ເອກຊົນຈະໄດ້ສິດຊື້ ວັກຊິນ ສັກໃຫ້ ພະນັກງານ

ສິດນີ
2021.04.21
ເອກຊົນຈະໄດ້ສິດຊື້ ວັກຊິນ ສັກໃຫ້ ພະນັກງານ ໃນວັນທີ 19 ເມສາ 2021 ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ຖແລງກ່ຽວກັບ ສະພາບການ ແຜ່ຣະບາດຂອງ ໂຄວິດ-19 ຢູ່ ສປປລາວ
ຂ່າວປະເທດລາວ

ໃນວັນທີ 19 ເມສາ ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ຖແລງກ່ຽວກັບ ສະພາບການແຜ່ຣະບາດຂອງໂຄວິດ-19 ຢູ່ ສປປລາວ ວ່າຣັຖບານຈະອຳນວຍ ຄວາມສະດວກ ໃຫ້ແກ່ບໍຣິສັດເອກຊົນ ສາມາດຊື້ ວັກຊິນໂຄວິດ-19 ສັກໃຫ້ພະນັກງານ ຂອງ ຕົນ ແລະຊຸມຊົມໄດ້ ດັ່ງທ່ານເວົ້າວ່າ:

“ກ່ຽວກັບການສີດຢາວັກຊີນນີ້ ຣັຖບານຈະອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ຫລື ບຸກຄົນກະຄືນິຕິບຸກຄົນ ທີ່ມີຄວາມ ປະສົງຢາກຊ່ອຍປະກອບສ່ວນ ຈັດຊື້ຢາວັກຊີນ ມາສີດໃສ່ ພະນັກງານຂອງບໍຣິສັດໂຕເອງ ຫລື ເປົ້າຫມາຍອື່ນໆ ຢູ່ໃນສັງຄົມ ທີ່ໂຕເອງຢາກຊ່ອຍເຫລືອ ສເນີຄວາມຈຳນົງ ມາຫາຄະນະສະເພາະກິດ ໂຄວິດ-19 ເພື່ອພິຈາຣະນາ ໂດຍໄວ.”

ກ່ຽວກັບເຣື້ອງນີ້ ເຈົ້າຂອງຄລີນິກເອກຊົນ ທ່ານນຶ່ງເວົ້າວ່າ ຖ້າຫາກຣັຖບານອຳນວຍຄວາມສະດວກໃຫ້ ບໍຣິສັດເອກຊົນຊື້ວັກຊິນ ມາສັກໃຫ້ແກ່ພະນັກງານຂອງຕົນ ຫລື ຊຸມຊົນ ກໍເປັນການດີ ຍ້ອນວ່າແຕ່ລະມື້ ມີປະຊາຊົນມາຖາມ ຢູ່ເລື້ອຍໆວ່າ ຄລີນິກມີຢາ ວັກຊິນສັກໃຫ້ຄົນ ຫລືບໍ ຍ້ອນບໍ່ຢາກໄປຖ້າສັກຕາມໂຮງຫມໍ ຂອງຣັຖບານ ລຽນຄິວກັນຫລາຍວັນ ກໍບໍ່ໄດ້ສັກ.

“ຊື້ໄດ້ກະຫນ້າສົນໃຈຢູ່ ມີຄົນໄຂ້ມາຖາມຕະລອດວ່າ ທາງຄລີນິກເຮົາ ຊີມີວັກຊິນບໍ ແຕ່ວ່າທີ່ຈິງຣັຖບານກະເປີດກວ້າງ ໃຫ້ໄປສັກ ຢູ່ໂຮງຫມໍຣັຖ ປະຊາຊົນມັນກະມີ ຫຼາຍຣະດັບເນາະ ປະຊາຊົນທີ່ມີຣາຍໄດ້ປານກາງ ໂດຍສະເພາະ ພະນັກງານຣັຖ ການຈະໄປ ໂຮງຫມໍຣັຖຫມົດ ປະຊາຊົນທີ່ມີຣາຍໄດ້ຫລາຍ ມັນຄວາມເປັນສ່ວນໂຕແຫລະ ເຂົາຈະບໍ່ໄປຕໍ່ຄິວ ບໍ່ໄປແອອັດ ນຳຄົນອື່ນ ເວົ້າງ່າຍໆວ່າ ເຂົາຢ້ານໄດ້ຮັບເຊື້ອ ນຳຄົນອື່ນນະ ຄວາມຫມາຍ.”

ໃນຂນະດຽວກັນ ເຈົ້າຂອງໂຮງແຮມແຫ່ງນຶ່ງເວົ້າວ່າ ໃນປັດຈຸບັນ ຍັງບໍ່ມີແຜນການຊື້ວັກຊິນ ມາສັກໃຫ້ພະນັກງານຂອງຕົນເທື່ອ ຍັງລໍຖ້າ ຣາຍລະອຽດ ຈາກທາງການກ່ອນ ວ່າຈະເຮັດແນວໃດ ກ່ຽວກັບ ວັກຊິນໂຄວິດ-19 ຊື່ງທຸກມື້ນີ້ ກໍໃຫ້ພະນັກງານຂອງຕົນ ໄປສັກຢາວັກຊິນຕາມໂຮງຫມໍຣັຖ ທີ່ເພິ່ນປະກາດ.

