ສາທາຣະນະສຸຂສັ່ງປິດ ຄລີນິກ ເອກຊົນ 195 ແຫ່ງ
2018.01.10
ໃນປີ 2017 ກະຊວງສາທາຣະສຸຂ ສປປລາວ ໄດ້ສັ່ງປິດ ຄລີນິກເອກຊົນ ແລະບໍ່ຕໍ່ໃບອະນຸຍາດ ໃຫ້ຈຳນວນ 195 ແຫ່ງໃນທົ່ວປະເທດ ໃຫ້ເຊົາບໍຣິການຄົນໄຂ້ ເລີ້ມແຕ່ວັນທີ 20 ເດືອນຕຸລາ ເປັນຕົ້ນມາ ຍ້ອນວ່າ ຄລີນິກເຫລົ່ານັ້ນ ບໍ່ມີນາຍຫມໍ ຜູ້ຊ່ຽວຊານ ໃນການປີ່ນປົວ ຄົນໄຂ້ ແລະບາງແຫ່ງ ກໍບໍ່ມີໃບອະນຸຍາດ ຫລືມີກໍເປັນຂອງຄົນອື່ນ. ດັ່ງເຈົ້າຫນ້າທີ່ ສາທາຣະນະສຸຂ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ:
"ແມ່ນແລ້ວຢຸດກ່ອນ ເພາະວ່າຂະເຈົ້າໃຫ້ເພິ່ນເຊົາ ອັນທີສອງລະຫມາຍຄວາມວ່າ ອອກໄປແລ້ວລະບໍ່ເຮັດ ມັນກໍມີປະມານ 4-5 ແຂວງ ແຂວງໃຫຍ່ຫັ້ນຫລະ ແຂວງນ້ອຍບໍ່ມີດອກ ສ່ວນຫລາຍບໍ່ອີງໃສ່ ຄວາມສາມາດຫັ້ນນ່າ ອີງໃສ່ແຕ່ທຶນເປັນຫລັກ ແລ້ວກໍມີຈຳນວນນຶ່ງ ບໍ່ໄດ້ມາຕຖານ ຕົວຢ່າງດຽວນີ້ ຈົບບັນດິດເນາະ ປະຣີຍາຕີ ລະໄປຊື້ເຄື່ອງເອ້ໂກ້ ເຄື່ອງຊ່ອຍຫາຍໃຈ ສ່ວນບຸກຄົນ ເຄື່ອງ x-ray ໂດຍວ່າບໍ່ມີໃບຝຶກອົບຮົມ."
ທ່ານກ່າວຕື່ມວ່າ ປະຊາຊົນຜູ້ທີ່ໄປປີ່ນປົວ ຢູ່ໂຮງຫມໍເຫລົ່ານີ້ ສ່ວນໃຫຍ່ຈະບໍ່ຫາຍຈາກພຍາດ ທີ່ຕົນຖືກປີ່ນປົວ ຍ້ອນປີ່ນປົວແບບບໍ່ຖືກ ຕ້ອງຕາມຫຼັກການແພດແລະຫມໍ ເພາະບໍ່ມີນາຍຫມໍ ຜູ້ຊ່ຽວຊານໃນການປີ່ນປົວ ແຮ່ງເຮັດໃຫ້ຄົນໄຂ້ເພີ້ມອາການປ່ວຍ ຂອງຕົນຫຼາຍຂຶ້ນ ບາງຄົນກໍເສັຽຊິວິດຍ້ອນ ນອກຈາກ ການປີ່ນປົວ ບໍ່ໄດ້ມາຕຖານແລ້ວ ຍັງເສັຽຄ່າໃຊ້ຈ່າຍ ໃນການປີ່ນປົວແພງອີກ ແພງກວ່າໂຮງຫມໍ ທັມມະດາ ປະຊາຊົນ ຜູ້ທີ່ບໍ່ຮູ້ ກໍພາກັນໄປປີ່ນປົວ ຍ້ອນການໂຄສະນາ ຂອງ ພວກຂະເຈົ້າ.
ກະຊວງສາທາຣະນະສຸຂລາຍງານວ່າ ໃນປັດຈຸບັນມີຄລີນິກ ເອກກະຊົນທີ່ໄດ້ຮັບອະນຸຍາດ ຈາກກະຊວງສາທາຣະນະສຸຂ ໃນທົ່ວປະເທດ ປະມານ 1 ພັນແຫ່ງໃນນັ້ນ 195 ແຫ່ງຖືກສັ່ງໃຫ້ປິດ ແລ້ວຍ້ອນຂາດຄຸນນະພາບ ແລະໃບອະນຸຍາດ ໃນການບໍຣິການ ສ່ວນໃຫຍ່ຈະເປັນ ຄລີນິກຈີນ ວຽດນາມ ໄທ ແລະຂອງຄົນລາວ. ຄລີນິກເຫລົ່ານີ້ ສ່ວນໃຫຍ່ຈະຕັ້ງໃນແຂວງໃຫຍ່ໆ ເປັນຕົ້ນແຂວງສວັນນະເຂດ ປາກເຊ ຄຳມ່ວນ ຫລວງພຣະບາງ ຫລວງນ້ຳທາ ແລະ ນະຄອນຫລວງວຽງຈັນ.