ມ.ຊຽງຮ່ອນ ອະຫິວາໝູ ຍັງຣະບາດ

ພູວົງສ໌
2020.09.30
f-pigs ໝູ ຂອງຊາວບ້ານ ຕາມເຂດຊົນນະບົດ ຢູ່ແຂວງຄຳມ່ວນ ທີ່ນໍາມາລ້ຽງ ແບບປ່ອຍປະ ໃຫ້ຊອກຫາກິນ ຕາມກາງບ້ານ ຊຶ່ງສ່ວນໃຫຍ່ ຈະສ່ຽງຕໍ່ ການຕິດເຊື້ອພຍາດ ອະຫິວາໝູອາຟຣິກາ. ຖ່າຍຮູບເມື່ອ ເດືອນມີນາ 2019. ໂດຍ: TS
RFA

ການຣະບາດ ຂອງພຍາດອະຫິວາໝູອາຟຣິກາ ຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ຍັງມີການຣະບາດຢູ່, ເຊິ່ງເຈົ້າໜ້າທີ່ ທີ່ກຽ່ວຂ້ອງ ກໍຍັງຢູ່ຣະຫວ່າງການຄວບຄຸມ ເຊື້ອພຍາດດັ່ງກ່າວ ໂດຍຕ້ອງໄດ້ຂ້າໝູຖິ້ມ ທັງໝົດ ເຖິງແມ່ນວ່າ ຈະເປັນໝູທີ່ແຂງແຮງກໍຕາມ ແລະ ຈຸດປະສົງທີ່ເຮັດແນວນັ້ນ ກໍແມ່ນເພື່ອສະກັດກັ້ນ ບໍ່ໃຫ້ເຊື້ອແຜ່ຣະບາດ ໜັກກວ່າເດີມ.

ປັດຈຸບັນ, ມີການຣະບາດແລ້ວ ຢູ່ 13 ບ້ານ ນັບຕັ້ງແຕ່ວັນທີ 23 ກັນຍາ ທີ່ຜ່ານມາ. ເບື້ອງຕົ້ນ, ເຈົ້າໜ້າທີ່ ກໍຍັງພົບຄວາມຫຍຸ້ງຍາກ ໃນການສະກັດກັ້ນພຍາດດັ່ງກ່າວຢູ່ ຍ້ອນຍັງມີຊາວບ້ານ ບາງຄອບຄົວ ໃນບ້ານຫ້ວຍຮາກ ແລະ ບ້ານນາອອນ ທີ່ຍັງບໍ່ຍອມໃຫ້ຂ້າໝູຖິ້ມ ເພາະຍັງບໍ່ເຂົ້າໃຈ ແລະ ຍັງຮູ້ສຶກເສັຽດາຍໝູ ແລະໃນຮອບສັປດາທີ່ຜ່ານມາ ເຈົ້າໜ້າທີ່ ກໍໄດ້ຂ້າໝູຖິ້ມແລ້ວ 700 ປາຍໂຕ, ຕາມຄວາມ ເວົ້າ ຂອງເຈົ້າໜ້າທີ່ ກະສິກັມ ແລະ ປ່າໄມ້ ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ຜູ້ສື່ຂ່າວວິທຍຸເອເຊັຽ ເສຣີ ໃນວັນທີ 30 ກັນຍາ ນີ້ວ່າ:

“ຍັງມີ 13 ບ້ານ ທີ່ເຂົາເຈົ້າຂ້າຫັ້ນແຫຼະ. ກະປະມານ 700 ກວ່ານີ້ແຫຼະເນາະ ຖືວ່າຍັງບໍ່ທຳລາຍ ຂ້າບໍ່ໄດ້ໝົດເທື່ອ ເພາະວ່າຍັງຄາ ປະຊາຊົນ ມັນຍັງບໍ່ທັນເຂົ້າໃຈດີຫັ້ນແຫຼະ. ສືບຕໍ່ເຮັດຢູ່ຫັ້ນແຫຼະມື້ນີ້ ເຮົາພວມ ເຝົ້າຣະວັງຢູ່ບ້ານທີ່ມັນເກີດຫັ້ນແຫຼະ ມັນກໍຂ້ອນຂ້າງຈະມີ ຫັ້ນແຫຼະເນາະ ເພາະວ່າເຮົາຍັງບໍ່ໄດ້ສີດຢາຮອບ 2 ເທື່ອເນາະ.”

