ຜູ້ຕິດເຮັສໄອວີ/ເອດສ ເພີ່ມຂຶ້ນ

ໄຊຍາ
2020.09.01
F-Aids ໂຮງໝໍ ທີ່ຮັບປີ່ນປົວ ຄົນປ່ວຍເປັນໂຣຄເຮັສໄອວີແລະເອດສ ຢູ່ ນະຄອນຫລວງວຽງຈັນ
ນັກຂ່າວພົລເມືອງ

ປັຈຈຸບັນໃນລາວຍັງມີຜູ້ຕິດ ເຊື້ອເຮັສໄອວີ/ເອດສ ເພີ່ມຂຶ້ນດັ່ງໃນປີ 2020 ນີ້ ມີໂຕເລກ ຣາຍງານອອກຈາກທາງການລາວ ວ່າມີຜູ້ຕິດເຊື້ອ ເຖີງ 14,460 ຄົນ. ໂຕເລກນີ້ແມ່ນຜູ້ຕິດເຊື້ອ ຍອດສະສົມ ມາແຕ່ປີ 1990 ຈົນມາເຖິງເດືອນ ມິຖຸນາ ປີ 2020.

ຈາກສະພາບການປັຈຈຸບັນ ເຖິງວ່າຈະມີອົງການສາກົລ ສນັບສນູນທຶນຮວມເຖິງຣັຖບານລາວ ໄດ້ລົງທຶນເຂົ້າໃສ່ວຽກງານຕ້ານເອດສແຕ່ ການສນອງທຶນ ຍັງບໍ່ພຽງພໍ. ຜ່ານມາໃນປີ 2018 ແຫຼ່ງທຶນສຳລັບການໂຕ້ຕອບ ພຍາດເອດສໂລກ ຫຼຸດລົງເຖິງ 1 ຕື້ໂດລາສະຫະຣັຖ ອັນໄດ້ສົ່ງຜົລກະທົບ ຕໍ່ການປີ່ນປົວຜູ້ຕິດເຊື້ອ ເຊິ່ງມີຫຼາຍອົງກອນທີ່ໄດ້ກໍ່ຕັ້ງຂຶ້ນມາ ເພື່ອໃຫ້ຜູ້ຕິດເຊື້ອເຂົ້າເຖິງການ ບໍຣິການການປີ່ນປົວ.

ຍ້ອນງົບປະມານ ສນອງໃຫ້ວຽກດັ່ງກ່າວນີ້ ບໍ່ພຽງພໍກັບຄວາມຕ້ອງການ ບໍ່ວ່າຈະເປັນການປີ່ນປົວ, ການຊື້ຢາຊອກຫາເຊື້ອ ແລະການຊ່ອຍ ເຫຼືອດູແລເບີ່ງແຍງ ຜູ້ຕິດເຊື້ອໃຫ້ໃຊ້ຊີວິດ ຢູ່ໃນສັງຄົມແບບ ປົກກະຕິ. ດັ່ງເຈົ້າໜ້າທີ່ສູນໃຫ້ຄຳປຶກສາ ແລະ ແນະນໍາໃນການປີ່ນປົວ ເຊື້ອ ເຮັສໄອວີ/ເອດສ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 30 ສິງຫາ 2020 ວ່າ: ສະເພາະໃນປີ 2019 ສະຖິຕິເພີ່ມຂຶ້ນຫຼາຍ ສ່ວນປີ 2020 ຍັງບໍ່ທັນໄດ້ສະຫຼຸບ.

"ອີງຕາມໂຕເລກ ທີ່ເພິ່ນຣາຍງານຜ່ານມາກໍຄືໂຕເລກ ສະຫຼຸບໃນປີ 2019 ໂຕເລກ ປະຊາຊົນທົ່ວໄປມັນກາຕໍ່າ 0,29% ເນາະ. ແລ້ວກຸ່ມ ໂຕເລກ ທີ່ສູງສຸດກໍ່ຄື ກຸ່ມຊາຍຮັກຊາຍກາຄື ກຸ່ມກະເທີຍ, ກຸ່ມເກສາວ ປະເພດສອງນີ້ເນາະ ທີ່ວ່າສູງ 7% ປາຍ. ປີນີ້ຫັ້ນສະຖິຕິ ເພີ່ນຍັງ ບໍ່ສະຫຼຸບອອກມາເທື່ອເນາະ ແຕ່ວ່າມັນມີໂຕເລກຂອງປີກາຍ ມັນພູ້ງຂຶ້ນ ສູງຫຼາຍເນາະ ເຊິ່ງແຕ່ກີ້ມັນກາ 3% ປາຍ ແຕ່ມາປີກາຍມັນຂື້ນ 7% ປາຍ."

ສ່ວນການປີ່ນປົວນັ້ນເຈົ້າໜ້າທີ່ ທີ່ປີ່ນປົວໃກ້ຊິດ ກັບຄົນປ່ວຍໄດ້ຢັ້ງຢືນວ່າ ການທີ່ມີຜູ້ທີ່ຕິດເຊື້ອ ເຮັສໄອວີ ແລະ ເປັນໂຣຄເອດສ ນັ້ນ ແມ່ນມີອາການແຕກຕ່າງກັນ ແຕ່ການປີ່ນປົວ ນັ້ນແມ່ນມີໂອກາດເຊົາ ແລະ ປະຄອງອາການໄປໄດ້ສາມາດ ໃຊ້ຊີວິດເປັນປົກກະຕິໃນ ສັງຄົມໄດ້.

"ເຂົາເຈົ້າຍັງບໍ່ທັນ ມີອາການເທື່ອເນາະ ການປີ່ນປົວຖ້າໄດ້ກິນຢາເກືອບວ່າ 100% ທຸກຄົນກາປອດພັຍຫັ້ນນ່າ ເປັນເຮັສໄອວີ ນີ້ບໍ່ດີ ແຕ່ເປັນເອດສນີ້ດີ. ເຮັສໄອວີ ນີ້ມັນເປັນໄວຣັສ ຖ້າຕິດແລ້ວມັນຈະຢູ່ໃນກະແສເລືອດ ແຕ່ວ່າສາມາດກິນຢາຄວບຄຸມ ບໍ່ໃຫ້ມັນຂຍາຍ ເຊື້ອຫາຜູ້ອື່ນໄດ້, ແຕ່ ເອດສ ມັນເປັນພຍາດແຊກຊ້ອນ ຈາກໂຕອື່ນໂຕຢ່າງວ່າ ເຈັບຕັບເຈັບໄຕ ເປັນໄຂ້ເປັນໄອ ຖອກທ້ອງ ແມ່ນ ຫຍັງໂຕນີ້ເນາະ ອັນນີ້ເຂົາຮ້ອງວ່າເປັນ ເອດສ. ສະຖິຕິ ປີກາຍນີ້ 80% - 90% ນີ້ລະຖ້າທຸກຄົນເຂົ້າເຖິງການ ບໍຣິການ."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ການປີ່ນປົວນີ້ ສຳລັບຄົນລາວ ບໍ່ໄດ້ເສັຽຄ່າໃຊ້ຈ່າຍ ເຊັ່ນການກວດເລືອດ ຫາເຊື້ອ ເຮັສໄອວີ/ເອດສ, ຢາກິນ ແຕ່ວ່າໄປກວດເອໂກ້ ຫຼືຄ່ານອນໂຮງໝໍຕ້ອງໄດ້ ເສັຽຄ່າໃຊ້ຈ່າຍ ແຕ່ບາງໂຮງໝໍ ກໍບໍ່ໄດ້ຈ່າຍສຳລັບຄົນລາວ. ສ່ວນຄົນເຈັບທີ່ຍອມຮັບ ວ່າຕົນເອງຕິດເຊື້ອ ເຮັສໄອວີ ແລະ ເຂົ້າມາປີ່ນປົວນັ້ນ ກໍໄດ້ກ່າວວາສ ສັງຄົມຍັງມີການຈຳແນກ ລັງກຽດຜູ້ຕິດເຊື້ອ ເຮັສໄອວີ ຢູ່.

