ແມ່ຍິງຊົນບົດຊົນເຜົ່າ ຍັງສ່ຽງສູງ ຕອນອອກລູກ
2021.04.07
ແຂວງອຸດົມໄຊ, ເຊກອງ ແລະ ແຂວງຫົວພັນ ຍັງມີອັດຕຣາການຕາຍ ຂອງແມ່ສູງຢູ່. ສະເພາະ ແຂວງອຸດົມໄຊ ໃນປີ 2020 ມີອັດຕຣາການຕາຍ ຂອງແມ່ສູງຂຶ້ນເປັນ 13 ຄົນ ທຽບໃສ່ ປີ 2019 ມີອັດຕຣາການຕາຍຂອງແມ່ ແມ່ນ 3 ຄົນ.
ສາເຫດຫຼັກທີ່ເຮັດໃຫ້ອັດຕຣາການຕາຍ ຂອງແມ່ສູງຂຶ້ນນີ້ ຍ້ອນວ່າ ຜູ້ເປັນແມ່ໃນເຂດຫ່າງໄກສອກຫຼີກ ສ່ວນໃຫຍ່ເປັນຊົນເຜົ່າ ອາຂ່າ ແມ່ນຍັງຖືຮີດຄອງປະເພນີດັັ້ງເດີມ, ບໍ່ໄປຝາກທ້ອງ ແລະ ເວລາເກີດລູກ ກໍຈະເກີດລູກຢູ່ເຮືອນ, ດັ່ງເຈົ້າໜ້າຜແນກສາທາ ຣະນະສຸຂ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ເມສາ ນີ້ວ່າ:
“ເຂົາເຈົ້າເຄີຍຖືຮີດຄອງເດີມ ປົກກະຕິເຮົາຕ້ອງໄດ້ປຸກລະດົມ ວ່າຢ່າງນ້ອຍຕ້ອງໄດ້ 4 ຄັ້ງ ໃຫ້ມາຝາກທ້ອງເນາະມາຝາກທ້ອງ ແລ້ວ ກໍຕ້ອງມາເກີດ ບາງທີເຂົາເຈົ້າທ້ອງ ຝາກທ້ອງ ບໍ່ຮອດ 4 ຄັ້ງ ເຂົາກໍບໍ່ຢາກມາຝາກທ້ອງ ເຮົາຊິຈັບຊິບາຍ ຊິລູບຊິຄໍາ ອິງສັງຫັ່ນນາ ມັນກໍມີສ່ວນເຂົາເຈົ້າໜ້າອາຍ ເຖິງແມ່ນຜູ້ຍິງນໍາກັນໃດ໋ນ້ອງ ເວລາເຂົາເຈົ້າມາເກີດນໍາເຮົາ ກໍຍາກທີ່ເຂົາມາຫາເຮົາ ບາງທີມາຫາເຮົາ ກະຊ້າຫຼາຍແລ້ວ.”
ທ່ານກ່າວຕື່ມວ່າ ນອກຈາກນີ້ໃນປີ 2020 ພາຍໃນແຂວງອຸດົມໄຊ ບໍ່ມີໂຄງການຊ່ອຍເຫຼືອດ້ານວຽກງານແມ່ແລະເດັກຕື່ມ ມີແຕ່ ເມືອງຫຼາ ແລະເມືອງນາໝໍ້ ພຽງສອງເມືອງເທົ່ານັ້ນ ທີ່ໄດ້ຮັບການຊ່ອຍເຫຼືອ ສ່ວນເມືອງທີ່ເຫຼືອ ອີກ 5 ເມືອງ ແມ່ນບໍ່ໄດ້ຮັບການ ຊ່ອຍເຫຼືອ ຈຶ່ງເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ອັດຕຣາການຕາຍຂອງແມ່ ພາຍໃນແຂວງສູງຂຶ້ນ.
