ເຂົ້າປຸ້ນກາຍເປັນອາຫານ ພິດ

ໄຊຍາ
2018.04.26
F-noodle ຊາວບ້ານທີ່ມີອາການ ອ່ອນເພື່ອຍເມື່ອຍທ້ອງ ຍ້ອນກິນອາຫານ ຄ້າງຄືນ
RFA

ປະຊາຊົນເມືອງລະຄອນເພັງ ແຂວງສາລະວັນ ກິນເຂົ້າປຸ້ນເກີດອາການເບື່ອຖອກທ້ອງ ຮາກ, ອ່ອນແຮງ ແພດແລະໝໍເຕືອນ ໃຫ້ລະວັງ ເລື່ອງອາຫານການກິນ ໃຫ້ຫຼາຍຂຶ້ນ ໃນໄລຍະດູຮ້ອນ.

ວັນທີ 23 ເມສາ ຜ່ານມາ ມີຜູ້ເຂົ້າປີ່ນປົວຢູ່ໂຮງໝໍ ເມືອງລະຄອນເພັງ 28 ຄົນ ອາການເບື້ອງຕົ້ນຄື ຮາກແລະຖ່າຍຫຼາຍ ຜ່ານການປິ່ນປົວ ອາການຂອງແຕ່ລະຄົນກໍ່ດີຂຶ້ນ ສາມາດກັບບ້ານໄດ້. ດັ່ງທ່ານ ສຸວັນນາ ແພດຢູ່ໂຮງໝໍ ເມືອງລະຄອນເພັງ ແຂວງ

"ທີ່ເຂົ້າໂຮງໝໍ 28 ຄົນ ຖືວ່າກິນມື້ນັ້ນ ທີ່ມີອາການນີ້ເຂົ້າໂຮງໝໍເບິດ ມີແຕ່ວ່າປວດຮາກ ກະປວດທ້ອງແລ້ວກໍຮາກ ແລ້ວກໍຖ່າຍສາມສີ່ຢ່າງ ຮາກກັບຖ່າຍ ທີ່ວ່າອັນນັ້ນກ່ອນໝູ່ ແຕ່ວ່າອາການອື່ນບໍ່ມີ ອາການແຊກຊ້ອນອີຫຍັງ ເຂົ້າມາແຕ່ມື້ທຳອິດ ແລະ ກະຟື້ນຟູ ແລະ ກາປີ່ນປົວ ຕາມອາການ ກໍ່ສົ່ງເຂົ້າ ທ່ຽງອອກເບິດລະ ສົ່ງກັບບ້ານປອດໄພເບິດລະ."

ສາເຫດເບື້ອງຕົ້ນທີ່ເຮັດໃຫ້ຊາວບ້ານ ເກີດອາການດັ່ງກ່າວ ກໍ່ຍ້ອນກິນເຂົ້າປຸ້ນທີ່ຄ້າງຄືນຫຼາຍມື້ ແລະອາດຈະບູດເນົ່າ ຈາກສະພາບອາກາດ ຮ້ອນ ທີ່ເຮັດໃຫ້ເຂົ້າປຸ້ນເປື່ອຍ ທາງໂຮງໝໍ ຈຶ່ງໄດ້ອອກແຈ້ງການ ໃຫ້ແຕ່ລະຂັ້ນບ້ານ ຫລືໂຮງງານທີ່ເຮັດເຂົ້າປຸ້ນ ພັກຢຸດການຜລິດໄວ້ກ່ອນ ໃນໄລຍະດັ່ງກ່າວ ດັ່ງທ່ານກ່າວວ່າ:

"ນີ້ມາຈາກເຂົ້າປຸ້ນນັ້ນແຫລະ ເພາະວ່າເຂົ້າປຸ້ນມີລັກສນະທີ່ວ່າ ເຮົາເອົາຂຶ້ນທາງແຂວງ ວິຈັຍແລ້ວ ຍັງບໍ່ທັນຮູ້ຜົນອອກມາ ແຕ່ວ່າເຮົາເບິ່ງ ລັກສນະຕົວຈິງ ກໍ່ແມ່ນຍ້ອນເຂົ້າປຸ້ນ ເພາະວ່າມັນຜິດລັກສນະ ໜ້ອຍນື່ງ ທີ່ວ່າມັນຫລາຍມື້ຫັ້ນນ່າ ແລ້ວບວກກັບ ອາກາດຮ້ອນໆ ເພາະວ່າ ເຮັດເຂົ້າປຸ້ນມັນເປື່ອຍ ຕົວນີ້ໄດ້ອອກແຈ້ງການແລ້ວ ກໍໃຫ້ແຕ່ລະບ້ານ ຕ້ອງໃຫ້ທີ່ວ່າໂຮງງານເຂົ້າປຸ້ນ ເຊົາຢຸດການຜລິດ ກໍໂອເຄຄວບຄຸມ ໄດ້ເບີດລະເດ."

ທ່ານ ກ່າວຕື່ມວ່າ ຄວນລະມັດລະວັງ ເລື່ອງອາຫານການກິນ ໃນໄລຍະລະດູຮ້ອນ ຄວນສັງເກດອາຫານກ່ອນ ເບິ່ງສີຂອງອາຫານ ຫລື ກິ່ນ ຂອງອາຫານ ຫາກພົບວ່າ ມີສີປ່ຽນໄປ ຫລື ກິ່ນອາຫານບໍ່ປົກກະຕິ ກໍ່ບໍ່ຄວນກິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.