ຂ.ຫົວພັນປິດດ່ານຍ້ອນຂາດ ອຸປກອນ ກວດ ໂຄວິດ-19
2020.03.16
ແຂວງຫົວພັນສັ່ງປິດດ່ານຊາຍແດນ 10 ແຫ່ງ ທີ່ຕິດກັບວຽດນາມ ເພື່ອບໍ່ໃຫ້ຄົນເຂົ້າ-ອອກ ຍ້ອນວ່າ ດ່ານເຫລົ່ານີ້ ເປັນດ່ານທ້ອງຖິ່ນ ທີ່ບໍ່ມີເຈົ້າໜ້າທີ່ ແລະ ອຸປກອນການແພດ ໃນການກວດພຍາດ COVID-19 ຢ່າງພຽງພໍ, ເຫລືອພຽງແຕ່ດ່ານສາກົນ 4 ແຫ່ງ ຄື; ດ່ານ ນາແມວ, ດ່ານບ້ານດ່ານ, ດ່ານປ່າຮ່າງ ແລະດ່ານສົມຫວັງ ທີ່ຍັງເປີດໃຫ້ບໍຣິການຄົນ ເຂົ້າ-ອອກ ຢູ່ຍ້ອນວ່າ ມີເຄື່ອງວັດແທກອຸນນະພູມ ດ່ານລະ 1 ເຄື່ອງ.
ເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ແຂວງຫົວພັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຢູ່ແຂວງຫພົວພັນມີ 14 ດ່ານເນາະ ລວມທັງດ່ານປະເພນີ ດ່ານທ້ອງຖິ່ນ ອີ່ຫຍັງຕ່າງໆ ຫັ້ນນ່າ ແຕ່ວ່າເຂົາປິດໝົດແລ້ວ ຍັງເຫລືອແຕ່ ດ່ານສາກົນ 4 ດ່ານ ມີເຄື່ອງວັດອຸນນະພູມອັນດຽວ ຮູ້ແຕ່ວ່າ ເຂົາໄຂ້ ບໍ່ໄຂ້ ເທົ່ານັ້ນ ຄົນວຽດນາມນີ້ ຖືວ່າຫລາຍທຸກໆມື້ ມາຄ້າມາຂາຍ ມື້ນຶ່ງນີ້ ຄັນລວມທັງໝົດ 4 ດ່ານ ກໍປະມານ 400 ປາຍຄົນນີ້ເດ້."
ເຖີງວ່າຈະປິດ 10 ດ່ານ ແຕ່ພວກຊາວຄ້າຂາຍ ກໍຍັງໄປມາໄດ້ປົກກະຕິ, ເຈົ້າໜ້າທີ່ອຸດສາຫະກັມ ແລະ ການຄ້າ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເພາະວ່າ ມັນກະທົບສຳລັບການແລກປ່ຽນລະຫ່ວາງ ປະຊາຊົນ ບ້ານໃກ້ເຮືອນຄຽງກັນຊື່ໆ ເນາະ ແຕ່ສຳລັບພາບລວມແລ້ວ ການສົ່ງສິນຄ້າ ລະຫ່ວາງເຂົ້າ-ອອກ ລະຫ່ວາງປະເທດ ຈະຮັກສາໃນ 4 ດ່ານ ໄປມາຫາສູ່ກັນໄດ້ສະດວກ ເພາະວ່າ ຈະມີເຈົ້າໜ້າທີ່ຄົບຊຸດວ່າຊັ້ນຊາ ເພື່ອ ປ້ອງກັນພຍາດນີ້ ໄປປະຈຳຢູ່ ປົກກະຕິ."
ໂຮງແຮມເຮືອນພັກ ບໍ່ມີນັກທ່ອງທ່ຽວຕ່າງປະເທດມາພັກ ແຕ່ຈະມີພຽງຄົນລາວມາພັກ ເຈົ້າໜ້າທີ່ໂຮງແຮມແຫ່ງນຶ່ງ ຢູແຂວງຫົວພັນກ່າວວ່າ:
"ດຽວນີ້ ໂຮງແຮມເຮົາຄົນຕ່າງປະເທດຈະບໍ່ຮູ້ ກະບໍຣິສັດທົວຫັ້ນແຫຼະເນາະ ຮັບປະບໍ່ຮັບ ກະທີ່ວ່າມາເອງເບາະ ມາຖາມຫ້ອງເຮົາກະບໍ່ຮັບ ມື້ວານນີກະມີແຂກຈີນເດ້ມາ ລົດຄັນນຶ່ງປະມານ 4-5 ຄົນ ແຕ່ວ່າເຮົາບໍ່ຮັບເພາະວ່າຍັງຢ້ານຢູ່ ທີ່ຂະເຈົ້າກວດເຊື້ອມັນຈະບໍ່ອອກຫັ້ນນ່າ."
ສໍາລັບຮ້ານອາຫານຢູ່ແຂວງຫົວພັນ ຍັງມີນັກທ່ອງທ່ຽວ ເຂົ້າມາກິນເປັນປົກກະຕິ ສ່ວນໃຫຍ່ເປັນຄົນວຽດນາມ ເຂົ້າມາທາງດ້ານສາກົນ ປະຊາຊົນກໍຍັງໃຊ້ຊີວິດ ເປັນປົກກະຕິ ບໍ່ໄດ້ມີການແຕກຕື່ນ. ເຈົ້າຂອງຮ້ານອາຫານຢູ່ແຂວງຫົວພັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ນັກທ່ອງທ່ຽວກະທຳມະດາ ສ່ວນຫລາຍເຂົາມາທາງວຽດນາມ ເພາະວ່າ ປົກກະຕິແຂກເຮົາກໍບໍ່ຄ່ອຍມີຄົນຫລາຍເທົ່າໃດ ເຂົາເຈົ້າກໍໃຊ້ ຊີວິດປົກກະຕິຢູ່ ກະມີແຕ່ເຮົາພຍາຍາມປ້ອງກັນໂຕເອງ ກະຄືຜູ້ໃດມີໄຂ້ມີຄົນປ່ວຍ ຄົນເປັນຫວັດ ເປັນໄອຊິ ເຮົາກະບໍ່ຢູ່ໃກ້."
ຢ່າງໃດກໍຕາມ, ແຂວງຫົວພັນ ກໍເປັນແຂວງໜຶ່ງ ທີ່ຕິດກັບຊາຍແດນວຽດນາມ ຍັງມີຄົນເຂົ້າ-ອອກ ເປັນຈຳນວນຫລາຍ ກໍຖືວ່າມີຄວາມ ສ່ຽງສູງ ເພາະອຸປກອນກວດກາພຍາດບໍ່ພຽງພໍ ແລະໃນເບື້ອງຕົ້ນ ເຈົ້າໜ້າທີ່ ສາທາຣະນະສຸຂ ໄດ້ສເນີໃຫ້ແຂວງຊື້ອຸປກອນການແພດ ມາຕື່ມເພື່ອກວດພຍາດນີ້.