ໂຮງງານນໍ້າດື່ມຖືກສັ່ງປິດ
2018.04.10
ຜແນກອຸດສາຫະກັມແລະການຄ້າ ນະຄອນຫລວງວຽງຈັນ ໄດ້ອອກຄໍາສັ່ງ ໃນມື້ວັນທີ 28 ກຸມພາ 2018 ນີ້ ໃຫ້ປິດໂຮງງານ ຜລິດນໍ້າດື່ມ 6 ແຫ່ງ ຍ້ອນຜລິດບໍ່ໄດ້ມາຕຖານ ຕາມທີ່ທາງກະຊວງ ອຸດສາຫະກັມ ແລະການຄ້າ ໄດ້ຣະບຸໄວ້ ເພື່ອຄຸ້ມຄອງ ຜູ້ບໍຣິໂພກ ບໍ່ໃຫ້ເກີດ ບັນຫາທາງດ້ານສຸຂພາບ ຕາມມາ, ດັ່ງ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ກ່າວຕໍ່ ວິທຍຸເອເຊັຍເສຣິ ໃນວັນທີ 9 ເມສາ ນີ້ວ່າ:
“ຕາມເນື້ອໃນແຈ້ງການຫັ້ນແຫລະ ເພາະວ່າໂຮງງານຫັ້ນ ບໍ່ໄດ້ມາຕຖານເນາະ ທີ່ທາງກະຊວງ ເພິ່ນກໍານົດ ມັນມີມາຕຖານ ໂຮງງານ ນໍ້າດື່ມເດ້ ເພິ່ນປະຕິບັດບໍ່ໄດ້ ຕາມຕົວນັ້ນ.”
ນາງກ່າວຕື່ມວ່າ ຕາມຄໍາສັ່ງນັ້ນ ແມ່ນໃຫ້ໂຮງງານທັງ 6 ແຫ່ງປິດກິຈການ ແບບຖາວອນ ເນື່ອງຈາກຣະເມິດຂໍ້ຕົກລົງ ວ່າດ້ວຍ ມາຕການ ຂອງໂຮງງານຜລິດນໍ້າດື່ມ ບໍ່ປະຕິບັດຕາມ ທາງຜແນກອຸດສາຫະກັມແລະການຄ້າ ຈະໄດ້ດໍາເນິນການ ຕາມຣະບຽບ ກົດໝາຍຢ່າງເຂັ້ມງວດ.
ນາງກ່າວວ່າ ຢ່າງໃດກໍຕາມ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫລວງວຽງຈັນ ກໍຍັງຈະສືບຕໍ່ກວດກາ ໂຮງງານຜລິດນໍ້າດື່ມ ໄປ ເລື່ອຍໆເພື່ອຮັບປະກັນວ່າ ນໍ້າດື່ມທີ່ອອກຈາກໂຮງງານ ໄປສູ່ຜູ້ບໍຣິໂພກ ຕ້ອງແມ່ນນໍ້າດື່ມ ບໍຣິສຸດ ແລະປອດພັຍ.
ເຖິງຢ່າງໃດກໍຕາມ ໂຮງງານນໍ້າດື່ມ 6 ແຫ່ງ ທີ່ ຖືກທາງການ ສັ່ງປິດເທື່ອນີ້ ຄື ໂຮງງານນໍ້າດື່ມ ບໍຣິສຸດ ກະທິງທອງ ຕັ້ງຢູ່ບ້ານ ຮ່ອງແກ, ໂຮງງານຜລິດນໍ້າດື່ມ ບໍຣິສຸດ ກວາງທອງ ບ້ານາໄຫ ແລະ ໂຮງງານນໍ້າ ສາຍພູຫລວງ ບ້ານໂນນສະຫວ່າງ ເມືອງ ໄຊເສດຖາ, ໂຮງງານ ນໍ້າຝົນສວັນທິບ ບ້ານລາດຄວາຍ ເມືອງໄຊທານີ, ໂຮງງານ ນໍ້າທິບສວັນ ບ້ານໂພສີ ເມືອງ ສີໂຄດຕະບອງ ແລະໂຮງງານ ກາຊ້າງຄູ່ ບ້ານໂພນຕ້ອງສວາດ ເມືອງຈັນທະບູຣີ.