"ເພາະປັຈຈຸບັນການຈຳແນກການລັງກຽດ ໃນບ້ານເຮົາກໍຍັງມີເນາະ, ບ້ານເຮົາກາຍັງມີສູງຢູ່. ສົມມຸດຮູ້ວ່າຕິດເອດສ ໄປສະມັກງານ ໄປສະມັກເປັນ ລປພ ເຂົາຕັດ ຊຸດຕັດເຄື່ອງນຸ່ງ ຮຽບຮ້ອຍ ແລ້ວມາຮູ້ທີ່ຫຼັງວ່າຕິດເຊື້ອ ກາມາຍົກເລີກ ໂຕນີ້ກາເຮົາເຫັນວ່າ ບັນຫາ ສັງຄົມຍັງບໍ່ເຂົ້າໃຈໂຕນີ້."

ໃນສ່ວນຂອງບັນຫາ ທີ່ຄົນຕິດເຊື້ອ ເຮັສໄອວີ ຫຼືເປັນໂຣຄເອດສ ອາສາສມັກ ຜູ້ທີ່ຢູ່ໃນເຄືອຂ່າຍການເຮັດວຽກ ໄດ້ກ່າວວ່າຕາມການ ສຳຣວດໂຕຈິງໃນໄລຍະຜ່ານມານີ້ເຫັນວ່າ ຊາຍຮັກຊາຍ ມີສະຖິຕິ ເພີ່ມຂຶ້ນຫຼາຍ.

"ເຊິ່ງວ່າໃນປັຈຈຸບັນນີ້ ອີງຕາມຂໍ້ມູນທີ່ວ່າເຮັດໂຕຈິງ ມີຈຳນວນຄົນກຸ່ມ ຊາຍຮັກຊາຍ ມາຮັບບໍຣິການຢູ່ ທາງຄລີນິກວັຍໜຸ່ມຂອງພວກ ເຮົານີ້ເຮົາເຫັນຈຳນວນຄົນຕິດເຊື້ອ ເຮັສໄອວີ/ເອດສນີ້ເນາະ ໃນກຸ່ມຊາຍຮັກຊາຍຫຼາຍສົມຄວນໄດ໋ ເຊິ່ງເຫັນວ່າອັດຕຣາການຕິດເຊື້ອ ໃນກຸ່ມນີ້ຫັ້ນ ແມ່ນຂ້ອນຂ້າງສູງວ່າຊັ້ນສະ."

ປັຈຈຸບັນສະຖານທີ່ປີ່ນປົວ ແລະ ໃຫ້ຢາຮັກສາຜູ້ຕິດເຊື້ອເຮັສໄອວີ ຫຼື AVR ສະມາຄົມ ຜູ້ຕິດເຊື້ອ ເຮັສໄອວີ ໄດ້ຣາຍງານວ່າ ປັຈຈຸບັນມີ ໂຮງໝໍ 11 ແຫ່ງ ທີ່ຄົນປ່ວຍສາມາດຮັບຢາໄດ້ ເຊັ່ນ: ນະຄອນຫຼວງວຽງຈັນ ມີໂຮງໝໍມະໂຫສົດ, ເສຖາທິຣາຊ, ມິດຕະພາບ 150 ຕຽງ, ພາກກາງມີໂຮງໝໍ ແຂວງຄຳມ່ວນ, ແຂວງສວັນນະເຂດ, ພາກເໜືອມີ ໂຮງໝໍແຂວງຫຼວງພຣະບາງ, ຫົວພັນ, ບໍ່ແກ້ວ, ຫຼວງນໍາທາ ແລະ ເມືອງຕົ້ນເຜິ້ງ ແລະ ພາກໃຕ້ ມີໂຮງໝໍ ແຂວງຈຳປາສັກ.

