ລາວ ມີຜູ້ຕິດເຊື້ອໂຄວິດ-19 ອີກ 2 ຄົນ
2021.01.22

ລາວ ກວດພົບຜູ້ຕິດໂຄວິດ-19 ຕື່ມອີກ 2 ຄົນ, ທີ່ເດີນທາງມາຈາກປະເທດໄທຍ ພາຍຫລັງທີ່ບໍ່ມີຜູ້ຕິດມາໄດ້ 45 ມື້ ແລ້ວ, ຮວມ ຈໍານວນຜູ້ຕິດໂຄວິດ-19 ສະສົມທັງໝົດ 43 ຄົນ.
ໃນຈໍານວນ 2 ຄົນທີ່ວ່ານີ້ ຜູ້ນຶ່ງເປັນຄົນງານລາວ ທີ່ໄດ້ຕິດຕາມຄອບຄົວ ໄປເຮັດວຽກຢູ່ໄທຍ, ແຕ່ເດືອນກໍຣະກະດາປີກາຍ ແລະ ອີກຜູ້ນຶ່ງເປັນຄົນຈີນ ທີ່ລັກຂ້າມນໍ້າຂອງເຂົ້າມາ, ປັດຈຸບັນ ໄດ້ຮັບການປິ່ນປົວ ຢູ່ໂຮງໝໍ ທີ່ທາງການລາວ ກໍານົດໃຫ້; ດັ່ງທີ່ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຖແລງໃນຕອນເຊົ້າຂອງວັນທີ 22 ມົກກະຣາ ນີ້ວ່າ:
“ສະເພາະຢູ່ໃນ ສປປລາວ ຂອງພວກເຮົານີ້, ພົບຜູ້ຕິດເຊື້ອນໍາເຂົ້າ ຈາກປະເທດໄທຍ 2 ກໍຣະນີ ນໍາເຂົ້າຈາກປະເທດໄທຍ, ຊຶ່ງເປັນ ກໍຣະນີທີ 42 ແລະ 43 ມີຜົລກວດເປັນບວກ ໝາຍຄວາມວ່າຕິດເຊື້ອ ປັດຈຸບັນນີ້ກະໄດ້ເອົາ ຜູ້ກ່ຽວເຂົ້າໄປແຍກປ່ຽວ, ແລ້ວກະນອນ ຕິດຕາມ ປິ່ນປົວຢູ່ໂຮງໝໍແລ້ວ, ແຕ່ວ່າກະບໍ່ມີອາການສະແດງອອກຫຍັງ ຜູ້ກ່ຽວບໍ່ມີອາການໄຂ້ ຫລືວ່າອາການທາງຣະບົບ ຫາຍໃຈ ກະບໍ່ມີ.”
ຜູ້ຕິດໂຄວິດ-19 ຄົນທີ 42 ເປັນເພດຍິງ ອາຍຸ 33 ປີ, ສັນຊາດລາວ ຢູ່ແຂວງຈໍາປາສັກ ທີ່ມາຈາກໄທຍ, ໃນວັນທີ 18 ມົກກະຣາ 2021 ແລະຖືກກັກໂຕຢູ່ສູນຫຼັກ 21 ເມືອງປະທຸມພອນ ແຂວງຈໍາປາສັກ ທີ່ມີຜູ້ຖືກກັກໂຕນໍາກັນເກືອບ 200 ຄົນ, ແລະຮູ້ຜົນກວດ ທີ່ນະຄອນຫຼວງວຽງຈັນ ວ່າຕິດໂຄວິດ-19 ໃນມື້ວັນທີ 20 ມົກກະຣາ 2021.
ຄົນທີ 43 ທີ່ ຕິດໂຄວິດ-19 ເປັນເພດຊາຍ ອາຍຸ 29 ປີ, ສັນຊາດຈີນ ມາຈາກເມືຶອງແມ່ສາຍ ແຂວງຊຽງຮາຍຂອງໄທຍ, ໃນວັນທີ 18 ມົກກະຣາ ນີ້. ຜູ້ກ່ຽວຂີ່ເຮືອຂ້າມນໍ້າຂອງເຂົ້າມາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍບໍ່ຜ່ານດ່ານຊາຍແດນ, ແລະໄດ້ໄປພັກຢູ່ ໂຮງແຮມເສສວນ ແຂວງບໍ່ແກ້ວ 1 ຄືນ, ກ່ອນຈະເໝົາຣົດໄປແຂວງຫລວງນໍ້າທາ ໃນຕອນເຊົ້າ ຂອງມື້ຕໍ່ມາ.
