ແມ່ຍິງບໍ່ໄດ້ຝາກທ້ອງຍາມ ຖືພາ
2014.02.23
ເຈົ້າໜ້າທີ່ກະຊວງສາທາຣະນະສຸຂເປີດເຜີຍວ່າເຖິງມີການສຸມໃສ່ ພັທນາວຽກງານສາທາຣະນະສຸຂຢ່າງຫລວງຫລາຍກໍດີແຕ່ຈົນເຖິງ ປັດຈຸບັນການບໍຣິການສາທາຣະນະສຸກສໍາລັບແມ່ຍິງແລະເດັກນ້ອຍກໍຍັງບໍ່ໄດ້ມາຕຖານ. ແມ່ຍິງຖືພາທີ່ບໍ່ໄດ້ຝາກທ້ອງມາຄອດລູກຢູ່ ໂຮງໝໍແລະສຸຂສາລາເປັນຈໍານວນຫລວງຫລາຍ ຈຶ່ງເຮັດໃຫ້ອັດຕຣາການເສັຍຊີວິດຂອງແມ່ຫລັງຈາກຄອດລູກກໍຍັງສູງຢູ່.ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ:
"ແມ່ມານບໍ່ມາຝາກທ້ອງນີ້ ມັນມີຫລາຍຢູ່ ສ່ວນນຶ່ງຫັ້ນກໍເມົານໍາແຕ່ວຽກໄຮ່ວຽກນາ ກໍເລີຍບໍ່ຢາກມາຝາກທ້ອງຄັນບໍ່ເຈັບແທ້ໆເຂົາບໍ່ ມາຫາເຮົາມັນໄກແນ່ເດ".
ນາງເວົ້າຕໍ່ໄປວ່າສ່ວນຫລາຍຢູ່ແຂວງນ້ອຍສຸຂສາລາຈະມີໜ້ອຍ,ບໍ່ທົ່ວເຖິງສໍາລັບຊາວບ້ານທີ່ຢູ່ຕາມຊົນນະບົດ.ເຖິງວ່າຜແນກສາທາ ຣະນະສຸຂແຂວງຈະໄດ້ຈັດໝໍເຄື່ອນທີ່ໄປໃຫ້ບໍຣິການແຕ່ກໍຍັງບໍ່ທົ່ວເຖິງ ໃນຂະນະທີ່ຄຸນນະພາບຂອງໝໍເຄື່ອນທີ່ ຫລືສຸຂສາລາກໍຍັງ ບໍ່ໄດ້ມາຕຖານເທົ່າກັບຢູ່ໂຮງໝໍໃນແຂວງ.ສະຖິຕິຂອງກະຊວງສາທາຣະນະສຸຂບົ່ງບອກວ່າປີ 2013 ມີແມ່ຍິງຖືພາທີ່ບໍ່ໄດ້ໄປຝາກ ທ້ອງມາຄອດລູກຢູ່ໂຮງໝໍຫລາຍກວ່າຫ້າສິບພັນຄົນຂະນະທີ່ຜູ້ເປັນແມ່ເສັຍຊີວິດເວລາຄອດແລະຫລັງຄອດລູກມີເຖິງ 122 ຄົນແລະ ວ່າມີແມ່ຍິງຖືພາມາຝາກທ້ອງຄົບສີ່ຄັ້ງຕາມໝໍກໍານົດພຽງປະມານ 50% ເທົ່ານັ້ນ.
ນາງເວົ້າອີກວ່າ ການຝາກທ້ອງເປັນຂັ້ນຕອນສໍາຄັນສໍາລັບແມ່ຍິງຖືພາ ຍ້ອນວ່າການຝາກທ້ອງຈະເຮັດໃຫ້ແມ່ຮູ້ວ່າ ຄວນປະຕິບັດໂຕ ແນວໃດຂະນະທີ່ຖືພາຢູ່ເພື່ອເຮັດໃຫ້ລູກໃນທ້ອງສົມບູນ ແລະທ່ານໝໍກໍຈະຮູ້ວ່າແມ່ຍິງຄົນນັ້ນມີໂອກາດທີ່ຈະເປັນພະຍາດແຊກຊ້ອນ ເວລາກໍາລັງຖືພານັ້ນໜ້ອຍຫລາຍປານໃດແລະຈະຄອດລູກປົກກະຕິຫລືບໍ່ແລະລົດໂອກາດທີ່ຈະເສັຍຊີວິດຈາກການຄອດລູກນັ້ນລົງໄດ້.