ຕໍ່ກັບບັນຫາການແຜ່ຣະບາດ ຂອງເຊື້ອ ເຮັສໄອວີ ແລະ ພຍາດເອດສ ທ່ານ ບຸນກອງ ສີຫາວົງ ຣັຖມົນຕຼີ ກະຊວງສາທາຣະນະສຸຂ ທັງເປັນປະທານຄນະກັມມະການ ແຫ່ງຊາດ ຕ້ານ ເອດສ ໄດ້ກ່າວໃນກອງປະຊຸມທົບທວນ ຄວາມຄືບໜ້າວຽກງານ ສະກັດກັ້ນ ແລະ ຕ້ານເຊື້ອ ເຮັສໄອວີ/ເອດສ ໃນວັນທີ 27 ສິງຫາ 2020 ທີ່ ນະຄອນຫຼວງວຽງຈັນວ່າ:

ປັຈຈຸບັນອົງການຈັດຕັ້ງສາກົລ, ຜູ້ໃຫ້ທືນໃນວຽກງານ ຕ້ານເອດສ ນັບມື້ນັບໜ້ອຍລົງ ເຊີ່ງເຮັດ ໃຫ້ລາວ ປະສົບກັບຄວາມຫຍຸ້ງຍາກ ທາງດ້ານງົບປະມານ ໃນການຕອບໂຕ້ ຕໍ່ເຊື້ອ ເຮັສໄອວີ/ເອດສ.

ການເຄື່ອນຍ້າຍແຮງງານ ຍັງມີຫຼາຍເຮັດໃຫ້ມີ ຄວາມສ່ຽງຕໍ່ ການຕິດເຊື້ອ ເຮັສໄອວີ ແຕ່ລະປີ ຍັງມີຜູ້ຕິດເຊື້ອ ຫຼາຍກ່ວາ 1.000 ຄົນ, ໂດຍຊາຍ ທີ່ເພດສັມພັນກັບຊາຍ ຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ ສູ່ ລູກ ກໍເຫັນວ່າສູງຂຶ້ນ, ນໍ້າຢາກວດເລືອດ ຊອກຫາການຕິດ ເຊື້ອເຮັສໄອວີ ຍັງບໍ່ພຽງພໍ, ຜູ້ຕິດເຊື້ອ ເຮັສໄອວີ ແລະ ເປັນພຍາດເອດສ ຍັງຂາດການຕິດຕາມຫຼາຍ ແລະ ການກິນຢາ ກໍບໍ່ເປັນປົກກະຕິ. ການມາຮັບການບໍຣິການ ກວດສຸຂພາບ ແລະ ມາຮັບຢາກໍ່ພົບ ຄວາມຫຍຸ້ງຍາກ, ເຊິ່ງແຕ່ລະປີມີຜູ້ຕ້ອງການ ການປີ່ນປົວດ້ວຍຢາ ARV ຫຼາຍກວ່າ 7.000 ຄົນ.

ນອກຈາກນີ້ການເຂົ້າເຖິງກຸ່ມສ່ຽງກໍຫຍຸ້ງຍາກ ຄວາມເຂົ້າໃຈກ່ຽວກັບເຮັສໄອວີ ແລະເອດສ ຂອງສັງຄົມ ຊຸມຊົນ ແລະບຸກຄົນຍັງບໍ່ທັນສູງ, ການມີສ່ວນຮ່ວມ ຂອງພາກສ່ວນທີ່ ກ່ຽວຂ້ອງ ທັງພາກຣັຖ ແລະ ເອກະຊົນ ຍັງບໍ່ທັນສູງ, ພ້ອມນີ້ການຈຳແນກລັງກຽດ ຜູ້ຕິດເຊື້ອຍັງມີຢູ່ ໃນສັງຄົມ, ຊຸມຊົນ.

ໃນຂນະທີ່ ທ່ານ ທອງແດງ ສີລາກຸນ ຜູ້ຈັດການອົງການ ສະຫະປະຊາຊາດ ຕ້ານເອດສ ປະຈຳລາວ ກ່າວເມື່ອບໍ່ດົນມານີ້ວ່າ ການປຸກ ຣະດົມຊຸມຊົນ ແລະ ການລົງທຶນໃສ່ ວຽກງານຕ້ານ ເອດສ ແມ່ນມີຄວາມສຳຄັນຫຼາຍ ເພື່ອຮັບປະກັນການໂຕ້ຕອບບັນຫາ ເອດສ ຢູ່ລາວ ແລະ ບັນລຸເປົ້າໝາຍ ສີ້ນສຸດ ເອດສ ປີ 2030. ພ້ອມນີ້ ການມີສ່ວນຮ່ວມ ຂອງຊຸມຊົນຢ່າງແຂງແຮງ ສາມາດປູທາງໄປສູ່ ການສນອງ ຄວາມຕ້ອງການ ຂອງຊຸມຊົນຫຼາຍຂຶ້ນ.

