ນໍ້າສະອາດມີໃຊ້ບໍ່ທົ່ວກັນ

ຈໍາປາທອງ
2015.11.19
F-water ນໍ້າສະອາດທີ່ທຸກຄົນ ສແວງຫາ
Citizen Journalist

ປະຊາຊົນ ຢູ່ຕາມ ບ້ານຕ່າງໆ ໃນແຂວງ ສະຫວັນນະເຂດ 10% ຂອງ ຈຳນວນ ບ້ານ ທັງໝົດ ຍັງບໍ່ມີ ນໍ້າສະອາດ ໃຊ້ ຍ້ອນ ຣັຖບາລ ສປປລາວ ຂາດ ງົບປະມານ ແລະ ສຳລັບ ບ້ານ ທີ່ມີ ນ້ຳສະອາດ ໃຊ້ແລ້ວ ແຕ່ ກໍຍັງບໍ່ ທົ່ວເຖິງກັນ. ດັ່ງ ເຈົ້າໜ້າທີ່ ອະນາມັຍ ນ້ຳ ສະອາດ ແຂວງ ສະຫວັນນະເຂດ ເວົ້າວ່າ:

"ດຽວນີ້ ຄັນເຮົາ ໄລ່ເປັນ ເປີເຊັນ ມັນ ກໍກວ່າ 80 ຫາ 90% ກໍ ເກືອບຮອດ 100 ແລ້ວ ກໍເຫລືອ ຢູ່ ປະມານ 10 ກວ່າ ນະ ທີ່ວ່າເຮົາ ບໍ່ທັນແທ້ໆ ນະ ແຕ່ວ່າມັນ ກໍມີຫຼາຍໆ ບ້ານ ທີ່ວ່າເຮົາມີ ແຕ່ມັນ ບໍ່ກວ້າງ ທັງໝົດ ຄອບຄົວ ທີ່ເຮົາມີ ຢູ່ນະ ຕົວຢ່າງ ວ່າໃນບ້ານ ເຮົາມີຢູ່ ພັນ ກວ່າ ບ້ານ ນະ ເຮົາກໍມີ ຣະບົບ ນ້ຳສະອາດ ໝົດ ແຕ່ມັນ ບໍ່ທົ່ວເຖິງ ໝົດທັງ 1000 ຄອບຄົວ".

ທ່ານເວົ້າ ຕໍ່ໄປວ່າ ເຖິງ ປະຊາຊົນ ໄດ້ໃຊ້ ນ້ຳສະອາດ ຫຼາຍແລ້ວ ແຕ່ສ່ວນຫຼາຍ ບໍ່ຄຳນຶ່ງ ເຖິງ ຄວາມສຳຄັນ ຂອງການ ບໍຣິໂພກ ນ້ຳສະອາດ ນັ້ນ ພໍເທົ່າໃດ ຍັງເຄີຍຊິນ ກັບການໃຊ້ ນ້ຳ ຈາກ ແຫລ່ງນ້ຳ ທັມຊາດ ມາດື່ມກິນຢູ່ ຊຶ່ງ ທາງແຂວງ ກໍໄດ້ ຣະດົມ ປະຊາຊົນ ໃນ ການແກ້ໄຂ ບັນຫາ ນີ້ຢູ່.

ໜັງສືພິມ ວຽງຈັນທາມ ຣາຍງານວ່າ ສູນ ອະນາມັຍ ສິ່ງແວດລ້ອມ ແລະ ນ້ຳ ປະປາ ແຫ່ງຊາດ ຕ້ອງການ ໃຫ້ ເຈົ້າໜ້າທີ່ ທ້ອງຖິ່ນ ບັນທຶກ ຂໍ້ມູນ ກ່ຽວກັບ ຈຳນວນ ປະຊາຊົນ ທີ່ ໄດ້ໃຊ້ ນ້ຳສະອາດ ແລະ ວິດຖ່າຍ ນັ້ນ ເພື່ອ ຈະຮູ້ວ່າ ໂຄງການ ພັທນາ ຣະບົບ ນໍ້າສະອາດ ແລະ ສຸຂອະນາມັຍ ຂອງ ຣັຖບາລ ເຂົ້າເຖິງ ປະຊາຊົນ ໜ້ອຍຫຼາຍ ພຽງໃດ. ໃນປີ 2012, ຕາມການ ສຳຣວດ ພົບວ່າ 78% ຂອງ ຊຸມຊົນ ທັງໝົດ ໃນລາວ ໄດ້ໃຊ້ ນ້ຳສະອາດ ແລະ 71% ໄດ້ໃຊ້ ວິດຖ່າຍ ທີ່ ຖືກຕ້ອງ ຕາມຫລັກ ອະນາມັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.