“ຍັງວ່າ ເພິ່ນນະໂຍບາຍຈັ່ງໃດ ອັນນີ້ກະຍັງບໍ່ເຂົ້າໃຈເທື່ອ ຍັງບໍ່ໄດ້ສັກຢາຄົບຫມົດເທື່ອ ມີແຕ່ວ່າເພິ່ນແຈ້ງມາຈັ່ງໃດແລ້ວ ເຮົາກະຄ່ອຍ ໄປສັກໄດ້.”

ຊາວບ້ານຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ ຖ້າຣັຖບານອະນຸຍາດ ໃຫ້ຄລີນິກເອກຊົນ ສັກວັກຊີນໄດ້ ກໍຈະດີຫລາຍ ເຖິງແມ່ນວ່າຈະເສັຽຄ່າໃຊ້ຈ່າຍກໍຕາມ ຍ້ອນປະຊາຊົນ ບໍ່ຢາກໄປລຽນຄິວສັກຢາ ຕໍ່ແຖວກັນແອອັດ.

“ເອີ ກະດີຫັ້ນແຫລະ ມັນຢູ່ໃກ້ເນາະ ແຕ່ວ່າເພິ່ນກະໄດ້ແຈ້ງແລ້ວ ຜູ້ໃດກະຢາກໃຫ້ໄປສັກຫມົດຫັ້ນແຫລະ ເພີ່ນກະແຈ້ງແລ້ວ ຍັງບໍ່ໄດ້ໄປສັກ.”

ຊາວບ້ານຢູ່ແຂວງສວັນນະເຂດ ນາງນຶ່ງເວົ້າວ່າ ມາຮອດປັດຈຸບັນຕົນເອງ ຍັງຕໍ່ຄິວສັກວັກຊິນ ຢູ່ໂຮງຫມໍສວັນນະເຂດຢູຸ່ ຍັງບໍ່ຮູ້ ວ່າເມື່ອໃດຈະໄດ້ສັກ ຍ້ອນມີຄົນມາລໍ້ຖ້າສັກ ເປັນຈຳນວນຫລວງຫລາຍ ເນື່ອງຈາກຄລີນິກເອກຊົນ ບໍ່ສາມາດສັກໄດ້.

“ດຽວນີ້ກະຍັງຢູ່ໂຮງຫມໍ ຢາໂຄວິດ ກະຍັງມີຫລາຍຄົນຢູ່ ເອື້ອຍຄຶດວ່າ ມື້ອື່ນມັນຕໍ່ຄິວ ມັນແນມເບີ່ງຫລາຍຄົນ ແລ້ວກະເລີຍບໍ່ໄດ້ສັກ ຢູ່ຄລີນິກບ້ານເຮົາ ບໍ່ໄດ້ສັກ.”

ມາຮອດປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການສັກວັກຊິນໂຄວິດ-19 ເຂັມທຳອິີດແລ້ວ ປະມານ 106,105 ຄົນ ແລະ ເຂັມທີສອງ ປະມານ 30,921 ຄົນ ໃນຂນະທີ່ ມີຜູ້ຕິດເຊື້ອໂຄວິດ-19 ເພີ້ມອີກສອງຄົນ ຜູ້ຕິດເຊື້ອສະສົມມີ 60 ຄົນ ໃນນັ້ນປ່່ີນປົວດີແລ້ວ 19 ຄົນ ແລະກຳລັງຢູ່ໃນຣະຫວ່າງ ການປີ່ນປົວ 11 ຄົນ. ອິງຕາມຂໍ້ມູນລ່າສຸດ ຈາກກະຊວງສາທາຣະນະສຸຂ ໃນມື້ວັນທີ 20 ເມສາ ປີ 2021 ນີ້.

ປັດຈຸບັນ ຢູ່ລາວ ມີພຽງແຕ່ຣັຖບານເທົ່ານັ້ນ ທີ່ມີຢາວັກຊິນປ້ອງກັນ ໂຄວິດ-19 ຊື່ງໄດ້ຮັບການຊອ່ຍເຫລືອ ຈາກຈີນ ຣັຖເຊັຽ ແລະ ອົງການ ອະນາມັຍໂລກ ແລະ ໄດ້ກະຈ່າຍຢາ ດັ່ງກ່າວໄປຕາມໂຮງຫມໍ ຕ່າງໆໃນລາວ ເພື່ອສັກໃຫ້ກຸ່ມທີ່ຢູ່ໃນເປົ້າຫມາຍ ຂອງ ທາງການກ່ອນ ເປັນຕົ້ນ ແພດ ຫມໍ ຕຳຣວດ ທະຫານ ຜູ້ອາຍຸສຸງ ແລະ ຜູ້ທີ່ເຮັດວຽກ ຕາມສະຖານທີ່ ທີ່ມີຄວາມສ່ຽງ ສ່ວນພາກ ເອກຊົນ ເປັນຕົ້ນ ຄລີນິກ ຫລືໂຮງຫມໍເອກຊົນ ນັ້ນຍັງບໍ່ມີການຈັດຫາ ຊື້ວັກຊິນປ້ອງກັນໂຄວິດ-19 ມາສັກໃຫ້ປະຊາຊົນ ແລະ ພະນັງານຂອງຕົນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.