ທາງດ້ານ ຍານາງ ຊາຣາ ເຊັກເກັ້ນເນສ ຜູ້ປະສານງານເຄືອຂ່າຍ ອົງການສະຫະປະຊາຊາດ ປະຈຳລາວກ່າວວ່າ ຄວາມສ່ຽງ ຂອງ ປະຊາຊົນຕໍ່ການຕິດເຊື້ອ ເຮັສໄອວີ ໄດ້ສ້າງຜົລກະທົບ ໃສ່ຫຼາຍດ້ານ, ເມື່ອເກີດຂຶ້ນ ມັນສາມາດເຮັດໃຫ້ຄວາມຄວາມກ້າວໜ້າ ຂອງ ການປະຕິບັດ ເປົ້າໝາຍແຫ່ງຊາດ ແລະ ເປົ້າໝາຍການພັທນາແບບຍືນຍົງ ປີ 2030 ຊັກຊ້າ.

ດັ່ງນັ້ນວຽກງານຕ້ານເອດສ ຈຶ່ງມີຄວາມສຳຄັນ ແລະ ຄວນໄດ້ຮັບການສນັບສນູນ, ພ້ອມທັງ ເພີ່ມຄວາມພຍາຍາມ ຂອງຣັຖບານ, ຄູ່ຮ່ວມຣັຖບານຮວມທັງຂັ້ນຊຸມຊົນ ເພື່ອຮັບປະກັນວ່າ ຄົນລຸ້ນໃໝ່ ປີ 2030 ບໍ່ຕິດເຊື້ອເຮັສໄອວີ ແລະກຸ່ມຊ່ຽງ, ກຸ່ມດ້ອຍໂອກາດ ໄດ້ເຂົ້າເຖິງການ ບໍຣິການເພື່ອບໍ່ປະຜູ້ໃດໄວ້ ທາງຫຼັງ.

ສ່ວນທັສນະ ຂອງຜູ້ຊ່ຽວຊານ ຕ້ານ ເອດສ ໃນລາວຣະບຸວ່າ ຍັງມີຫຼາຍປັດຈັຍ ທີ່ກໍໃຫ້ເກີດ ການຣະບາດ ຂອງເຊື້ອ ເຮັສໄອວີ ແລະ ເອດສ ຖ້າບໍ່ມີມາຕການ ສະກັດກັ້ນ ຢ່າງຖືກຕ້ອງ. ປັຈຈຸບັນ ລາວ ກາຍເປັນທາງຜ່ານ ພ້ອມກັນນັ້ນການສ້າງພື້ນຖານໂຄງຮ່າງ, ຖນົນຫົນທາງ, ເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່, ສວນກ້ວຍ, ສວນຢາງພາລາ ແລະ ອື່ນໆ ເຊີ່ງເປັນສາເຫດ ກໍໃຫ້ເກີດມີການເຄື່ອນຍ້າຍ ກຸ່ມຄົນ, ແຮງງານເຄື່ອນຍ້າຍ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນເປັນຈຳນວນຫຼາຍ ອັນເປັນສາເຫດ ກໍໃຫ້ມີ ຄວາມສ່ຽງຕໍ່ການ ຕິດເຊື້ອ ເຮັສໄອວີ ແລະ ພຍາດຕິດຕໍ່ ທາງເພດສັມພັນ. ສະເພາະໃນປີ 2019 ຜູ້ຕິດເຊື້ອຕ້ອງການປີ່ນປົວດ້ວຍ ຢາຕ້ານເຊືອ ເຮັສໄອວີ ມີເຖີງ 7,000 ຄົນ.