ທີ່ເມືອງຫຼວງນໍ້າທາ ຜູ້ກ່ຽວໄດ້ພັກຢູ່ເຮືອນພັກກົງເອີ, ແລະຖືກທາງການແຂວງຫຼວງນໍ້າທາ ກວດພົບ, ໄດ້ນໍາໄປກວດຫາໂຄວິດ-19 ແຕ່ຜົລຂອງການກວດບໍ່ຊັດເຈນ, ດັ່ງນັ້ນຈຶ່ງ ໄດ້ສົ່ງໄປກວດຢູ່ສູນໂຄວິດ-19 ທີ່ ນະຄອນຫລວງວຽງຈັນ, ແລະ ຮູ້ຜົລໃນມື້ວັນທີ 20 ມົກກະຣາ 2021 ວ່າຕິດໂຄວິດ-19. ປັດຈຸບັນ ຜູ້ກ່ຽວປິ່ນປົວຢູ່ໂຮງໝໍ. ສ່ວນຜູ້ໃກ້ຊິດ 37 ຄົນ ໄດ້ຮັບ ການກວດຫາໂຄວິດ-19 ແລ້ວ ແຕ່ບໍ່ມີຜູ້ໃດຕິດ.
ຍ້ອນມີຄົນລັກລອບເຂົ້າມາລາວ ເພື່ອປ້ອງກັນການຣະບາດຂອງໂຄວິດ-19 ທາງການລາວ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ເຂັ້ມງວດໃນການລາດຕະເວນ ກວດກາຕາມຊາຍແດນ ເພິ່ມຂຶ້ນ, ດັ່ງທີ່ ດຣ.ພູທອນ ເມືອງປາກ ກ່າວໃນໂອກາດຖແລງຂ່າວ ໃນມື້ດຽວກັນນັ້ນວ່າ:
“ຄະນະຮັບຜິດຊອບສູນ ຈໍາກັກບໍຣິເວນ ຈະຕ້ອງໄດ້ເຂັ້ມງວດ, ຕໍ່ມາຕການຄວາມປອດພັຍ, ຣະບຽບການຕ່າງໆທີ່ວາງອອກ, ເພື່ອຮັບປະກັນບໍ່ໃຫ້ມີການຕິດເຊື້ອ ແລະການແຜ່ເຊື້ອ ໂຄວິດ-19 ພາຍໃນສູນຫັ້ນ, ຮຽກຮ້ອງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ, ຈະຕ້ອງໄດ້ເຂັ້ມງວດ ກວດກາ, ລາຕເວນຕາມຊາຍແດນ ບໍ່ໃຫ້ມີການລັກລອບເຂົ້າມາ, ໂດຍບໍ່ຜ່ານດ່ານທາງການ ກໍນົດໄວ້.”
ເຈົ້າໜ້າທີ່ດ່ານສາກົນວັງເຕົ່າ ແຂວງຈໍາປາສັກ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ມົກກະຣານີ້ວ່າ, ເຈົ້າໜ້າທີ່ປະຈໍາ ດ່ານຊາຍແດນທຸກຄົນ ເອົາໃຈໃສ່ເຕັມທີ ແລະ ເຂັ້ມງວດທີ່ສຸດ ໃນການກວດກາ ລາດຕະເວນຊາຍແດນ, ຫາກພົບຄົນເຂົ້າມາ ລາວ, ທັງແບບຖືກຕ້ອງ ແລະບໍ່ຖືກຕ້ອງຕາມຣະບຽບກົດໝາຍ, ກໍຈະຖືກກວດຫາໂຄວິດ-19 ແລະ ຖືກກັກໂຕ 14 ມື້, ດັ່ງທີ່ທ່ານກ່າວວ່າ:
“ຜູ້ທີ່ເຂົ້າມາ ກະມາກັກຕົວ 14 ມື້, ເບື້ອງລາວກະກວດເຊັກອຸນຫະພຸມ ແລ້ວຈະເອົາເຂົ້າໄປກັກຂັງ, ແຕ່ລະມື້ຕອນເຊົ້າຕອນແລງ ສິໄດ້ກວດເລືອດທຸກມື້ ສູນຢັ້ງຢືນໃຫ້ແລ້ວ ຈັ່ງສາມາດອອກໄດ.”
ປັດຈຸບັນ ທາງການລາວໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ຈາກບໍຣິສັດ Sinopharm ຂອງຈີນ 2,000 ໂດສ, ແລະໄດ້ເລິ້ມສັກ ໃຫ້ແພດ, ໝໍ, ແລະ ອາສາສມັກ ກະຊວງ ສາທາຣະນະສຸຂ 200 ຄົນແລ້ວ, ແຕ່ຍັງບໍ່ມີຜູ້ໃດເກີດມີຜົນຂ້າງຄຽງ.
