ເຈົ້າໜ້າທີ່ ສາທາຣະນະສຸຂ ຜູ້ຂໍສງວນຊື່ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 24 ພຶສພາ 2017 ນີ້ວ່າ, ພາກສ່ວນກ່ຽວ ຂ້ອງ ໄດ້ລົງໄປກວດກາ VIP ຄລີນິກ ໃນນະຄອນຫຼວງ ວຽງຈັນ ແລ້ວ ແລະພົບວ່າ ຄລີນິກ ນີ້ບໍ່ໄດ້ຮັບອະນຸຍາດ ຈາກທາງການຢ່າງ ຖືກຕ້ອງ ຕາມກົດໝາຍ ດຽວນີ້ ກໍໄດ້ປິດໄປແລ້ວ ນັບແຕ່ວັນທີ 24 ພຶສພາ 2017:
“ພວກເຮົາກະລົງໄປ, ແຕ່ວ່າຂະເຈົ້າ ປິດລະເດ ຄລີນິກບໍ່ເຮັດ ແບບວ່າໜີ ເລີຍລະ ແບບວ່າບໍ່ໄດ້ ອະນຸຍາດນ່າ ຄລີນິກໂຕນີ້ ເປັນຄລີນິກ ເຖື່ອນ, ບໍ່ໄດ້ອອກ ອະນຸຍາດ ລະຕຳຣວດ ເຣື້ອງຄ້າມະນຸສ ຂະເຈົ້າ ກະມາເອົາຂໍ້ມູນ. ທາງນະຄອນຫຼວງ ຂະເຈົ້າລົງໄປລະ ຂະເຈົ້າກະ ເຮັດຣາຍງານແລ້ວ ແບບວ່າຄລີນິກ ບໍ່ ຖືກຕ້ອງ”.
ທ່ານກ່າວຕື່ມວ່າ ພາກສ່ວນກ່ຽວຂ້ອງ ບໍ່ສາມາດ ຣະບຸໄດ້ວ່າ VIP ຄລີນິກ ມີການລັກລອບ ຮັບຈ້າງຖືພາແທນກັນ ຕາມທີ່ຕົກເປັນຂ່າວ ຂອງ ທາງການໄທ ແຕ່ພາຍຫຼັງ ທີ່ລົງໄປ ກວດກາແລ້ວ ເຈົ້າຫນ້າທີ່ ສາທາ ນະຄອນຫຼວງ ວຽງຈັນ ກໍໄດ້ເຮັດ ຣາຍງານ ເຖິງພາກສ່ວນ ຕ່າງໆ ແລະ ໄດ້ມອບໃຫ້ ຕຳຣວດ ຕ້ານ ການຄ້າມະນຸສ ເປັນຜູ້ດຳເນີນ ການໃນຂັ້ນ ຕໍ່ໄປ:
“ເຣື້ອງອຸ້ມບຸນ ຫຼືບໍ່ອຸ້ມບຸນ ອັນນັ້ນເຮົາບໍ່ຮູ້, ແຕ່ວ່າມັນອອກຂ່າວ ແບບນັ້ນແລ້ວ ພວກເຮົາກະໄປ. ມອບໃຫ້ ຕຳຣວດລະເດ ດຽວນີ້, ມອບ ໃຫ້ຕຳຣວດ ເຣື້ອງການ ຄ້າມະນຸສ ຂະເຈົ້າ ຊິເຮັດແນວໃດ ກະເຮັດ ເຮົາມີແຕ່ເອົາ ຂໍ້ມູນໃຫ້ວ່າ ຄລີນິກ ບໍ່ຖືກຕ້ອງ, ຄັນເຮັດແບບນີ້ ກົດໝາຍ ພວກເຮົາ ກະບໍ່ໃຫ້ ຄ້າຂາຍ ເຣື້ອງຈຸລັງ ເຣື້ອງອະວັຍວະ ຕ່າງໆຂອງມະນຸສ, ຫັ້ນນ່າ”.
ກ່ຽວກັບເຣື້ອງນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ VIP ຄລີນິກ ໃນຕອນບ່າຍ ຂອງວັນດຽວກັນ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ປະຈຳ ຫ້ອງການ ແລະ ຜູ້ບໍຣິຫານ VIP ຄລີນິກ ໄດ້ປະຕິເສດ ທີ່ຈະໃຫ້ ຣາຍລະອຽດ ໃດໆກ່ຽວກັບ ເຣື້ອງນີ້.
VIP ຄລີນິກ ທີ່ຕັ້ງຢູ່ຖນົນ ກຳແພງເມືອງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ໃນນະຄອນຫຼວງວຽງຈັນ ຖືກທາງການໄທ ສົງໃສວ່າ ອາຈເປັນ ສະຖານທີ່ ຂອງຂະບວນ ການຂ້າມຊາດ ຈ້າງຖືພາມານ ໃຫ້ພາຍຫຼັງ ທີ່ໄດ້ກັກຕົວ ຄົນໄທຣາຍນຶ່ງ ທີ່ລັກລອບ ຂົນເຊື້ອ ອະສຸຈິ ໃນຖັງໄນໂຕຣເຈັນ ຂ້າມມາ ຝັ່ງລາວ ເມື່ອ ເດືອນເມສາ ທີ່ຜ່ານມານີ້.ຫຼ້າສຸດ ກໍມີກໍຣະນີ ກັກຄົນ ຂັບຣົດນຳສົ່ງ ແມ່ຍິງຊາວໄທ ຫຼາຍຄົນ ຂ້າມມາ ຝັ່ງລາວ ເມື່ອສັປດາກ່ອນ ເພື່ອມາເຮັດ ການຖືພາແທນ ໃນຄລີກນີ້.
ຜູ້ທີ່ຖືກກັກໂຕ ທັງສອງ ກໍຣະນີ ຕ່າງກໍບອກ ກັບ ເຈົ້າໜ້າທີ່ ທາງການໄທວ່າ ໄດ້ພົວພັນກັບ VIP ຄລີນິກ ທີ່ນະຄອນຫຼວງ ວຽງຈັນ.