ຊາວຊົນນະບົດລາວຍັງ ລໍາບາກ
2016.02.02

ປະຊາຊົນ ໃນເຂດ ຊົນນະບົດ ຂອງ ສປປ ລາວ ຍັງພົບກັບ ຄວາມຫຍຸ້ງຍາກ ຫຼາຍດ້ານ ເປັນຕົ້ນ ບັນຫາ ໂພຊນາການ ຣະບົບ ນ້ຳກິນ -ນ້ຳໃຊ້ ແລະ ຫ້ອງນ້ຳ. ເຈົ້າຫນ້າທີ່ ອົງກອນ ບໍ່ຂຶ້ນກັບ ຣັຖບານ ຜູ້ເຮັດວຽກງານ ພັທນາ ຊົນນະບົດ ແຂວງ ຊຽງຂວາງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 27 ມົກກະຣາ ຜ່ານມານີ້ ວ່າ:
“ເຣື້ອງ ສຸຂພາບ ເຣື້ອງ ໂພຊນາການ ອາຫານ, ເຮົາໄປເວົ້າ ໄປສົ່ງເສີມ ແລ້ວເຮົາ ບໍ່ສາມາດ ຮັບປະກັນ ເຣື້ອງອາຫານ ທີ່ພຽງພໍ ໃຫ້ ຂະເຈົ້າໄດ້. ຣະບົບ ນ້ຳລິນ ບ້ານຂະເຈົ້າ ມັນຢູ່ໄກ ຈາກນ້ຳ ບັດນີ້ ການເອົານ້ຳ ເຂົ້າມາບ້ານ ມັນໃຊ້ທຶນ ຫຼາຍ”
ເວົ້າເຣື້ອງ ຫ້ອງນ້ຳ, ທ່ານວ່າ ຍັງມີຄວາມ ຫຍຸ້ງຍາກ. ທາງອົງກອນ ໄດ້ເຂົ້າໄປ ສົ່ງເສີມ ການຂັບຖ່າຍ ແບບ ສ້ວມຖ່າຍແຫ້ງ ຍ້ອນ ໃນ ພື້ນທີ່ ບໍ່ມີນ້ຳ, ແຕ່ຊາວບ້ານ ພັດຢາກໄດ້ ສ້ວມຖ່າຍ ໃຊ້ນ້ຳ, ເມື່ອ ບໍ່ມີນ້ຳ ກໍໃຊ້ງານ ບໍ່ໄດ້ ແລະ ສຸດທ້າຍ ຊາວບ້ານ ກໍໄປຖ່າຍ ຢູ່ຕາມ ປ່າດົງ ຄືເກົ່າ ເຮັດໃຫ້ເກີດ ພຍາດ ຣະບາດ ຕາມມາ.
ສຳຣັບເຣື້ອງ ການສຶກສາ ໂຮງຮຽນ ໃນເຂດ ຫ່າງໄກ ກໍມີບັນຫາ ຫຼາຍຢູ່ ໂດຍສະເພາະ ເຣື້ອງ ນາຍຄຣູ ບໍ່ພຽງພໍ:
“ຄຣູ ຫັ້ນມີຫຼາຍ ແຕ່ວ່າມັນ ບໍ່ພໍ ຢູ່ແຂວງ ຊຽງຂວາງ ຫັ້ນນະ. ເຂດ ຊົນນະບົດ ບໍ່ມີຄຣູສອນ ບາງເທື່ອຮອດ ປໍ 5 ມີຄຣູຢູ່ 2 ຄົນ. ບັດນີ້ ຂະເຈົ້າ ຮຽນຈົບມາ ຖ້າວ່າຈົບ ປະຖົມ ໄປຕໍ່ມັທຍົມ ກໍຫຍຸ້ງຍາກ ເຣື້ອງຫໍພັກ, ຖ້າວ່າຈົບ ມັທຍົມແລ້ວ ຈະໄປຮຽນ ວິຊາຊີພ ມັນກໍຕ້ອງ ໃຊ້ເງິນ”.
ທ່ານກ່າວ ຕື່ມວ່າ ການສຶກສາ ແມ່ນ ສິ່ງສຳຄັນ ເພາະ ນັກຮຽນ ຜູ້ທຸກຍາກ ບໍ່ມີເງື່ອນໄຂ ໃຫ້ ຂະເຈົ້າໄດ້ ຮຽນຕໍ່ ໃນ ຣະດັບສູງ ຈຳຕ້ອງ ອອກໄປ ເຮັດວຽກເປັນ ກັມມະກອນ, ສ່ວນນຶ່ງ ກໍຖືກ ຕົວະຍົວະ ໄປຫາກຸ່ມ ຄ້າມະນຸດ. ປັຈຈຸບັນ ທາງອົງກອນ ຂອງທ່ານ ຍັງຕ້ອງການ ເງິນທຶນ ຊ່ວຍເຫລືອ ອີກຫຼາຍ ຊຶ່ງຕ້ອງ ຣະດົມ ຂໍຣັບ ບໍຣິຈາກ ຈາກ ຕ່າງປະເທດ.
ຢ່າງໃດກໍຕາມ ໃນຣະຫວ່າງ ອາທິດ ທີ່ຜ່ານມາ ທາງການ ສະຫະຣັຖ ອະເມຣິກາ ໄດ້ປະກາດ ໃຫ້ທຶນ ຊ່ວຍເຫລືອ ງວດໃຫມ່ ແກ່ ສປປ ລາວ ຈຳນວນ 6 ລ້ານ ໂດລາ ສະຫະຣັຖ ຣະຍະ ເວລາ 3 ປີ, ເພື່ອ ນໍາໄປໃຊ້ ໃນວຽກງານ ໂພຊນາການ ສຸຂພາບ ແມ່ແລະເດັກ ຮວມ ໄປເຖິງ ສຸຂນາມັຍ ໃນບ້ານເຮືອນ ຂອງ ປະຊາຊົນ ທີ່ ຢູ່ເຂດຫ່າງໄກ ສອກຫລີກ.