ມ.ສະມ້ວຍ ເດັກນ້ອຍຍັງຂາດ ສານອາຫານ

ສິດນີ
2019.02.19
ເດັກນ້ອຍໃນແຂວງພາກໃຕ້ ສປປ ລາວ
RFA/OK

ການແກ້ໄຂບັນຫາເດັກນ້ອຍຂາດສານອາຫານ, ທີ່ເມືອງສະມ້ວຍແຂວງສາລະວັນ, ຍັງບໍ່ສາມາດປະຕິບັດໄດ້ທົ່ວເຖິງ ຍ້ອນເສັ້ນທາງໄປມາ ຫຍຸ້ງຍາກ ເຮັດໃຫ້ມີເດັກນ້ອຍອາຍຸຕ່ຳກວ່າ 5 ປີ, 60% ຈ່ອຍເຕັ້ຍ ເພາະຂາດ ສານອາຫານ, ຕາມຄຳເວົ້າຂອງ ເຈົ້າຫນ້າທີ່ຫ້ອງການ ສາທາຣະນະສຸຂ ທີ່ເມືອງສະມ້ວຍ ແຂວງສາລະວັນ ຕໍ່ເອເຊັຽເສຣີ, ໃນວັນທີ 18 ກຸມພາ ນີ້ວ່າ:

"ບໍ່ທົ່ວ, ໂດຍສະເພາະທີ່ວ່າບ່ອນສອກຫລີກ, ແລ້ວກໍໄປມາຍາກຊີ້ນ່າ, ເພິ່ນກໍບໍ່ໄດ້ໄປເຖິງ, ສ່ວນຫລາຍບ່ອນທີ່ວ່າຢູ່ໄກ ກໍຍາກໄດ້ຮັບການ ແກ້ໄຂ ເພາະວ່າມັນໄປບໍ່ໄດ້ອີ່ຫລີ."

ຍານາງ ກ່າວຕື່ມວ່າ, ບ້ານທີ່ບໍ່ສາມາດເຂົ້າໄປເຖິງນັ້ນ, ໄດ້ແກ່ບ້ານອາຊິງເຫນືອ, ບ້ານພີນອາ, ບ້ານພີນເບ, ແລະບ້ານອາວາດໃຕ້ ຕ້ອງໄດ້ ຍ່າງເຂົ້າໄປແລະເປັນບ້ານ ທີ່ທຸກຍາກຫລາຍ ໃກ້ກັບຊາຍແດນ ລາວ-ວຽດນາມ

ການເຂົ້າໄປຍາກ, ຈຶ່ງເຮັດໃຫ້ການຊ່ອຍເຫລືອບໍ່ທົ່ວເຖີງເຂດດັ່ງກ່າວ, ເປັນຕົ້ນອາຫານກາງເວັນ ແລະການຊ່ອຍເຫລືອ ຈາກອົງການສາກົນ ກໍບໍ່ສາມາດເຂົ້າໄປເຖິງໄດ້, ມີແຕ່ມາມອບອາຫານເສີມ ແລະການຊ່ອຍເຫລືອ ແມ່ແລະເດັກນ້ອຍ ຕາມໂຮງຫມໍ ແລະ ສຸຂສາລາຫລາຍແຫ່ງ ທີ່ເມືອງສະມ້ວຍ ນາງກ່າວເພີ້ມວ່າ:

"ຄືແມ່ຍິງເລີ້ມແຕ່ຖືພາ, ເພິ່ນກະສິມີອາຫານເສີມໃຫ້, ເພິ່ນກະສິປ້ອງກັນ ເດັກຂາດສານອາຫານ ຕັ້ງແຕ່ໃນທ້ອງ, ແຕ່ວ່າສຳລັບໂຮງຮຽນ ກໍເປັນ ແປ້ງສາລີດ,ເປັນຫຍັງ, ທີ່ເພິ່ນໃຫ້ກໍມີຄືກັນ, ເພິ່ນຫລຸດການຂາດສານອາຫານ ຂອງລູກໃນທ້ອງ."

ໃນທີ່ສຸດນາງເວົ້າວ່າ, ຖ້າຫາກຣັຖບານສ້າງຖນົນຫົນທາງ, ໃຫ້ສາມາດເດີນທາງສະດວກສະບາຍເຂົ້າໄປຫາບ້ານດັ່ງກ່າວໄດ້, ການຂາດ ສານອາຫານຂອງເດັກນ້ອຍກໍຈະຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.