ໂຮງໝໍໃນລາວຍັງຂາດເລືອດ
2014.05.09
ປັຈຈຸບັນ ໂຮງໝໍ ແຂວງ ແລະ ໂຮງໝໍ ເມືອງ ໃນທົ່ວ ປະເທດ ລາວ ຍັງຂາດ ເຂີນ ເລືອດ ສໍາຮອງ ໄວ້ໃນ ກໍຣະນີ ສຸກເສີນ ເຊັ່ນ ການ ຜ່າຕັດ ຜູ້ເກີດ ອຸບັດຕິເຫດ ຫລື ຄົນເຈັບ ທີ່ ຕ້ອງການ ເລືອດ. ໃນປີນີ້ ຕ້ອງການ ເລືອດ ສໍາຮອງ ໄວ້ ຫລາຍກວ່າ 4 ພັນຖົງ. ຫາກເກີດ ກໍຣະນີ ສຸກເສີນ ຫລາຍແຂວງ ຕ້ອງ ຂໍຢືມ ເລືອດ ຈາກແຂວງ ໃກ້ ຄຽງ. ດັ່ງ ເຈົ້າໜ້າທີ່ ກາຊາດ ໃນ ແຂວງ ພາກເໜືອ ທ່ານນຶ່ງ ກ່າວວ່າ:
"ບາງ ກໍຣະນີ ກໍ ຖ້າວ່າ ມັນຈໍາເປັນ ຕ້ອງໄດ້ ປະສານ ນໍາ ແຂວງອື່ນ ເພາະວ່າ ເຮົາມີ ສາຂາ ຢູ່ແຂວງ ອື່ນ ຢືມເຂົາ ແລ້ວ ກໍມາໃຊ້ ແຕ່ວ່າ ບັດນີ້ ມາອີງໃສ່ ທາງພີ້ ແຂວງ ເຮົາ ກໍບໍ່ມີ ງົບປະມານ ແໜ່ ເຣື່ອງການ ອອກການ ເຄື່ອນໄຫວ ຫຍັງ ກໍ໋ ຈະບໍ່ໄດ້ ອອກເລີຍ ເນື່ອງຈາກ ງົບປະມານ ຂອງແຂວງ ແຂວງ ກໍບໍ່ໄດ້ ຊ່ວຍເຫລືອ ເດ໊".
ທ່ານເວົ້າວ່າ ລໍາພັງ ງົບປະມານ ຂອງ ກາຊາດ ແຂວງ ແມ່ນ ບໍ່ພຽງພໍ ທີ່ ຈະເຄື່ອນທີ່ ໄປຮັບ ການ ບໍຣິຈາກ ເລືອດ ແລະ ເຮັດ ປະຊາ ສັມພັນ ປຸກ ຣະດົມ ປະຊາຊົນ ຢູ່ເຂດ ຕ່າງໆ ໃຫ້ ບໍຣິຈາກ ເລືອດ ໃນ ກໍຣະນີ ສຸກເສີນ ສໍາລັບ ຄົນເຈັບ ຫລື ຜູ້ປະສົບ ອຸບັດຕິເຫດ ຕ່າງໆ ແລະ ຖ້າ ຂາດເຂີນ ແທ້ໆ ກໍຕ້ອງ ຮ້ອງຂໍ ໃຫ້ ກາຊາດ ແຂວງ ອື່ນ ຊ່ວຍເຫລືອ ຊຶ່ງ ກໍມີ ຄວາມ ລໍາບາກ.
ຕາມ ຄໍາເວົ້າ ຂອງ ທ່ານ ລາວລີ ໄຟເພັງຍົວ ປະທານ ອົງການ ກາຊາດ ລາວ ຕໍ່ ສື່ມວນຊົນ ເນື່ອງໃນ ວັນ ຄົບຮອບ ກາຊາດ ສາກົລ 151 ປີ ວັນທີ 8 ພຶສພາ 2014 ວ່າ ປັຈຈຸບັນ ອົງການ ກາຊາດ ລາວ ໄດ້ຮັບ ບໍຣິຈາກ ເລືອດ ທັງໝົດ ຫລາຍກວ່າ 19 ພັນຖົງ ແລະໄດ້ ແຈກຈ່າຍ ໃຫ້ ໂຮງໝໍ ຕ່າງໆ ໄປແລ້ວ ແຕ່ກໍ ຍັງບໍ່ ສາມາດ ສນອງ ຄວາມ ຕ້ອງການ ທັງໝົດ ໄດ້ ເພາະ ໃນທົ່ວ ປະເທດ ມີຄວາມ ຕ້ອງການ ຫລາຍກວ່າ 24 ພັນຖົງ.
ຫາກຜູ້ໃດ ຕ້ອງການ ບໍຣິຈາກ ເລືອດ ກໍ ສາມາດ ໄປ ບໍຣິຈາກ ໄດ້ທີ່ ຫ້ອງການ ກາຊາດ ຂອງ ເມືອງ ຫລື ແຂວງ ທີ່ຕົນ ອາສັຍຢູ່ ຫລື ຕາມ ໂຮງໝໍ. ຜູ້ທີ່ຈະ ບໍຣິຈາກ ຕ້ອງ ງົດການ ກິນຢາ 1 ອາທິດ ແລະ ງົດດື່ມ ເຄື່ອງ ມຶນເມົາ 1 ວັນ ກ່ອນ. ຕ້ອງ ພັກຜ່ອນ ໃຫ້ພໍ ກິນ ໃຫ້ ອີ່ມ ແລະ ນອນ ຫລາຍ ກວ່າ 6 ຊົ່ວໂມງ.