ແລະໃນມື້ວັນທີ 21 ມົກກະຣານີ້, ສະຖານທູດຣັດເຊັຍປະຈໍາລາວ, ຕາງໜ້າໃຫ້ຣັຖບາລຣັດເຊັຍ, ໄດ້ມອບວັກຊິນປ້ອງກັນໂຄວິດ-19 Sputnik V ໃຫ້ຣັຖບາລລາວ 2 ລ້ານ ໂດສ ເພື່ອສັກໃຫ້ບຸຄລາກອນການແພດ ແລະ ປະຊາຊົນ ແຕ່ຍັງຢູ່ໃນຣະຫວ່າງ ຫາລືກັນ ຢູ່ວ່າ, ກຸ່ມຄົນໃດຈະເປັນຜູ້ທົດລອງສັກກ່ອນ, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວ ກັນນີ້ວ່າ:
“ບໍ່ທັນມີໃຜໄດ້ທົດລອງ ເຈົ້າ, ຜູ້ທີ່ໄດ້ສີດ ກະສິແມ່ນການນໍາ, ຂັ້ນຣະດັບສູງເພິ່ນພຸ້ນແຫລະ, ທີ່ຈະໄດ້ທົດລອງ ເພາະວ່າວັນຊິນ ເພິ່ນຈະນໍາເຂົ້າມາ ແຕ່ວ່າເພິ່ນບໍ່ທັນໄດ້ຖແລງການ ແຈ້ງການເປີດຂາຍວັກຊິນ ເຈົ້າ.”
ມາເຖິງວັນທີ 31 ທັນວາ 2020, ອົງການອະນາມັຍໂລກ ໄດ້ຮັບຮອງວັກຊິນ Pfizer- BioNTech ພຽງບໍຣິສັດດຽວ ສໍາລັບໃຊ້ໃນ ກໍຣະນີສຸກເສີນ, ສ່ວນວັກຊິນອື່ນໆເຖິງຈະມີການ ທົດລອງສັກໃຫ້ຄົນແລ້ວ ແຕ່ກໍຍັງບໍ່ໄດ້ຖືກຮັບຮອງເປັນທາງການ ຈາກອົງການ ອະນາມັຍໂລກ ແຕ່ຣັຖບາລລາວ ຮັບເອົາມາສັກທົດລອງ ໃຫ້ຄົນລາວແລ້ວ.
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຖາມອົງການອະນາມັຍໂລກ ປະຈໍາລາວ ແລະ ປະຈໍາປະເທດໄທຍ ເພື່ອຂໍຮູ້ ຣາຍລະອຽດ ແຕ່ເຈົ້າໜ້າທີ່ບໍ່ສະດວກ ທີ່ຈະໃຫ້ ຄໍາເຫັນ.
ຣັຖບາລລາວ ມີແຜນຈະນໍາວັກຊິນປ້ອງກັນໂຄວິດ-19 ຈາກ 3 ແຫຼ່ງເຂົ້າມາໃຊ້, ໂດຍເວົ້າວ່າເປັນວັກຊິນ, ທີ່ໄດ້ຮັບການຮັບຮອງ ຈາກອົງການອະນາມັຍໂລກ ສໍາລັບໃຊ້ ໃນກໍຣະນີ ສຸກເສີນ ຄື:
1.Sinopharm ຈາກຈີນ, ສັກ 2 ເຂັມ ສາມາດສ້າງພູມຕ້ານທານໄດ້ 3 ປີ; 2. Sputnik V ຈາກຣັດເຊັຍ, ສັກ 2 ເຂັມ ສາມາດ ສ້າງພູມ ຕ້ານທານໄດ້ 2 ປີ ແລະ 3. Covax Facility Gavi ຈາກໂຄງການ COVAX ທີ່ຮ່ວມມື ກັບອົງການອະນາມັຍໂລກ ຊຶ່ງຄາດວ່າ ວັກຊິນ ນັ້ນຈະມາເຖິງລາວ ປະມານເດືອນ ເມສາ 2021 ນີ້.
ຣັຖບາລລາວ, ທະນາຄານໂລກ, ອົງການອະນາມັຍໂລກ ແລະ ຢູນີເຊັບ ໄດ້ຮ່ວມກັນປະເມີນງົບປະມານ ທີ່ຕ້ອງການ ເພື່ອຊື້ວັກຊິນ ຄື ສເລັ່ຍ 17-18 ໂດລາ ສະຫະຣັຖ ຕໍ່ຄົນ. ຖ້າສັກໃຫ້ທົ່ວເຖິງໝົດທຸກຄົນ ຄາດວ່າ ຣັຖບາລລາວຈະຕ້ອງ ໃຊ້ງົບປະມານ 100 ລ້ານໂດລາ ສະຫະຣັຖ.
ລາວ ກວດພົບຜູ້ຕິດໂຄວິດ-19 ຄົນທໍາອິດ ໃນວັນທີ 24 ມິນາ 2020. ມາຮອດວັນທີ 20 ມົກກະຣາ 2021 ນີ້ໄດ້ກວດພົບຜູ້ຕິດ ໂຄວິດ-19 ຈໍານວນສະສົມ ທັງໝົດ 43 ຄົນ. ໃນນັ້ນປິ່ນປົວຫາຍແລ້ວ 41 ຄົນ, ຍັງກໍາລັງປິ່ນປົວຢູ່ໂຮງໝໍ 2 ຄົນສຸດທ້າຍ.