ຂ.ຜົ້ງສາລີ ຍຶດທຳລາຍ ສິນຄ້າ ເຖື່ອນ
2018.06.21
ເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າ ແຂວງຜົ້ງສາລີ ລົງກວດກາສິນຄ້າ ທີ່ນຳເຂົ້າຈາກປະເທດຈີນ ແລະປະເທດວຽດນາມ ທີ່ນຳເຂົ້າ ບໍ່ຖືກຕ້ອງ ແລະສິນຄ້າໝົດອາຍຸ ເປັນຕົ້້ນສິນຄ້າປະເພດ ເຄື່ອງສຳອາງ ຢາປົວພຍາດຄົນ ຢາປົວພຍາດສັດ ເຄື່ອງດື່ມ ເຫົ້ລາ ເຄື່ອງແຫ້ງ, ອາຫານທະເລ ແລະຢາສູບ. ໃນການລົງກວດກາຄັ້ງນີ້ ເຈົ້າໜ້າທີ່ຈາກຫ້ອງການ ການຄ້າທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 14 ມິຖຸນາ ນີ້ວ່າ:
“ສ່ວນຫລາຍມັນມີເຄື່ອງທີ່ນຳເຂົ້າ ຈາກປະເທດວຽດ ແລະກະຈາກຈີນ ມັນເປັນສິນຄ້າ ທີ່ບໍ່ໄດ້ມາດຕະຖານ ໝົດອາຍຸ ແລະກະນຳເຂົ້າໂດຍ ບໍ່ໄດ້ ເສັຍພາສີນີ້ແຫລະ ສະເພາະແຂວງຜົ້ງສາລີ ເຮົານີ້ ມັນຈະມີຮ້ານຂາຍເຄື່ອງຂອງ ຄົນຫວຽດ, ຄົນຈີນ ແລະ ມີຮ້ານຂອງຄົນລາວ ຈຳນວນນຶ່ງທີ່ ລັກລອບຂາຍສິນຄ້າ ທີ່ໝົດອາຍຸ ຢ້ານມັນຈະເປັນອັນຕະລາຍ ຕໍ່ສຸຂພາບ.”
ໃນການລົງກວດກາ ຄັ້ງວັນທີ 12 ມິຖຸນາ ນີ້ ເຈົ້າໜ້າທີ່ໄດ້ລົງກວດກາ 105 ຮ້ານ ທີ່ຂາຍເຄື່ອງໃນເມືອງຜົ້ງສາລີ ເຊັ່ນຮ້ານຂາຍເຄື່ອງຍົກ 3 ຮ້ານ, ຮ້ານອາຫານ 10 ຮ້ານ ຮ້ານເຝີ 10 ຮ້ານ ຮ້ານຂາຍເຄື່ອງແຫ້ງ 15 ຮ້ານ ຮ້ານຂາຍອາຫານທະເລ 6 ຮ້ານ ແລະຮ້ານຂາຍ ເຄື່ອງທົ່ວໄປ 42 ຮ້ານ.
ຜົນປະກົດວ່າ ເຈົ້າໜ້າທີ່ໄດ້ກວດເຫັນສິນຄ້າ ທີ່ໝົດອາຍຸຫຼາຍຢ່າງ ຄື: ເຄືອງສຳອາງ 69 ກ່ອງ ຢາປົວພຍາດຄົນ 136 ກັບ ຢາປົວພຍາດ ສັດ 2 ເເກັສ, ເຄື່ອງດື່ມ 299 ແກັດ, ເຄື່ອງແຫ້ງ 496 ຖົງ ແລະ ອາຫານທະເລ 26 ຖົງ.
ຈາກຜົນຂອງການກວດກາດັ່ງກ່າວ ປະຊາຊົນຫຼາຍຄົນ ກໍວິຕົກກັງວົນວ່າ ຜ່ານມາການນຳໃຊ້ສິນຄ້າ ທີ່ໝົດອາຍຸນີ້ ມັນຈະເປັນອັນຕະລາຍ ຕໍ່ສຸຂພາບຂອງປະຊາຊົນ ໂດຍສະເພາະເດັກນ້ອຍຫລືບໍ່ ແລະຢາກໃຫ້ທາງການເອົາໃຈໃສ່ ລົງກວດກາເປັນ ປະຈຳ, ດັ່ງທີ່ທ່ານກ່າວວ່າ:
“ກະຢາກໃຫ້ເພິ່ນລົງກວດກາປົກກະຕິ ເພາະວ່າເຄື່ອງຫວຽດເຄື່ອງຈີນ ນີ້ບາງອັນ ມັນກະເປັນອັນຕະລາຍຕໍ່ສຸຂພາບ ບາງອັນກະເປັນຂອງ ປອມ ກະຄືເຮົາເຫັນເຮົາ ຮູ້ນີ້ໜາ ຄັນຖ້າເພິ່ນລົງກວດແບບນີ້ກະດີ.”
ຜ່ານມາການຂາຍສິນຄ້າໝົດອາຍຸ ແລະສິນຄ້າທີ່ນຳເຂົ້າແບບບໍ່ເສັຍພາສີນີ້ ຍັງພົບເຫັນຢູ່ຫຼາຍແຂວງ ເປັນຕົ້ນແມ່ນແຂວງທີ່ຕິດກັບຊາຍແດນ ຈີນແລະວຽດນາມ ຄື ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ.