ຂ.ອັດຕະປື ປິດດ່ານທ້ອງຖິ່ນ

ມະນີຈັນ
2020.03.16
f-attapeu ແຂວງອັດຕະປື ຍິນດີ ຕ້ອນຮັບ
RFA

ວັນທີ 13 ມີນາ 2020 ຫ້ອງວ່າການປົກຄອງແຂວງ ອັດຕະປື ໄດ້ອອກແຈ້ງການ ສັ່ງປິດດ່ານປະເພນີ ແລະດ່ານທ້ອງຖິ່ນ ທີ່ມີຊາຍແດນ ຕິດກັບປະເທດວຽດນາມ ແລະ ກັມພູຊາທັງໝົດ 8 ດ່ານ ແບບບໍ່ມີກຳນົດ ເພື່ອປ້ອງກັນການແຜ່ ຣະບາດ ຂອງເຊື້ອພຍາດໂຄວິດ-19. ສ່ວນດ່ານສາກົລ ພູເກືອ ແລະດ່ານສາກົລ ໜອງນົກຂຽນ ຍັງເປີດໃຫ້ຄົນເຂົ້າອອກ ຢູ່ຕາມປົກກະຕິ ແຕ່ມີການກວດກາ ຢ່າງເຂັ້ມງວດ, ດັ່ງເຈົ້າໜ້າທີ່ແຂວງ ອັດຕະປື ກ່າວຕໍ່ RFA ໃນມື້ວັນທີ 16 ມີນາ ນີ້ວ່າ:

“ຂະເຈົ້າກະປິດ ເພື່ອສະກັດກັ້ນເຝົ້າຣະວັງຫັ້ນແຫຼະ ພຍາມຫັ້ນແຫຼະ ກະຕາມແຈ້ງການເພິ່ນອອກມາ ກະມີແຈ້ງການຂອງຫ້ອງການແຂວງ ຕາມແຈ້ງການຫັ້ນແຫຼະ ຂະເຈົ້າມີແຜນຮັບມືຢູ່ ກ່ຽວກັບພຍາດ."

ທາງການແຂວງອັດຕະປື ໄດ້ອອກແຈ້ງການ ໃຫ້ຜແນກສາທາຣະນະສຸຂແຂວງ ສົ່ງເຈົ້າໜ້າທີ່ໄປປະຈຳຢູ່ດ່ານ ສາກົລພູເກືອ ເມືອງພູວົງ ເພື່ອປະຕິບັດມາຕການ ຄວບຄຸມຢ່າງເຂັ້ມງວດ ພ້ອມທັງໃຫ້ຄວາມຮູ້ ເຣື່ອງການປ້ອງກັນເຊື້ອ ໂຄວິດ-19 ແກ່ປະຊາຊົນໃຫ້ເຂົ້າໃຈຢ່າງ ທົ່ວເຖິງ.

ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງອັດຕະປື ເວົ້າວ່າຂນະນີ້ທາງຜແນກ ກຽມຄວາມພ້ອມ ໃນການຮັບມືແລະປ້ອງກັນເຊື້ອ ໂຄວິດ-19 ທາງດ້ານອຸປກອນ ແລະທີມງານເຈົ້າໜ້າທີ່ ກໍໄດ້ໄປປະຈຳການ ຢູ່ດ່ານສາກົລ ພູເກືອ ເພື່ອ ກວດຄົນເຂົ້າອອກ ຢ່າງເຂັ້ມງວດ:

“ກໍໄດ້ມີການກຽມຄວາມພ້ອມຫັ້ນແລ້ວ ຈັດຕັ້ງຄະນະກັມການຂັ້ງແຂວງຂັ້ນຜແນກ ແລະກໍໄດ້ກຽມພ້ອມໃນມາຕການອິຫຍັງຕ່າງໆ ໄດ້ມີການກຽມພ້ອມອຸປກອນ ການແພດ ເຄື່ອງກວດບໍ່ຫລືວ່າຢາຫຍັງຕ່າງໆ ພວກເຮົາກະໄດ້ເອົາໄປ ຕັ້ງຈຸດ ຢູ່ດ່ານພູເກືອຫັ້ນ.”

ເມື່ອອາທິດທີແລ້ວ ແຂວງເຊກອງ ກໍໄດ້ສັ່ງປິດດ່ານທ້ອງຖິ່ນ ແລະດ່ານປະເພນີ 4 ດ່ານເພື່ອສະກັດກັ້ນເຊື້ອພຍາດດັ່ງກ່າວ ຊຶ່ງປັດຈຸບັນ ໃນທົ່ວປະເທດ ດ່ານທ້ອງຖິ່ນແລະດ່ານປະເພນີ ຣະຫວ່າງຊາຍແດນ ລາວ-ວຽດນາມ ແລະ ລາວ-ກັມພູຊາ ໄດ້ຖືກສັ່ງປິດລວມກັນແລ້ວ 20 ດ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.