ປະຊາຊົນກວ່າລ້ານຄົນ ບໍ່ມີ ປະກັນ ສຸຂພາບ

ໄຊຍາ
2018.10.17
f-hospital ໂຮງໝໍ ເມືອງອາດສະພອນ ແຂວງສວັນນະເຂດ
RFA/TP

ກະຊວງສາທາຣະນະສຸຂ ຣາຍງານວ່າມີປະຊາຊົນ 1,5 ລ້ານຄົນ ຈາກທັງໝົດ 6,8 ລ້ານຄົນທົ່ວປະເທດ ຍັງບໍ່ສາມາດເຂົ້າເຖິງສິດໃນການ ປີ່ນປົວສຸຂພາບ ແລະຂໍ້ມູນດ້ານໂພຊນາການ ສ່ວນຫຼາຍຈະເປັນ ປະຊາຊົນທີ່ອາສັຍຢູ່ເຂດ ຫ່າງໄກສອກຫຼີກ. ດັ່ງ ເຈົ້າໜ້າທີ່ກົມປີ່ນປົວ ກະຊວງສາທາຣະນະສຸຂ ກ່າວຕໍ່ RFA ໃນມື້ນີ້ວ່າ:

"ກໍຂາດຫຼາຍຢູ່ເພາະວ່າ ອັນຈະລົງອັນນັ້ນແທ້ຕະຫຼອດແທ້ ກໍງົບປະມານເຮົາ ບໍ່ມີເພາະວ່າມັນເປັນບ້ານ ທີ່ໄປຍາກ ແລະກໍ່ເຂດຫ່າງໄກ ເພາະວ່າບາງເຂດ ເຮົາກໍ່ລົງໄປສັ່ງນໍ້າໜັກ ທັງສັກຢາ ທັງຝາກທ້ອງ ແລ້ວກໍ່ວາງແຜນຄອບຄົວໃຫ້ພ້ອມເພາະວ່າມັນ ເປັນເຂດທີ່ວ່າບໍ່ສາມາດ ເຂົ້າມາສູນບໍຣິການໄດ້ເພາະເປັນເຂດຫ່າງໄກ."

ທ່ານກ່າວຕື່ມວ່າປະຊາຊົນ ໃນຈຳນວນທັງໝົດ 1,5 ລ້ານ ຄົນທົ່ວປະເທດສ່ວນຫຼາຍ ຈະອາສັຍຢູ່ເຂດຫ່າງໄກສອກຫຼີກ ທັງໝົດ 8 ແຂວງ ທຸກຍາກໃນທົ່ວປະເທດ ເປັນຕົ້ນ ແຂວງຊຽງຂວາງ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ, ແຂວງຜົງສາລີ, ແຂວງ ສວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື.

ປະຊາຊົນຈຳນວນດັ່ງກ່າວ ບໍ່ມີອາຊີບເຮັດຖາວອນ ບໍ່ມີຣາຍໄດ້ປະຈຳ ສ່ວນຫຼາຍປູກພືດ ລ້ຽງສັດ ແລະເປັນຄົນຮັບຈ້າງ ກີດຢາງພາລາ ເຊິ່ງໄດ້ຄ່າແຮງປະມານ 40-50 ພັນກີບຕໍ່ມື້.

ໃນປີຜ່ານມາ ທະນາຄານໂລກ ໄດ້ໃຫ້ທຶນຊ່ອຍເຫຼືອ ແກ່ຣັຖບານລາວ 120 ຕື້ກີບສຳລັບໂຄງການແຜນງານຄຸ້ມຄອງ ບໍຣິຫານ ສາທາຣະນະສຸຂ ແລະ ໂພຊນາການ ໂດຍສະເພາະ ເຣື່ອງຂໍ້ມູນການດູແລສຸຂພາບ ແລະ ການກິນອາຫານ ໃຫ້ຖືກ ສຸຂອະນາມັຍ ເຊິ່ງໃນຫຼາຍພື້ນທີ່ ກໍ່ຍັງບໍ່ສາມາດຮັບຮູ້ຂໍ້ມູນ ສາທາຣະນະສຸຂ ຢ່າງຄົບຖ້ວນ ແລະຖືກຕ້ອງ.

ໃນຂນະດຽວກັນທາງການລາວ ເລັ່ງສົ່ງເສີມນະໂຍບາຍ ສາທາຣະນະສຸຂ ແລະຣະບົບ ບໍຣິການສຸຂພາບ ໃຫ້ກັບປະຊາຊົນ ໃນທົ່ວປະເທດ ໂດຍສະເພາະປະຊາຊົນ ຜູ້ທຸກຍາກທີ່ຢູ່ ຫ່າງໄກສອກຫຼີກ. ດັ່ງເຈົ້າໜ້າທີ່ ກົມປີ່ນປົວ ກະຊວງສາທາຣະນະສຸຂ ອີກທ່ານນຶ່ງ ກ່າວຕໍ່ RFA ໃນມື້ນີ້ວ່າ:

"ເອີມັນມີປະກັນສຸຂພາບ ຢ່າງດຽວນະ ເຊິ່ງວ່າກະຊວງສາທາ ກຳລັງເຮັດນີ້ແມ່ນທົ່ວປະເທດໄດ້ແລ້ວ ເພາະວ່າກະຊວງສາທາ ເພີ່ນໂຮມເງິນ ໄປໃຫ້ໂຮງໝໍແລ້ວ ສົມມຸດວ່າມີພົລເມືອງ 2 ແສນ ຈັງຊີ້ເນາະ ກະຊວງສາທາ ເພິ່ນກໍ່ໂຮມເງິນໄປໂຮງໝໍ ໃຫ້ ຈຳນວນ 2 ແສນຄົນນີ້ແລ້ວ ເວລາເຈັບເປັນໄປແຈ້ງບັດ ສຳມະໂນຄົວເບາະ."

ປີຜ່ານມາຣັຖບານລາວ ໃຫ້ເງິນຊ່ອຍເຫຼືອກອງທຶນປະກັນສຸຂພາບ ຈຳນວນ 180 ຕື້ ກີບເພື່ອສຸມໃສ່ ໂຄງການປະກັນສຸຂພາບ 30 ພັນກີບ ປີ່ນປົວທຸກພຍາດ 16 ແຂວງທົ່ວປະເທດ ຍົກເວັ້ນແຂວງຫຼວງພຣະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອເປົ້າໝາຍ ໃຫ້ປະຊາຊົນ ຕ່າງແຂວງ ໄດ້ຮັບສິດໃນການປີ່ນປົວ ຢ່າງທົ່ວເຖິງ 100% ພຽງຖືບັດປະຊາຊົນ ຫຼື ສຳມະໂນຄົວ ຍື່ນຕໍ່ສຸຂສາລາ ຫຼື ໂຮງໝໍຣັຖ ພາຍໃນເມືອງ ແລະ ແຂວງ ກໍ່ສາມາດປີ່ນປົວໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.