ລາວຈະພາດເປົ້າໝາຍ ສະຫັດສວັດ


2013.09.24
F-pregnant-woman ແມ່ຍິງລາວ ທີ່ຖືພາ ກໍາລັງໄດ້ຮັບ ການກວດສຸຂພາບ ຈາກນາງໝໍ ທີ່ອຸປຖັມໂດຍ ອົງການ ສະຫະປະຊາຊາດ
unfpa

 

ເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ຜູ້ຂໍສະຫງວນຊື່ທ່ານນຶ່ງ ເປີດເຜີຍຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ເມື່ອມໍ່ມານີ້ ແລະຍອມຮັບວ່າ ການຈັດຕັ້ງ ປະຕິບັດ ວຽກງານ ສາທາຣະນະສຸກ ເພື່ອໃຫ້ບັນລຸເປົ້າໝາຍສະຫັດສວັດ ເພື່ອການພັທນາໃຫ້ໄດ້ ໃນປີ 2015 ນັ້ນຍັງມີບັນຫາ ທ້າທາຍ ຫລາຍຢ່າງ ຊຶ່ງເປັນການຍາກ ທີ່ຈະສາ ມາດບັນລຸເປົ້າໝາຍ ໄດ້ຢ່າງແທ້ຈິງ.

ເວົ້າສະເພາະເປົ້າໝາຍສະຫັດສວັດ ດ້ານໂພຊນາການ ຂອງເດັກນ້ອຽ ແລະດ້ານອັດຕຣາ ການເສັຽຊີວິດ ຂອງແມ່ຍິງທີ່ຖືພານັ້ນ ຖືເປັນບັນ ຫາ ທີ່ປະຕິບັດໄດ້ ຊັກຊ້າທີ່ສຸດ ຄືໃນປັດຈຸບັນ ຍັງມີເດັກນ້ອຍລາວ ອາຍຸຫລຸດ 5 ປີ ລົງມາ ຈໍານວນຫລວງຫລາຍ ຍັງຂາດ ສານອາຫານ ທີ່ຈໍາເປັນ ຊຶ່ງເຮັດໃຫ້ເດັກນ້ອຽ ມີສຸຂພາບ ບໍ່ສົມບູນ, ໂຕເຕັ້ຍ, ນໍ້າໜັກຕໍ່າກວ່າ ມາຕຖານ ເຖິງ 38% ຂອງ ຈໍານວນເດັກນ້ອຍໃນວັຍດຽວ ກັນທັງໝົດ ຂນະທີ່ເປົ້າໝາຍວາງໄວ້ ຢູ່ທີ່ 22%. ດັ່ງນັ້ນ ຈຶ່ງເປັນໄປໄດ້ຍາກ ທີ່ຣັຖບາລລາວ ຈະສາມາດບັນລຸ ເປົ້າໝາຍ ນີ້ໄດ້.

ສ່ວນອັດຕຣາການເສັຍຊີວິດ ຂອງແມ່ຍິງລາວ ຂະນະຖືພານັ້ນ ເຖິງແມ່ນວ່າ ຈະຫລຸດໜ້ອຍລົງຈາກ 650 ຄົນ ຕໍ່ 100,000 ຄົນ ໃນປີ 1995 ມາເປັນປະມານ 340 ຄົນ ໃນປັດຈຸບັນກໍດີ ແຕ່ເປົ້າໝາຍ ທີ່ທາງການລາວວາງ ເອົາໄວ້ ຄືໃຫ້ເຫລືອພຽງ 260 ຄົນ ຕໍ່ 100,000 ຄົນ ໃນປີ 2015 ຊຶ່ງຖືວ່າ ເປັນບັນຫາທ້າທາຍ ຢ່າງຍິ່ງ ແລະກໍເປັນໄປໄດ້ຍາກ. ອັດຕຣາການເສັຍຊີວິດຂອງແມ່ຍິງລາວ ຂນະທີ່ຖືພາຍັງ ສູງທີ່ສຸດ ທຽບໃສ່ບັນດາປະເທສອາຊຽນ ເຊັ່ນພະມ້າ 250 ຄົນ ກໍາພູຊາ 206 ຄົນ ວຽດນາ 56 ຄົນແລະໄທຍ໌ 48 ຄົນຕໍ່ 100,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.