ຄົນຕິດເຊື້ອໂຣຄຊິກ້າ ຢູ່ ລາວ
2016.03.06

ສປປລາວ ເປັນປະເທດ ຫຼ້າສຸດ ໃນການ ຣາຍງານ ຄົນ ຕິດເຊື້ອໂຣຄ ຊິກ້າ ນຶ່ງຄົນ ເມື່ອມໍ່ໆ ມານີ້, ອົງການ ອະນາມັຍ ໂລກ ກ່າວ ໃນຖແລງການ, ໃນຂນະທີ່ ໂລກກຳລັງ ມີຄວາມຢ້ານກົວ ເຊື້ອໂຣຄ ດັ່ງກ່າວ ທີ່ກຳລັງ ແຜ່ລາມ ໃນທະວິບ ອະເມຣິກາ ໃຕ້ ທີ່ເຮັດໃຫ້ ແມ່ຍິງ ຖືພາ ອອກລູກ ມາແບບບໍ່ ປົກກະຕິ.
ຂົງເຂດ ເອເຊັຽ ບໍ່ມີຣາຍງານ ກ່ຽວກັບ ຄົນຕິດເຊື້ອໂຣຄ ດັ່ງກ່າວ ຫຼາຍປານໃດ ແຕ່ອົງການ ອະນາມັຍ ໂລກ ຕ້ອງໄດ້ ອອກແຈ້ງ ເຕືອນ ໃຫ້ທົ່ວໂລກ ຣະມັດ ຣະວັງ ໂຣຄນີ້ ເປັນພິເສດ ໂດຍສະເພາະ ໃຫ້ ປ້ອງກັນ ແລະ ກຳຈັດ ຍຸງລາຍ ເພາະໂຣຄນີ້ ເກີດຈາກ ການຖືກ ຍຸງລາຍ ກັດ.
ສປປລາວ ເຂົ້າຮ່ວມ ບັນດາ 41 ປະເທດ ທີ່ຣາຍງານ ຄົນຕິດເຊື້ອໂຣຄ ດັ່ງກ່າວ ໃນປະເທດ ຂອງຕົນ ເລີ້ມແຕ່ຕົ້ນປີ ນີ້ມາ ຫລັງຈາກ ທີ່ ມີການຣະບາດ ໃນທະວີບ ອະເມຣິກາ ໃຕ້ ໂດຍສະເພາະ ທີ່ ປະເທດ ບຣາຊຽວ ໃນປີກ່ອນ.
ທີ່ ປະເທດໄທ ປະເທດ ເພື່ອນບ້ານ ກັບ ສປປລາວ ກໍມີຣາຍງານ ຄົນ ຕິດເຊື້ອໂຣຄ ດັ່ງກ່າວ ນຶ່ງຄົນ ໃນເດືອນກ່ອນ ແຕ່ໄດ້ຖືກ ຮັກສາປິ່ນປົວ ດີແລ້ວ. ວຽດນາມ ຟິລລິປປິນ ແລະ ຫຼາຍປະເທດ ໃນ ອາຊຽນ ກໍອອກ ມາຕການ ປ້ອງກັນໂຣຄ ນີ້ ຢ່າງ ເຄັ່ງຄັດ.