ສາລະວັນ ສັ່ງຂ້າໝູ ຕິດພຍາດ

ມະນີຈັນ
2019.07.02
f-swine-pigs ໝູ ທີ່ ຊາວບ້ານລ້ຽງ ໃນ ຄອບຄົວ ແລະ ຮັກສາເອົາເອງ
ຮູບພາບຈາກ : ນັກຂ່າວພົລເມືອງ

ຂແນງລ້ຽງສັດ ແລະປະມົງແຂວງສາລະວັນ ກຽມສັ່ງຂ້າໝູ ທີ່ຕິດເຊື້ອພຍາດ ອະຫິວາໝູອາຟຣິກາ ຢູ່ 7 ບ້ານ ໃນເມືອງຕຸ້ມລານປະມານ 4 ພັນໂຕ ແລະພົ່ນຢາຂ້າເຊື້ອພຍາດໃນເຂດດັ່ງກ່າວ ເພື່ອຮັບປະກັນ ບໍ່ໃຫ້ເຊື້ອພຍາດແພ່ຣະບາດໄປບ່ອນອື່ນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຂແນງລ້ຽງສັດ ແລະປະມົງແຂວງສາລະວັນ ຕໍ່ RFA ໃນມື້ວັນທີ 2 ກໍຣະກະດາ ນີ້:

"ດຽວນີ້ເພິ່ນກະລົງ ຕິດຕາມແຕ່ລະບ້ານ ເພາະວ່າເຮົາສິກໍາຈັດໝູ ຫັ້ນ 7 ບ້ານ ໃຫ້ມັນໝົດ ແລ້ວເຮົາສິສີດພົ່ນເລີຍ ພົ່ນຂ້າເຊື້ອບໍຣິເວນ ບ້ານຂະເຈົ້າຫັ້ນນະ ກໍາລັງຈັດຕັ້ງປະຕິບັດ."

ນາງເວົ້າວ່າ ເຣື່ອງການຂ້າໝູນັ້ນ ກໍໄດ້ມີການຊີ້ແຈງໃຫ້ເຈົ້າຂອງໝູ ຮັບຊາບແລ້ວວ່າ ແມ່ນມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ທໍາລາຍຖິ້ມ ຍ້ອນບໍ່ມີຢາປົວ ໃຫ້ຫາຍໄດ້. ຖ້າຈະປ່ອຍໃຫ້ໝູຕາຍເອງ ກໍຢ້ານພຍາດ ຈະແພ່ຣະບາດ ໄປບ່ອນອື່ນ ແລະເຈົ້າຂອງໝູ ຕ່າງກໍເຂົ້າໃຈ ແລະຍອມໃຫ້ຂ້າ.

ມີໝູຕາຍຍ້ອນພຍາດ ດັ່ງກ່າວແລ້ວ ປະມານ 2 ພັນ 500 ໂຕຕັ້ງແຕ່ວັນທີ 14 ມິຖຸນາເປັນຕົ້ນມາ. ຕາມການຣາຍງານ ຂອງຫ້ອງການ ກະສິກັມແລະປ່າໄມ້ ເມືອງ ຕຸ້ມລານ, ໄດ້ທໍາລາຍໝູຕາຍ ໂດຍໃຊ້ວິທີຝັງດິນ ຫ້າມບໍ່ໃຫ້ນໍາຊີ້ນໝູໄປກິນເດັດຂາດ.

ແລະວ່າ ມາຮອດປັດຈຸບັນນີ້ ຖືວ່າທາງການ ສາມາດຄວບຄຸມການແພ່ເຊື້ອ ຂອງພຍາດອະຫິວາໝູ ອະຟຣິກາ ໄດ້ພໍສົມຄວນແລ້ວ ແລະ ຢືນຢັນວ່າ ເຊື້ອພຍາດດັ່ງກ່າວ ຍັງຢູ່ແຕ່ໃນ 7 ບ້ານທີ່ວ່ານັ້ນ ບໍ່ໄດ້ແພ່ຣະບາດໄປ ບ້ານອື່ນ ຫລືເມືອງອື່ນ.

ໃນຂນະດຽວກັນເມື່ອວັນທີ 1 ກໍຣະກະດານີ້ ຊາວເມືອງ ອັດຕະປື ຄົນນຶ່ງໄດ້ຊື້ຊີ້ນໝູຢູ່ ຕລາດພາຍໃນແຂວງ ແລ້ວພົບວ່າ ຊີ້ນໝູນັ້ນມີ ລັກສນະ ຄືໝູຕິດເຊື້ອ ແລະໄດ້ເຜີຍແພ່ ທາງສື່ອອນລາຍ ແລະຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ໄປກວດກາຍ້ອນ ຢ້ານວ່າເປັນຊີ້ນໝູ ທີ່ຕິດເຊື້ອພຍາດອະຫິວາໝູ ອາຟຣິກາ ໃນຂນະທີ່ເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງ ອັດຕະປື ໄດ້ເວົ້າວ່າຢູ່ພາຍໃນ ແຂວງ ອັດຕະປື ບໍ່ມີການກວດພົບ ການແພ່ຣະບາດ ຂອງພຍາດດັ່ງກ່າວແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.