ຢູ່ແຂວງເຊກອງ ກໍມີອັດຕຣາການຕາຍຂອງແມ່ ສູງຂຶ້ນເຊັ່ນກັນ ເຊິ່ງໃນປີ 2020 ມີອັດຕາການຕາຍຂອງແມ່ 3 ຄົນ ທຽບໃສ່ ປີ 2019 ມີອັດຕຣາການຕາຍຂອງແມ່ ແມ່ນ 2 ຄົນ, ສາເຫດທີ່ເຮັດໃຫ້ ອັດຕຣາການຕາຍຂອງແມ່ສູງຂຶ້ນນີ້ ກໍຍ້ອນຜູ້ເປັນແມ່ ແລະ ຄອບຄົວ ບໍ່ເຂົ້າໃຈພາສາລາວ ຈະແຈ້ງ ເຮັດໃຫ້ ການໃຫ້ຄວາມຮູ້ຢູ່ຊຸມຊົນ ກ່ຽວກັບການເບິ່ງແຍງ ໂຕເອງຂອງແມ່ໃນຂນະທີ່ ຖືພາບໍ່ທົ່ວເຖິງ, ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ພະນັກງານເຮົາ ທີ່ວ່າໄປໃຫ້ຂໍ້ມູລຂ່າວສານ ຍັງບໍ່ທັນມີຄວາມຮູ້ສຶກ ຮູ້ສຶກເລິກເຊິ່ງ ເພື່ອຈະໃຫ້ຂໍ້ມູລຫັ້ນແຫຼະເນາະ, ຕື່ມອີກວ່າ ຊາວບ້ານໃນເຂດຫ່າງໄກສອກຫຼີກ ເປັນຊົນຊາດ ຊົນເຜົ່າ ບາງເທື່ອຜູ້ໄປເວົ້າ ກໍເວົ້າເປັນພາສາລາວກາງ ບາງເທື່ອກໍມີລ່າມແປ ມັນກໍຫຍຸ້ງຍາກນັ້ນແຫຼະ ຣະດັບຄວາມຮັບຮູ້ເຂົາ ຫຼື ຣະດັບວັທນະທັມ ເຂົາກະບໍ່ມີຫັ້ນນ່າ.”
ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ ສ່ວນຫຼາຍແມ່ທີ່ເສັຽຊີວິດ ຈະເປັນຊົນເຜົ່າກຽງ ແລະເສັຽຊີວິດ ຍ້ອນເສັຍເລືອດຫຼາຍ ແລະຕິດເຊື້ອ ຫຼັງຈາກເກີດລູກ, ເນື່ອງຈາກຜູ້ເປັນແມ່ ບໍ່ມັກນອນ ຮັກສາຕົນເອງ ພາຍຫຼັງເກີດລູກໄດ້ພຽງ 2 ມື້ ກໍອອກໄປເຮັດວຽກໜັກ ຢູ່ໄຮ່ ຢູ່ສວນເລີຍ. ເຖິງແມ່ນວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ຈະເຂົ້າໄປຕັກເຕືອນເຂົາເຈົ້າ, ແຕ່ກໍບໍ່ເປັນຜົລ ເພາະເຂົາເຈົ້າ ຕ້ອງຫາເງິນມາໃຊ້ ຈ່າຍລ້ຽງຄອບຄົວ.