ທ່ານກ່າວຕື່ມວ່າ ການຊ່ອຍເຫຼືອຊາວບ້ານ ທີ່ໄດ້ຮັບຜົລກະທົບນັ້ນ, ທາງການກໍກຳລັງສຶກສາຄົ້ນຄວ້າຢູ່, ເຊິ່ງກໍຈະມີການປຶກສາຫາລື ກັນວ່າ ຈະມີມາຕການຊ່ອຍເຫຼືອແນວໃດແດ່. ເປັນຕົ້ນ ຜູ້ກູ້ຢືມເງິນຈາກ ທນາຄານ ມາລົງທຶນລ້ຽງໝູ ກໍອາຈໃຫ້ທາງທນາຄານ ຊ່ອຍຜ່ອນຜັນອອກ ໄປ, ໂດຍທີ່ຍັງບໍ່ຕ້ອງຈ່າຍ ດອກເບັ້ຽ. ດັ່ງທ່ານກ່າວວ່າ:

“ເຮົາກໍສເນີຫາທາງກະຊວງກະສິກັມ, ສເນີຫາທາງສວັດດີການ ລະກະສເນີໄປຫຼາຍພາກສ່ວນ. ກະມີຫັ້ນແຫຼະ ນະໂຍບາຍ ເພິ່ນກະຍັງ ຄົ້ນຄວ້າກັນຢູ່ເນາະ. ຢືມເງິນທນາຄານ ກະຊິໃຫ້ທນາຄານ ເຍີ້ນເວລາ ຜ່ອນຊຳຣະໃຫ້ ຫຼືວ່າອື່ນໆຫັ້ນແຫຼະ, ວ່າຊັ້ນນ່າ. ກະບໍ່ຮູ້ໄດ໋ເນາະ ວ່າຊິດົນນານປານໃດ?”

ຊາວບ້ານ ບ້ານນາອອນ ຜູ້ຂໍສງວນຊື່ທ່ານນຶ່ງ ເວົ້າວ່າ ຢູ່ເຂດບ້ານນາອອນ ໄດ້ມີເຈົ້າໜ້າທີ່ ເຂົ້າມາທຳລາຍໝູແລ້ວປະມານ 70 ປາຍໂຕ, ແຕ່ຈົນມາຮອດສູ່ມື້ນີ້ ກໍຍັງບໍ່ສາມາດທຳລາຍໝູໄດ້ໝົດ ເພາະມີບາງ ຄອບຄົວ ເຂົາເຈົ້າບໍ່ຍອມໃຫ້ຂ້າໝູຖິ້ມ ຍ້ອນເສັຽດາຍ ແລະ ຫຼາຍຄົນ ກໍຍັງບໍ່ໄດ້ຮັບເງິນຊົດເຊີຍ, ເຊິ່ງບ້ານນາອອນ ມີປະມານ 200 ປາຍຄອບຄົວ ທີ່ລ້ຽງໝູເປັນອາຊີພເສີມ ເກືອບທຸກຫຼັງຄາເຮືອນ. ຫຼາຍຄອບ ຄົວ ຕ່າງກໍຫວັງວ່າ ຈະໄດ້ເງິນຊົດເຊີຍ ຈາກການທຳລາຍໝູຖິ້ມ ແລະ ກໍລໍຖ້າເງິນຊົດເຊີຍ ຈາກທາງການ.

