ເດັກນ້ອຍໃຫ້ລະວັງ ໄຂ້ ທໍຣະພິດ

ຈໍາປາທອງ
2017.04.13
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ສາທາຣະນະສຸຂ ເມືອງວັງວຽງ ແຂວງວຽງຈັນ ເຕືອນເດັກນ້ອຍນັກຮຽນ ອາຍຸແຕ່ 10 ປີຫາ 18 ປີ ໃຫ້ລະວັງ ໄຂ້ທໍຣະພິດ ໂດຍສະເພາະ ໃນລະຍະ ບຸນປີໃໝ່ລາວນີ້ ໃຫ້ລະວັງ ເຣຶ່ອງການກິນອາຫານ ແລະດື່ມນ້ຳ ຕ້ອງໃຫ້ສະອາດ, ບໍ່ດັ່ງນັ້ນ ອາດຈະເປັນໄຂ້ ທໍຣະພິດ ນີ້ໄດ້. ຜູ້ເປັນໄຂ້ຊນິດນີ້ ຈະມີອາການໄຂ້ແຮງ ເຈັບຄໍແລະເຈັບທ້ອງ. ຕາມຄຳເວົ້າຂອງເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງວັງວຽງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ເມສາ ນີ້ວ່າ:

"ຊ່ວງນີ້ພວກເຮົາ ກໍຍັງກໍຍັງໄດ້ເຝົ້າລະວັງ ຕິດຕາມຕລອດຢູ່ ເພາະວ່າເຊື້ອນັ້ນ ມັນຍັງຝັງຕົວຢູ່ເຂດນັ້ນ ເຂດນັ້ນຈະເປັນເຂດ ຊ່ອນຂອງເຊື້ອ ພວກເຮົາກະຕ້ອງໄດ້ ເຝົ້າລະວັງຕິດຕາມ ແລະ ກໍບັນດາບ້ານອ້ອມຂ້າງ ກໍຕິດຕາມຢູ່".

ເມື່ອຕົ້ນເດືອນເມສາ ນີ້ ແພດໄດ້ກວດພົບ ເດັກນ້ອຍນັກຮຽນຍິງ ຢູ່ໃນໂຮງຮຽນ ມັທຍົມເມືອງວັງວຽງ ຫຼາຍແຫ່ງ ທີ່ມີນັກຮຽນ ທັງໝົດ 700 ຄົນ ແລະຄຣູ 60 ຄົນນັ້ນ 10 ປາຍຄົນຕິດເຊື້ອ ໄຂ້ທໍຣະພິດ ຍ້ອນວ່າໂຮງຮຽນ ເຫລົ່ານັ້ນ ມີຫ້ອງນ້ຳ ບໍ່ພຽງພໍ ແລະທັງ ບໍ່ສະອາດ ຈຶ່ງພາ ໃຫ້ເກີດມີ ພຍາດນີ້.

ທ່ານກ່າວຕື່ມອີກວ່າ ຍັງມີໂຮງຮຽນ ທີ່ຢູ່ໃນເຂດຫ່າງໄກ ຕົວເມືອງວັງວຽງ ອີກບໍ່ຕ່ຳກວ່າ 10 ແຫ່ງ ທີ່ຍັງບໍ່ມີການປ້ອງກັນ ເຊື້ອພຍາດນີ້ ໂດຍສະເພາະ ເດັກນ້ອຍນັກຮຽນ ຊົນເຜົ່າ ທີ່ມີຄວາມສ່ຽງຕໍ່ ການທີ່ຈະເປັນ ໄຂ້ທໍຣະພິດ ນີ້ໄດ້.

ແຕ່ເຖິງຢ່າງໃດກໍຕາມ ເດັກນ້ອຍນັກຮຽນ ທີ່ກວດພົບວ່າເປັນ ໄຂ້ທໍຣະພິດນັ້ນ ກໍໄດ້ຮັບການປິ່ນປົວ ໃຫ້ຫາຍດີແລ້ວ ແຕ່ຍັງບໍ່ສາມາດ ປ້ອງກັນ ຫລືຂ້າເຊື້ອ ພຍາດນີ້ໄດ້ ເປັນຕົ້ນ ຢູ່ບ້ານມຽງສະໄມ ແລະບ້ານປາກເປາະ ທີ່ຍັງຂາດເຄື່ອງ ອະນາມັຍ ເບື້ອງຕັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.