ສໍາລັບຢູ່ແຂວງຫົວພັນ ຈະບໍ່ມີອັດຕຣາການຕາຍຂອງແມ່ ມາສົມທຽບຢ່າງຣະອຽດ, ແຕ່ທີ່ຜ່ານມາ ກໍມີແມ່ຖືພາແລ້ວເສັຽຊີວິດຍ້ອນ ເກີດລູກ ແລະຫຼັງຈາກເກີດລູກຄືກັນ, ສາເຫດທີ່ ເຮັດໃຫ້ ອັດຕຣາການຕາຍຂອງແມ່ ຢູ່ແຂວງຫົວພັນສູງຂຶ້ນນີ້ ຍ້ອນແມ່ຖືພາ ສ່ວນຫຼາຍ ມີບັນຫາດ້ານການເງິນ ແລະການເດີນທາງໄປສະຖານທີ່ ບໍຣິການທາງການແພດ ກໍຫຍຸ້ງຍາກ, ດັ່ງເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ແຂວງຫົວພັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຢູ່ນີ້ ຊຸມຊົນບາງເທື່ອ ເຂົາເຈົ້າກໍບໍ່ມີເງິນມີຄໍາເນາະ ກໍເສັ້ນທາງກໍຫ່າງໄກສອກຫຼີກແດ່ ຫຍຸ້ງຍາກແດ່ ຄັນຣະດູຝົນນີ່ກະຍາກແຫຼະ ໄປເຖິງຫາກັນບໍ່ໄດ້ແຫຼະ, ບໍ່ພໍປານໃດແຫຼະເນາະ ກໍອີງໃສ່ ເຣື່ອງການສື່ໂຄສະນາ ເຮົາກໍມີຈໍາກັດ ແປເປັນ ພາສາມົ້ງ, ຂະມຸ ກໍຖືວ່າ ຍັງບໍ່ທັນ ຢູ່ຂັ້ນສູງກາງຈັ່ງຊີ້ ກໍຫາກໄດ້, ແຕ່ວ່າ ເຮົາຈະໄປຂັ້ນຊຸມຊົນ ຈັ່ງຊັ້ນເນາະ ສື່ໂຄສະນາ ມັນກໍມີຈໍາກັດ ຍັງບໍ່ຫຼາຍຫັ້ນນາ.”
ໃນຂນະທີ່, ຊາວບ້ານຢູ່ໃນເຂດເທສບານ ແຂວງຫົວພັນ ເວົ້າວ່າ ປີນີ້ ໄດ້ຍິນຂ່າວວ່າ ມີແມ່ຖືພາ ຕາຍຍ້ອນເກີດລູກຢູ່ໂຮງໝໍ ແຂວງ ປະມານ 2-3 ຄົນ ໃນນັ້ນ ທັງໝົດເປັນຄອບຄົວ ທຸກຍາກ ແລ້ວອາຈບໍ່ມີເງິນຊື້ເລືອດ ຮັກສາໂຕເອງແລ້ວເສັຽຊີວິດ ສ່ວນລູກນັ້ນ ແມ່ນບໍ່ເປັນຫຍັງ:
“ປີນີ້ 2-3 ຄົນຫັ້ນແຫຼະ ຕາມໄດ້ຍິນຂ່າວຫັ້ນນ່າເນາະ ສ່ວນຫຼາຍເຂົາເຈົ້າ ຢູ່ບ້ານນອກມາຫັ້ນເນາະ ຜູ້ນຶ່ງກໍຕາຍຢູ່ໃນທ້ອງ ແລ້ວ ແມ່ກໍເສັຍເລືອດຫຼາຍຫັ້ນ.”
ຊາວບ້ານຢູ່ບ້ານ ມາຣີຖ່າວ ເມືອງຍອດອູ ແຂວງຜົ້ງສາລີ ເວົ້າວ່າພາຍໃນບ້ານ ບໍ່ມີແມ່ແລະເດັກເສັຽຊີວິດ ເນື່ອງຈາກເຈົ້າໜ້າທີ່ ສຸຂສາລາປະຈໍາບ້ານ ມີການລົງໂຄສະນາເຜີຍແຜ່ ຄວາມຮູ້ກ່ຽວກັບ ການເບິ່ງແຍງໂຕເອງຂອງແມ່ຖືພາ ວ່າຄວນເບິ່ງແຍງຕົນເອງ ແນວໃດ ໃນໄລຍະທີ່ຖືພາ, ອີກທັງເຈົ້າໜ້າທີ່ສຸຂສາລາ ຈໍານວນນຶ່ງ ກໍເວົ້າພາສາທ້ອງຖິ່ນໄດ້ ຈຶ່ງເຮັດໃຫ້ການສື່ສານ ເພື່ອໃຫ້ຄວາມ ຮູ້ກ່ຽວກັບ ການເບິ່ງແຍງສຸຂພາບ ຂອງແມ່ ທີ່ຖືພານັ້ນເປັນໄປດ້ວຍດີ:
“ຖືພາ ກໍມາຝາກທ້ອງ ເຂົາກໍແນະນໍາ ແລ້ວກໍ ໂປຣສະເຕີ້ແນະນໍາ ກໍເຂົ້າໃຈການຖືພາ ການເບິ່ງແຍງຕົນເອງ ແລ້ວກໍອາການຜິດ ປົກກະຕິນໍາ.”