“ຍັງຣະບາດຢູ່ ຍັງຈຳນວນນຶ່ງ ປະມານ 10 ປາຍໂຕນີ້ແຫຼະ. ຊາວບ້ານ ຍັງແຕ່ຈຳນວນນີ້ແຫຼະ ບໍ່ຍອມ, ກໍບາງຄົນກໍເສັຽໃຈ ຢູ່ຫັ້ນແຫຼະ. ບາງຄົນກໍຈົ່ມຢູ່ ໃຈກໍຢາກໄດ້ເງິນຊົດເຊີຍຫັ້ນໂອ້, ທຸກວັນທຸກມື້ ກໍອາສັຍແຕ່ເງິນຂາຍໝູ. ດຽວນີ້ເອົາໝູໄປ, ລະຊິລ້ຽງຕໍ່ກະບໍ່ໄດ້ ຂາຍກະບໍ່ ໄດ້ແລ້ວ.”

ຂະນະທີ່ຊາວບ້ານ ບ້ານດອນເຟືອງ ຜູ້ຂໍສງວນຊື່ທ່ານນຶ່ງ ເວົ້າວ່າ ເຈົ້າໜ້າທີ່ ກໍໄດ້ລົງມາຂ້າໝູ ຂອງຊາວບ້ານຖິ້ມແລ້ວ ຈຳນວນ 65 ໂຕ ແລະ ມີໝູຕາຍເອງ 40 ໂຕ. ປັດຈຸບັນ, ບ້ານດອນເຟືອງ ບໍ່ມີໝູເຫຼືອ ຈັກໂຕ ແລະ ມີຜູ້ໄດ້ຮັບຜົລກະທົບ 45 ຄອບຄົວ ແລະ ຫຼາຍຄອບ ຄົວ ກໍລໍຖ້າເງິນຊົດເຊີຍຄືກັນ ພ້ອມທັງຮຽກຮ້ອງໃຫ້ທາງການ ຈ່າຍເງິນຊົດເຊີຍໃຫ້ຊາວບ້ານ ໃນມໍ່ໆນີ້ ເພາະໝູທີ່ເຈົ້າໜ້າທີ່ ມາທຳລາຍ ຖິ້ມນັ້ນ ຊາວບ້ານມີການລົງທຶນ ຊື້ຫົວອາຫານຕ່າງໆ ເປັນເງິນຈຳນວນຫຼາຍ.

“ທີມງານຫັ້ນແຫຼະ ເພິ່ນຂ້າຖິ້ມ ຂ້າໄປ 65 ໂຕເບາະ, ອັນມັນຕາຍເອງນີ້ 40 ໂຕ. 45 ຄອບຄົວເນາະ ຖືກປະຕິບັດ, ເພິ່ນກະບໍ່ໄດ້ໃຊ້ຄ່າ ອີ່ຫຍັງ ທັງໝົດຫັ້ນແຫຼະ ດຽວນີ້ນ່າ. ເຂົາກະຈົ່ມໂອ່, ເຂົາກະຢາກໄດ້ຫັ້ນແຫຼະ ເພາະວ່າໃຫ້ການທີ່ວ່າລ້ຽງໝູ ກະມີຜົລເສັຽຫາຍຫຼາຍເນາະ ມັນກະມີຕົ້ນທຶນ.”

ສ່ວນຊາວບ້ານ ບ້ານສາມັກຄີໄຊ ຜູ້ຂໍສງວນຊື່ທ່ານນຶ່ງ ເວົ້າວ່າ ທີ່ຜ່ານມາ ມີໝູຕາຍເອງ 200 ປາຍໂຕ ແລະ ຖືກຂ້າຖິ້ມ 30 ປາຍໂຕ. ພາຍໃນບ້ານ, ມີ 150 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ, ເຊິ່ງຊາວບ້ານ ສ່ວນໃຫຍ່ ພາກັນລ້ຽງໝູ ເກືອບທຸກຄອບຄົວ. ປັດຈຸບັນ, ກໍເຫັນເຈົ້າໜ້າທີ່ ພວມລົງພື້ນທີ່ ຂ້າໝູທີ່ຍັງບໍ່ຕິດເຊື້ອຖິ້ມ ແລະ ສ່ວນໃຫຍ່ ຍັງເປັນໝູທີ່ແຂງແຮງ ບໍ່ເປັນທີ່ຈະແຈ້ງເທື່ອວ່າ ຕິດເຊື້ອ ພຍາດອະຫິວາ ໝູອາຟຣິກາ ຫຼືບໍ່?

