ຣະວັງໂຣຄຕັບຊນິດ-ເອ

ສິດນີ
2017.06.18
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ຜແນກສາທາຣະນະສຸກ ນະຄອນຫລວງວຽງຈັນ ອອກແຈ້ງເຕືອນ ປະຊາຊົນ ທັງ 9 ເມືອງ ໃຫ້ຣະມັດຣະວັງ ການຣະບາດ ຂອງໂຣຄຕັບ ຊນິດ-ເອ. ຫລັງຈາກພົບເຫັນ ຜູ້ປ່ວຍ ເຂົ້າຮັກສາໂຕ ຍ້ອນໂຣຄນີ້ ກວ່າ 40 ກໍຣະນີ ໃນຣະຍະ ສາມເດືອນ ຜ່ານມາ. ດັ່ງເຈົ້າຫນ້າທີ່ ສາທາຣະນະສຸກ ທ່ານນຶ່ງ ເວົ້າວ່າ:

"ມີຢູ່ສີ່ສີບປາຍຄົນແລ້ວເນາະ ທີ່ວ່າເຮົາອັນນີ້ ດຽວນີ້ເພິ່ນ ກໍມີແຕ່ໃຫ້ລົງໂຄສະນາ ສຸຂສືກສາ ໃຫ້ແກ່ ປະຊາຊົນ ຫັ້ນແຫລະ ແລະພື້ນຖານ ການຕິດຕໍ່ ຂອງພຍາດນີ້ ແລະແມ່ນ ວິທີການ ປ້ອງກັນນັ້ນ".

ທ່ານກ່າວຕື່ມວ່າ ຜູ້ປ່ວຍສ່ວນຫລາຍ ຈະມີອາຍຸຣະຫວ່າງ 20-50 ປີ ທີ່ເຂົ້າມາຮັກສາໂຕ ຕາມສະຖານພຍາບານ ຕ່າງໆ ແລະເມືອງ ທີ່ ພົບເຫັນ ຜູ້ປ່ວຍ ຫລາຍທີ່ສຸດ ແມ່ນເມືອງ ໄຊທານີ ຊື່ງໄດ້ພົບເຫັນ ຜູ້ປ່ວຍໂຣຄນີ້ ມາແຕ່ ເດືອນເມສາ ຜ່ານມາ.

ຕາມການແຈ້ງການ ຜແນກສາທາຣະນະສຸກ ໄດ້ອອກຄຳສັ່ງ ໃຫ້ແຕ່ລະເມືອງ ເອົາໃຈໃສ່ ຕິດຕາມ ກວດກາບັນດາ ໂຮງງານຕ່າງໆ ເປັນຕົ້ນ ໂຮງງານ ຜລີດນ້ຳດື່ມ ໂຮງນ້ຳກ້ອນ ແລະ ໃຫ້ພະນັກງານນ ທຸກຄົນ ເຂົ້າມາກວດພຍາດ ຮ່ວມດ້ວຍ ໃຫ້ແພດ ປະຈຳເມືອງ ລົງໄປ ກວດກາ ຕາມຊຸມຊົນ ໂດຍສະເພາະ ເຣື້ອງນ້ຳດື່ມ ແລະ ຄວາມສະອາດ.

ໃນປີຜ່ານມາ ໃນລາວ ໄດ້ມີການຣະບາດ ຂອງໂຣຄຕັບ ອັກເສບ ຊນີດ-ບີ ຢູ່ແຂວງຊຽງຂວາງ ກວ່າ 60 ກໍຣະນີ ແລະ ແຂວງອື່ນໆ ກໍມີເຫມືອນກັນ ແຕ່ບໍ່ມີ ຣາຍງານ ຈຳນວນ ຕົວເລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.