ຄລີນິກຈີນ 3 ແຫ່ງຍັງເປີດ ຕໍ່ໄປ
2018.05.01
ຜແນກສາທາຣະນະສຸກແຂວງອຸດົມໄຊ ອະນຸຍາດໃຫ້ຄລີນິກ 3 ແຫ່ງຂອງຈີນ ຢູ່ເມືອງໄຊ ສືບຕໍ່ເປິດຈົນຮອດ ວັນທີ 31 ພຶສພາ ນີ້ຍ້ອນ ທາງຄລີນິກ ບໍ່ສາມາດເກັບເຄື່ອງຂອງ ການແພດອອກຈາຮ້ານທັັນເວລາ ທີ່ທາງການກໍານົດໃຫ້ ຄືວັນທີ 30 ເມສາ 2018. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 1 ພຶສພາ ນີ້ວ່າ:
“ດຽວນີ້ຫັ້ນປິດໄປ 1 ແລ້ວ ຍັງເຫລືອ 3 ແລ້ວມື້ນີ້ອາດຈະປິດຕື່ມ ເຮົາຈະໃຫ້ປິດທັງໝົດ ໃນເດືອນ 5 ນີ້ 3 ຮ້ານເລີຍ ເຂົາເຈົາກໍມີຢາແດ່ ອຸປກອນແດ່ເນາະ ຈະສໍາຣະສາງຢາອຸປກອນ ເຂົາເຈົ້າກະວ່າ ຈະເຊົາແຕ່ວ່າ ຈະສະສາງຢູກຢາ ກ່ອນຫັ້ນນະ ມັນຍັງຄ້າງ ເຄື່ອງຂອງ ເຂົາເຈົ້າ ຫັ້ນນະເນາະ.”
ກ່ຽວກັບການສັ່ງປິດ ຂອງຄລີນິກຈີນນີ້, ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ຄັນຮອດທ້າຍເດືອນນີ້ ຍັງພົບວ່າບໍ່ປິດ ທາງຜແນກສາທາຣະສຸກ ແລະ ເຈົ້າໜ້າທີ່ຕໍາຣວດ ຈະໃຊ້ມາຕການຂັ້ນເດັດຂາດ ກັບເຈົ້າຂອງຄລີນິກ ໂດຍອິງໃສ່ ຄໍາສັ່ງຂອງອໍານາດການປົກຄອງ ແຂວງ ເພາະຖືວ່າ ທາງການໄດ້ແຈ້ງ ໃຫ້ປິດຫລາຍເທ່ືອແລ້ວ ແຕ່ເຂົາເຈົ້າ ຍັງບໍ່ປະຕິບັດຕາມ.
ເມື່ອບໍ່ດົນມານີ້ ທາງການລາວໄດ້ອອກຄໍາສັ່ງໃຫ້ CLINIC ຂອງຄົນຕ່າງຊາດ ທຸກແຫ່ງໃນລາວ ໃຫ້ປິດທຸຣະກິດຂອງຕົນ ແລະ ເຊົາໃຫ້ ບໍຣິການແກ່ຄົນເຈັບ ຢ່າງຖາວອນ ພາຍໃນທ້າຍປີ 2017, ແຕ່ມາຮອດ ຕົ້ນປີ 2018 ນີ້ປະກົດວ່າມີ clinic ຂອງຈີນ 3 ແຫ່ງ ທີ່ວ່ານີ້ ຍັງເປິດບໍຣິການປິ່ນປົວ ປະຊາຊົນຢູ່ຕາມປົກກະຕິ, ແລະໄດ້ພຍາຍາມ ຂໍເລື່ອນເວລາອອກໄປເລື່ອຍໆ ຈົນຮອດປັຈຈຸບັນ;
ສະນັ້ນທາງການແຂວງອຸດົມໄຊ ຕຽມພ້ອມຈະໃຊ້ມາຕການ ຂັ້ນເດັດຂາດໃນທ້າຍເດືອນຖ້າ clinic 3 ແຫ່ງນີ້ຍັງບໍ່ປະຕິບັດຕາມຄໍາສັ່ງ ຂອງທາກງການ. ຢ່າງໃດກໍຕາມ ທົ່ວແຂວງອຸດົມໄຊ ຍັງມີຄລີນິກຂອງຄົນລາວ ທັງໝົດ 27 ແຫ່ງເພື່ອໄວ້ບໍຣິການ ປິ່ນປົວປະຊາຊົນ.