“ຕາຍກ່ອນເນາະ ປະມານ 200 ກວ່າໂຕນີ້ແຫຼະ ເພິ່ນໄປຂ້າ 32 ໂຕຕີ໊ເນາະ. ເຂົາເຈົ້າກະຍັງເຝົ້າຣະວັງ ຍັງສືບຕໍ່ຢູ່ ສຳລັບບ້ານທີ່ວ່າຍັງ ບໍ່ທັນໄດ້ ກຳຈັດເນາະ. ບ້ານທີ່ເຂົາເຈົ້າກຳຈັດ ກະຖືວ່າໝົດແລ້ວ. ສ່ວນຫຼາຍຂ້າຖິ້ມມື້ນັ້ນ ກະໝູແຂງແຮງຫັ້ນແຫຼະເນາະ, ບໍ່ທັນເຫງົາ ເຂົາເຈົ້າເອົາໄປ.”

ທ່ານກ່າວຕື່ມວ່າ ເຣື່ອງການຊົດເຊີຍ ໃຫ້ຊາວບ້ານ ທີ່ລ້ຽງໝູຢູ່ບ້ານສາມັກຄີໄຊນີ້, ຊາວບ້ານເອງ ກໍຍັງບໍ່ຮູ້ວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີການຊົດເຊີຍ ຫຼືບໍ່? ແຕ່ຊາວບ້ານສ່ວນຫຼາຍ ກໍພາກັນຄາດຫວັງວ່າ ທາງການຈະຊົດເຊີຍໃຫ້ ສ່ວນໃດສ່ວນນຶ່ງ ແລະ ພາກັນຈົ່ມ ລໍຄອຍວ່າ ມື້ໃດຈະໄດ້ ເພາະເສັຽຫາຍໄປຫຼາຍ.

ເມືອງຊຽງຮ່ອນ ມີທັງໝົດ 42 ບ້ານ, ແຕ່ມີ 13 ບ້ານ ທີ່ມີໝູຕິດເຊື້ອພຍາດ ອະຫິວາໝູອາຟຣິກາ ອັນປະກອບດ້ວຍບ້ານແກ່ນ, ສາມັກຄີໄຊ, ດອນເຟືອງ, ຂີງ, ລາວສະໂນ, ນ້ຳກອກ, ນາອອນ, ຫົວນາ, ດົງ, ຫ້ວຍຮາກ, ຊ້າງ, ຄ້ຳ, ແລະ ນ້ຳຄ່ອນ.

ຕົກມາເຖິງປັດຈຸບັນ, ຕາມຕລາດທົ່ວເມືອງ ຈະບໍ່ມີການຂາຍໝູ ຫຼືນຳໝູເຂົ້າມາລ້ຽງແລ້ວ ຈົນກວ່າຈະມີແຈ້ງການອີກເທື່ອນຶ່ງ. ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງ ກໍເຝົ້າຣະວັງເຂັ້ມງວດ ມີການຕັ້ງດ່ານເຂົ້າ ແລະ ອອກທາງເມືອງເງິນ ແລະເມືອງຄອບ ບໍ່ໃຫ້ນຳຜລິຕພັນໝູຕ່າງໆ ເຂົ້າມາພາຍໃນເມືອງຊຽງຮ່ອນເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.