ເຖີງແນວໃດກໍ່ຕາມ ກະຊວງສາທາຣະນະສຸຂ ໄດ້ມີແຜນການໂຕ້ຕອບ ເພື່ອຢັບຢັ້ງ ການຣະບາດ ແລະໃຫ້ບັນລຸເປົ້າໝາຍ ຂອງອົງການ ສະຫະປະຊາຊາດ ຕ້ານເອດສ ຄືຢຸດຕິການ ຣະບາດ ພາຍໃນ ປີ 2030, ສ່ວນໃນອານາຄົດ ອັນໃກ້ນີ້ຕ້ອງໄດ້ ປີ່ນປົວ ຄື ພາຍໃນ ປີ 2025 ຕ້ອງໃຫ້ບັນລຸຄາດໝາຍ 95% ຂອງຜູ້ທີ່ມີຄວາມສ່ຽງ ຕ້ອງໄດ້ຮັບການກວດເລືອ ແລະ ຖ້າຫາກກວດຖືກບົ່ງວ່າ ຕິດເຊື້ອເຮັສໄອວີ ແລ້ວ 95% ຕ້ອງໄດ້ຮັບຢາຕ້ານ ຕໍ່ເຊື້ອ ເຮັສໄອວີ. ສ່ວນ 95% ຂອງຜູ້ໄດ້ຮັບຢາ ຕ້ອງປີ່ນປົວດີ ໝາຍຄວາມວ່າ ບໍຣິມາດ ຂອງເຊື້ອ ເຮັສໄອວີ ໃນເລືອດຫຼຸດຕໍ່າກວ່າ 250 ກອບປີ້.

ກະຊວງສາທາຣະນະສຸກຣາຍງານ ເມື່ອວັນທີ 27 ສິງຫາ 20 ຜ່ານມາຈຳນວນຜູ້ຕິດເຊື້ອເຮັສໄອວີ ແລະເອດສສະສົມ ໃນທົ່ວປະເທດລາວ ນັບແຕ່ປີ 1990 ເປັນຕົ້ນມາຈົນເຖິງ ເດືອນມິຖຸນາປີ 2020 ມີທັງໝົດ 14.460 ຄົນ. ໃນນີ້ມີຜູ້ຕິດໂຣຄເອັດສ 5,912 ຄົນ ແລະເສັຽຊີວິດ 4,760 ຄົນ, ຜູ້ຕິດເຊື້ອສ່ວນຫຼາຍແມ່ນ ອາຊີບກັມມະກອນ ທົ່ວໄປ, ແມ່ເຮືອນ, ຊາວນາ, ພະນັກງານ, ກຸ່ມເຄື່ອນຍ້າຍ, ຄ້າຂາຍ, ນັກທຸຣະກິຈ, ນັກຮຽນ ເຊິ່ງຢູ່ໃນເກນ ອາຍຸຣະຫວ່າງ 20-50 ປີ.

ລາວ ເຖິງວ່າຈະມີອັດຕຣາການຕິດເຊື້ອ ເຮັສໄອວີ ໃນຣະດັບຕໍ່າ ກໍຄື 0,28% ໃນກຸ່ມ ປະຊາກອນທົ່ວໄປ ອາຍຸ 15-45 ປີ ກໍຕາມແຕ່ ອັດຕຣາ ການຕິດເຊື້ອພຍາດ ຕິດຕໍ່ທາງເພດ ສຳພັນເຫັນວ່າ ຍັງສູງຫຼາຍ ຄື 31,2% ໃນກຸ່ມສາວບໍຣິການ ແລະ 48,3% ໃນກຸ່ມ ກະເທີຍ.

ເຖິງແນວໃດກໍຕາມລາວ ກໍມີຄວາມຄືບໜ້າ ເມື່ອສົມທຽບໃສ່ ເປົ້້າໝາຍເລັ່ງລັດ 2020 ໂດຍມີ 85% ຂອງຜູ້ຕິດເຊື້ອເຮັສໄອວີ ໃນຈຳນວນ ຄາດຄະເນປະມານ 12 ພັນຄົນ ຮູ້ສະຖານະ ພາບການຕິດເຊື້ອ ຂອງຕົນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.