ເຈົ້າໜ້າທີ່ສຸຂສາລາ ຢູ່ບ້ານກອນນ້ອຍ ເມືອງໄຊ ແຂວງອຸດົມໄຊ ເວົ້າວ່າ ທີ່ຜ່ານມາ ພາຍໃນບ້ານ ບໍ່ມີແມ່ຖືພາຕາຍຍ້ອນເກີດລູກ ເນື່ອງຈາກວ່າ ເຈົ້າໜ້າທີ່ສຸຂສາຣາປະຈໍາບ້ານ ໄດ້ເອົາໃຈໃສ່ແມ່ຖືພາຫຼາຍ ຫາກແມ່ຖືພາຄົນໃດ ບໍ່ມາຝາກທ້ອງ ກໍຈະໄປນໍາຫາ ຢູ່ເຮືອນ ແລະກວດສຸຂພາບຂອງແມ່ຖືພານັ້ນເລີຍ ເພື່ອປ້ອງກັນການເສັຽຊີວິດ ຂອງແມ່ແລະເດັກ:
“ຄັນຜູ້ໃດ ບໍ່ມາຝາກທ້ອງຕາມນັດ ຄັນເວລາເຮົາລົງບ້ານ ເຮົາກໍໄດ້ລົງເອົາເຄື່ອງ ເອົາອິຫຍັງໄປກວດນໍາຢູ່ ກໍອ່ານຄ່າສຶກສາກັບ ທີ່ເລີຍເບິ່ງວ່າ ມັນເປັນແມ່ ທີ່ມີຄວາມສ່ຽງບໍ່, ແມ່ສ່ຽງພັຍ ມິຫຍັງຫັ້ນເນາະ ຄັນວ່າ ເປັນແມ່ສ່ຽງພັຍ ພວກເຮົາກໍມີເບີໂທ ເບີຫັຍງ ຕິດຕໍ່ຣະອຽດ ເພື່ອປ້ອງກັນວ່າ ເວລາຊິເກີດອິຫຍັງຫັ້ນເນາະ.”
ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ໃນວັນທີ 2 ເມສາ 2021 ທີ່ຜ່ານມານີ້ ຣະບຸວ່າ ກອງທຶນສໍາລັບປະຊາກອນ ຂອງ ອົງການສະຫະປະຊາຊາດ ຫຼື (UNFPA) ໄດ້ຈັດຕັ້ງ ປະຕິບັດ ແຜນຫຼຸດຜ່ອນການຕາຍ ຂອງແມ່ແລະເດັກ ຮ່ວມກັບກະຊວງ ສາທາຣະນະສຸຂ ພົບວ່າ ໃນສອງທົດສວັດທີ່ຜ່ານມາ ອັດຕຣາການຕາຍຂອງແມ່ ໃນ ສປປ ລາວ ໄດ້ຫຼຸດລົງ ເລື້ອຍໆ ສະເລັ່ຽ 78% ໃນຣະຫວ່າງ ປີ 1990 ຫາ 2015, ແຕ່ອີງຕາມການຄາດຄະເນ ຂອງອົງການສະຫະປະຊາຊາດ ອັດຕຣາການຕາຍຂອງແມ່ ໃນປັດຈຸບັນ ຖືວ່າຍັງສູງ ພໍສົມຄວນ ໂດຍມີປະມານ 185 ຄົນ ຕໍ່ປະຊາກອນ 100,000 ຄົນ ເຊິ່ງສ່ວນໃຫຍ່ແມ່ນມາຈາກ ອາການ ແຊກຊ້ອນ ໃນໄລຍະທີ່ຖືພາ, ຫຼັງການຖືພາ ແລະເວລາເກີດລູກ.