພັທນາຈຸດສຸມຄັງວຽງ ເຣີ້ມສ້າງຕັ້ງຂື້ນເມື່ອປີ 2013, ເພື່ອເປັນເຂດລ້ຽງສັດ ແລະປູກພືດທີ່ສ້າງຣາຍຮັບໃຫ້ແກ່ ປະຊາຊົນເມືອງໝອກ ,ໂດຍປະຊາຊົນ ເຂົ້າຮ່ວມໂຄງການນີ້ ຈຳນວນ 5 ບ້ານ ນອກຈາກສັດລ້ຽງແລ້ວ ຍັງມີການປູກ ພືດຕ່າງໆ ໃນເນື້ອທີ່ທັງໝົດ 778 ເຮັກຕ້າ.