ມ.ທ່າແຕງ ຊາວບ້ານເບື່ອເຫັດ

ໄຊຍາ
2018.06.13
F-Mushroom ຕົວຢ່າງຄົນເບື່ອເຫັດ : ຢູ່ບ້ານໂພນສີທ່າ ເມືອງທ່າແຂກ ແຂວງຄຳມ່ວນ "ເບື່ອເຫັດລະໂງກ" (ວັນທີ 8 ເດືອນ ມິຖຸນາ 2017)
Photo captured : Rescue Khammouan FB

ປະຊາຊົນ ເມືອງທ່າແຕງ ແຂວງເຊກອງ ທີ່ເກັບເຫັດໃກ້ສວນຢາງພາລາ ຂອງນັກລົງທຶນວຽດນາມ ມາກິນ ແລ້ວມີອາການ ເຈັບປ່ວຍ 20 ປາຍຄົນແລ້ວ ແລະຄາດວ່າ ເຫັດ ອາຈມີສານເຄມີປົນເປື້ອນ ຈາກສວນຢາງພາລາ. ກ່ຽວກັບເຣຶ້ອງນີ້ ເຈົ້າໜ້າທີ່ຜແນກ ສາທາຣະນະສຸກ ເມືອງທ່າແຕງ ແຂວງເຊກອງ  ທ່ານນຶ່ງ ໃຫ້ຣາຍລະອຽດວ່າ:

"ຂະເຈົ້າໄປເກັບເຫັດຢູ່ຂ້າງສວນຢາງວຽດນາມ ຂ້າງອັນບ່ອນທີ່ຂະເຈົ້າປູກ ແລ້ວບັດນີ້ເຮັດໃຫ້ມີອາການເບື່ອເຫັດ ວ່າງປີກ່ອນນີ້ ກໍ່ມີຫຼາຍ ແຫຼະ ເປັນ 20 ວ່າງ 3 ຫາ 4 ອາທິດຫຼັງນີ້ ມີກໍຣະນີ ນຶ່ງເກືອບເສັຍຊີວິດ ແຕ່ວ່າກໍບໍ່ເສັຍ ເພາະວ່າເພິ່ນເຂົ້າໄອຊີຢູ ຫັ້ນນ່າ ມັນມີສ່ວນ ຈາກສານເຄມີປາບສັດຕູພືດນໍ."

ເຈົ້າໜ້າທີ່ອະທິບາຍວ່າ ຕົວເລກຜູ້ປ່ວຍ ຍ້ອນສານເຄມີຈຳນວນ 20 ປາຍຄົນນີ້ ນັບລວມຕັ້ງແຕ່່ປີ 2017 ຫາຕົ້ນ ເດືອນພຶສພາ 2018. ຜູ້ເກັບເຫັດ ຈາກບໍຣິເວັນສວນຢາງມາກິນນັ້ນ ມີອາການໃນໄລຍະທຳອິດ ຈະຮາກເຈັບທ້ອງ ຈາກນັ້ນກໍວິນຫົວ ແລະບໍ່ມີແຮງ. ໃນປັດຈຸບັນ ທຸກຄົນກໍເຊົາເປັນປົກກະຕິແລ້ວ ຫຼັງຈາກເຂົ້າໄປປີ່ນປົວ ທີ່ໂຮງໝໍເມືອງ.

ສວນຢາງພາລາ ເປັນຂອງນັກລົງທຶນວຽດນາມ ມີຫຼາຍບໍຣິສັດ ມີເນື້ອທີ່ທັງໝົດ ຫຼາຍຮ້ອຍເຮັກຕ້າ ປັດຈຸບັນຍັງບໍ່ມີ ນັກລົງທຶນຄົນໃດ ອອກມາຮັບຜິດຊອບ ເຣຶ່ອງຜົນກະທົບ ຂອງສານເຄມີ. ດັ່ງເຈົ້າໜ້າກ່າວວ່າ:

"ກາບໍ່ໄດ໋ຫັ້ນ ເພາະວ່າກໍແມ່ນຂຶ້ນກັບໂຮງໝໍອີ່ຫຍັງ ສວນຢາງພາລາກໍຫຼາຍ ຫຼາຍຮ້ອຍເຮັກຕ້າ ກໍບໍ່ໄດ້ເຫັນເຂົາເຈົ້າ ມາຮັບຜິດຊອບແນວໃດ ເພາະວ່າເຂດເຮົາຫັ້ນນ່າ ດຽວນີ້ຫັ້ນກໍ່ ເຂົາປິ່ນປົວ ຢູ່ໂຮງໝໍກໍເສັຍແຕ່ ສິບຫ້າພັນ ແລ້ວຖ້ານອນໂຮງໝໍ ກໍເສັຍສາມສິບພັນ ຈັ່ງຊີ້ນ່າ."

ເຈົ້າໜ້າທີ່ກ່່າວຕື່ມວ່າ ນັບແຕ່ປີກາຍ ມີປະຊາຊົນເຈັບປ່ວຍ ຍ້ອນສານເຄມີ ຈາກສວນຢາງພາລາ, ເຖິງແມ່ນວ່າ ຍັງບໍ່ສາມາດ ເອົາຜິດ ຫຼື ລົງໄປກວດສອບ ລະດັບສານເຄມີ ທີ່ໃຊ້ໃນສວນຢາງພາລາ ແຕ່ເຈົ້າໜ້າທີ່ ເມືອງທ່າແຕງ ກໍໄດ້ລົງພື້ນທີ່ ໃຫ້ຄວາມຮູ້ແກ່ ປະຊາຊົນ ໃນແຕ່ລະບ້ານ ໃຫ້ຮູ້ຈັກວິທີເຮັດໃຫ້ ເຄື່ອງປ່າຂອງດົງ ສະອາດກ່ອນເອົາໄປຄົວກິນເປັນອາຫານ.

ໃນກອງປະຊຸມສະພາ ເມື່ອອາທິດທີ່ຜ່ານມາ ຣັຖບານໄດ້ສັ່ງຫ້າມນຳເຂົ້າ, ຂາຍແລະນໍາໃຊ້ ຢາປາບສັດຕູພືດ 55 ຊນິດ ທີ່ເປັນອັນຕະຣາຍ ຮ້າຍແຮງ ເປັນຕົ້ນ ຢາຂ້າແມງໄມ້ ຢາຂ້າໄຮ່ ແລະ ຢາຂ້າຫຍ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.